Ad

Ad

26 September 2014

ອົງການກວດສອບຢືນຢັນວ່າ : ສົກປີ 2012-2013 ຜົນຕອບແທນການນຳໃຊ້ທຶນຂອງລັດຍັງຕ່ຳ



       ການລາຍງານຂອງປະທານ ອົງການກວດສອບບັນຊີແຫ່ງລັດ ໃນກອງປະຊຸມລັດຖະບານ ປະ ຈຳສົກປີ 2012-2013 ທີ່ຈັດຂຶ້ນໃນວັນທີ 22-24 ກັນຍານີ້ ຢູ່ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຜ່ານການກວດສອບບັນດາກະ ຊວງ, ຂະແໜງ ການ ແລະ ຫົວ ໜ່ວຍທຸລະກິດຕ່າງໆທີ່ໃຊ້ງົບປະ ມານຂອງລັດຈຳນວນ 83 ເປົ້າ ໝາຍ, ໃນນັ້ນ ມີລັດວິສາຫະກິດ ແລະ ທະນາຄານ ຈຳນວນ 12 ຫົວໜ່ວຍ ເຫັນວ່າຜົນຕອບແທນ ຂອງການນຳໃຊ້ທຶນຂອງລັດ ແມ່ນຍັງຕ່ຳ ຖ້າທຽບໃສ່ແຫລ່ງ ທຶນທີ່ລັດຖະບານໄດ້ລົງທຶນໃຫ້. ນີ້ກໍຍ້ອນວ່າວິສາຫະກິດສ່ວນໜຶ່ງ ແມ່ນຢູ່ໃນໄລຍະປັບປຸງ ບວກກັບ ສະພາບການ ເງິນຂອງ ປະເທດເຮົາຍັງບໍ່ທັນສົມດູນ ເປັນຜົນກະ ທົບຕໍ່ການປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມຂອງປະເທດ, ມີການໃຊ້ ຈ່າຍເຂົ້າໃນວຽກບໍລິຫານ, ເງິນເດືອນພະນັກງານ ແລະ ການແກ້ໄຂບັນຫາໜີ້ສິນຄຸມ ເຄືອຂອງເບື້ອງລັດຍັງມີຫລາຍ ໂດຍສະ ເພາະໜີ້ທີ່ມີຜົນຕອບແທນ ທາງການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດ ເພື່ອການພັດທະ ນາອື່ນໆ.

No comments:

Post a Comment