Ad

Ad

26 September 2014

ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການພັດທະນາເພື່ອທົດແທນການປູກຝິ່ນຢູ່ແຂວງຫົວພັນ



     ໃນຕອນເຊົ້າຂອງວັນພະຫັດ, ທີ 25 ກັນຍາ 2014 ໄດ້ຈັດພິທີ ເຊັນສັນຍາຮັບ ເອົາໂຄງການຊ່ວຍເຫລືອລ້າເພື່ອກວດກາ ແລະ ຄວບຄຸມຢາເສບຕິດປະຈຳປີ 2014-2015 ຄັ້ງທີ 3 ຈາກລັດ ຖະບານສະຫະລັດອາເມລິກາ ໃຫ້ແກ່ຄະນະກຳມະ ການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາ ເສບຕິດ ເພື່ອນຳໃຊ້ເຂົ້າໃນວຽກ ງານກວດກາ ແລະ ຄວບຄຸມຢາ ເສບຕິດ ຢູ່ ສປປ ລາວ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ໂຮງແຮມລ້ານ ຊ້າງ ນະຄອນຫລວງວຽງຈັນ ລະ ຫວ່າງ ທ່ານ ກຸ ຈັນສີນາ ປະທານ ຄະນະກຳມະການແຫ່ງຊາດ ເພື່ອ ກວດກາ ແລະ ຄວບຄຸມຢາເສບ ຕິດ ແລະ ທ່ານ ເດນຽວ ຄລູນ (Daniel A.Clune) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

     ການຊ່ວຍເຫລືອລ້າຂອງລັດ ຖະບານສະຫະລັດອາເມລິກາ ເພື່ອແກ້ໄຂບັນຫາຢາເສບຕິດຢູ່ ສປປ ລາວ ໃນຄັ້ງນີ້ ມີມູນ ຄ່າໜຶ່ງລ້ານຫ້າແສນໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການປະຕິບັດ ໂຄງການພັດທະນາ ເພື່ອທົດ ແທນການປູກຝິ່ນ ຢູ່ ເມືອງຊຳເໜືອ ແລະ ເມືອງຊ່ອນ ແຂວງ ຫົວພັນ ເຊິ່ງມີກຳນົດເວລາ 3 ປີ ເລີ່ມແຕ່ສົກປີ 2014-2015 ເຖິງ ສົກປີ 2016- 2017.
    ໃນໂອກາດນີ້, ທ່ານ ກຸ ຈັນສີ ນາ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍ ເຫລືອຂອງລັດຖະບານສະຫະ ລັດອາເມລິກາ ເຂົ້າໃນວຽກງານ ຄວບຄຸມຢາເສບຕິດ ໂດຍສະ ເພາະການຊ່ວຍແຂວງຫົວພັນນຳໄປຊ່ວຍປະຊາຊົນໄປປະ ກອບອາຊີບອື່ນທີ່ໝັ້ນຄົງແທນການປູກ ຝິ່ນ.

No comments:

Post a Comment