Ad

Ad

26 September 2014

ວາລະສານລາວສ້າງຊາດໄດ້ປະກອບສ່ວນສຳຄັນໃນການເຕົ້າໂຮມຄວາມສາມັກຄີລາວບັນດາເຜົ່າ



       ຜູ້ຕາງໜ້າສື່ສິ່ງພິມກວ່າ 10 ພາກສ່ວນຢູ່ສູນກາງ ໄດ້ຕີລາຄາສູງຕໍ່ຜົນງານການ ເຄື່ອນໄຫວ ຂອງວາລະສານລາວສ້າງຊາດ ຫລັງສ້າງຕັ້ງມາແຕ່ປີ 1998, ຂະນະ ດຽວກັນກໍເຫັນພ້ອມຕໍ່ທິດທາງການເຄື່ອນໄຫວໃນຕໍ່ໜ້າຂອງສື່ສິ່ງພິມດັ່ງກ່າວ ໃນໂອກາດດຳເນີນກອງປະຊຸມຖອດຖອນບົດຮຽນວຽກງານວາລະ ສານ-ໜັງສືພິມ ລາວສ້າງຊາດ ຢູ່ເມືອງວັງວຽງແຂວງວຽງຈັນແຕ່ ວັນທີ 25-27 ເດືອນກັນຍາປີ 2104 ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງ ປະທານສູນກາງ ແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານແນວຄິດທິດສະດີຂອງອົງ ການດັ່ງກ່າວ.
        ທ່ານ ດຣ.ສົມສີ ໄຊຫວ່າງ ຈັ້ງຫົວໜ້າຫ້ອງການສູນກາງ ແນວລາວສ້າງຊາດ, ຫົວໜ້າ ບັນນາທິການໃຫຍ່ວາລະ ສານ- ໜັງສືພິມລາວສ້າງຊາດ ກ່າວ ວ່າ: ເຖິງວ່າພົບຄວາມຫຍຸ້ງ ຍາກຫລາຍປະການທັງບຸກຄະ ລາກອນ, ງົບປະມານ ແລະ ອື່ນໆ ກໍດີ, ແຕ່ຈາກການຕັດສິນ ໃຈສູງຂອງພະນັກງານທັງບັນ ນາທິການ ແລະ ນັກຂ່າວທັງໄດ້ ຮັບການຊີ້ນຳນຳພາຢ່າງໃກ້ຊິດຂອງ ຄະນະພັກ, ຄະນະນຳສູນ ກາງແນວລາວສ້າງຊາດກໍຄື ການຮ່ວມມືຂອງເພື່ອນຮ່ວມ ງານທັງຢູ່ສູນກາງ ແລະ ທ້ອງ ຖິ່ນນັ້ນໄດ້ ເຮັດໃຫ້ວຽກງານ ຂອງຕົນນັບມື້ເຕີບໃຫຍ່ຂະ ຫຍາຍຕົວທັງປະລິມານ ແລະ ຄຸນນະພາບຄືຈາກ 950 ຫົວເມື່ອ ປີ 2007
ເພີ່ມເປັນ 1.500 ຫົວ ໃນປີ 2010 ເຊິ່ງວາລະສານດັ່ງ ກ່າວເປັນສະບັບລາຍໄຕມາດ ໂດຍໄດ້ເຮັດໜ້າທີ່ເຜີຍແຜ່, ໂຄ ສະ ນາເນື້ອໃນມະຕິກອງປະຊຸມ ໃຫຍ່ຂອງພັກ, ແນວລາວສ້າງ ຊາດແຕ່ລະຄັ້ງໂດຍເນັ້ນພຶດຕິກຳວຽກງານ, ມູນເຊື້ອສາມັກຄີ ປອງດອງໃນວົງຄະນະຍາດ ແຫ່ງຊາດທີ່ເປັນພາລະບົດບາດ ສຳຄັນຂອງແນວລາວສ້າງຊາດ.ທີ່ພົ້ນເດັ່ນໄດ້ປະກອບສ່ວນສຳ ຄັນອະທິບາຍ, ຊີ້ແຈງໃຫ້ເຫັນ ແນວທາງນະໂຍບາຍຂອງພັກ- ລັດຕໍ່ຊົນເຜົ່າ, ສາສະໜາອັນເຮັດໃຫ້ປະຊາຊົນບັນດາເຜົ່າ ແລະ ສາສະນິກະຊົນໄດ້ຕື່ນໂຕເຂົ້າ ຮ່ວມຂະບວນການສ້າງສາພັດ ທະນາ ແລະ ປົກປັກຮັກສາປະ ເທດຊາດ, ການແກ້ໄຂ ຄວາມ ທຸກຍາກ, ປະກອບສ່ວນສ້າງສະ ຖຽນລະພາບການເມືອງຂອງ ປະເທດໝັ້ນຄົງຖາວອນ, ສັງ ຄົມສະຫງົບເປັນລະບຽບ ຮຽບ ຮ້ອຍ. ຂະນະດຽວກັນກໍສາມາດ ເຕົ້າໂຮມປະຊາຊົນຢູ່ຮາກຖານ ສາມັກຄີເປັນຈິດໜຶ່ງໃຈດຽວສະກັດກັ້ນໄດ້ປາກົດ ການ ຫຍໍ້ທໍ້, ຖ້ອຍທຳນອງໃສ່ຮ້າຍປ້າຍສີ ແລະ ການສວຍໃຊ້ສາສະໜາ ແລະ ຊົນເຜົ່າຂອງສັດຕູກໍຄືບັນ ດາ ອິດທິກຳລັງປໍລະປັກ.
        ແນວໃດກໍດີ, ຫົວໜ້າບັນນາທິການໃຫຍ່ວາລະສານ-ໜັງສືພິມລາວສ້າງຊາດ ເນັ້ນວ່າ: ແຕ່ນີ້ເປັນຕົ້ນໄປ, ວາລະສານ- ໜັງສືພິມຂອງຕົນຈະສຸມໃສ່ປັບ ປຸງຄະນະບັນນາທິການໃຫ້ຄົມ ແຫລມເພື່ອກ້າວໄປສູ່ການຍົກ ຄຸນນະພາບຂອງເນື້ອໃນການ ໂຄສະນາເຜີຍແຜ່ໃຫ້ມີຫລາຍຮູບ ຫລາຍສີແທດເຖິງຊີວິດໂຕຈິງ ຂອງສັງຄົມ ແລະ ເລິກເຊິ່ງ ແຫລມຄົມຕໍ່ການໂຄສະນາ ແນວທາງນະໂຍບາຍແຜນນະໂຍບາຍຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມໂດຍສະເພາະ ການປະຕິບັດບາດກ້າວບຸກ ທະລຸ 4 ດ້ານທີ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກໍຄືການປະຕິບັດ ວຽກງານ 3 ສ້າງໃຫ້ປາກົດຜົນເປັນຈິງ.

No comments:

Post a Comment