Ad

Ad

26 September 2014

ບຸນອອກພັນສາ ແລະ ຊ່ວງເຮືອປະເພນີປະຈຳປີ 2014 ຢູ່ນະ ຄອນຫລວງວຽງຈັນຈະຈັດຂຶ້ນ ໃນວັນທີ 6-9 ຕຸລານີ້



        ວັນບຸນອອກພັນສາປະ ວໍລະນາ ແລະ ບຸນຊ່ວງເຮືອ ວຽງຈັນປີນີ້ ກົງກັບວັນ ທີ 8-9 ເດືອນຕຸລາ, ເຊິ່ງນະຄອນ ຫລວງ ວຽງຈັນ ກໍຄືຄະນະກຳ ມະການຈັດງານ ບຸນດັ່ງກ່າວໄດ້ ກຳນົດເອົາວັນທີ 6-9 ຕຸລາ ເປັນ ມື້ສະເຫລີມສະຫລອງ ແລະ ຈັດ ງານຕະຫລາດນັດ, ພ້ອມທັງກະກຽມຫລາກຫລາຍກິດຈະກຳທີ່ໜ້າສົນ ໃຈເພື່ອສົ່ງ ເສີມ ແລະ ການປົກປັກຮັກສາມູນເຊື້ອວັດ ທະນະທຳ ແລະ ຮີດຄອງປະເພ ນີອັນດີ ງາມຂອງຊາດລາວ,  ພ້ອມເປັນການສົ່ງເສີມການຄ້າ, ການບໍລິການ ແລະ ການທ່ອງ ທ່ຽວໃຫ້ມີບັນຍາກາດຟົດຟື້ນ.
        ທ່ານ ສາຍທອງ ແກ້ວ ດວງດີ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ປະທານຄະນະ ກຳມະການຈັດງານບຸນອອກພັນ ສາປະວໍລະນາ ແລະ ຊ່ວງເຮືອ ປະເພນີ 2014 ໄດ້ອອກແຈ້ງ ການແນະນຳເພີ່ມເຕີມກ່ຽວກັບ ເນື້ອໃນກິດຈະກຳສະ ຫລອງ ວັນ ບຸນວ່າ: ການຈັດບຸນອອກພັນ ສາປະວໍລະນາ ແລະ ຊ່ວງເຮືອ ປະຈຳປີ 2014 ທີ່ທ່າວັດຈັນລວມ ທັງງານຕະຫລາດນັ ດວາງສະແດງຊື້-ຂາຍສິນຄ້າຈະເລີ່ມແຕ່ ວັນທີ 6-9 ເດືອນຕຸລາ ທີ່ຈະມາ ເຖິງນີ້ໂດຍຈະມີພິທີຕັກບາດ ຖວາຍສັງຄະທານ
ບຸຢູ່ຕາມວັດ ວາອາຮາມຕ່າງໆທົ່ວນະຄອນ ຫລວງ, ມີພິທີວຽນທຽນ, ຂະ ບວນໄຫລເຮືອໄຟ, ໄຫລກະທົງຕາມລຳແມ່ນ້ຳ ຂອງມວນຊົນທົ່ ວໄປ, ມີກິດຈະກຳສະແດງສິລະ ປະວັນນະຄະດີພື້ນເມືອງຕ່າງໆ ທີ່ໂດດເດັ່ນຈາກບັນດາເມືອງ, ບ້ານຢູ່ພາຍ ໃນນະຄອນຫລວງ ວຽງຈັນ ແລະ ສິລະປະວັນນະ ຄະດີຈາກແຂວງເຊັ່ນ: ການຂັບ, ລຳ, ຟ້ອນ, ຮ້ອງເພງ ແລະ ອື່ນໆ ໂດຍກຳນົດໃຫ້ມີເວທີໃນ ການຈັດກິດຈະ ກຳດັ່ງກ່າວ.
         ການແຂ່ງຂັນຊ່ວ ງເຮືອ ປະເພນີຍິງ ແລະ ແຂ່ງຂັນຊ່ວງ ເຮືອກິລາ 12 ສີພາຍຈະຈັດຂຶ້ນ ໃນວັນທີ 8 ເດືອນຕຸລາ,  ການ ແຂ່ງຂັນເຮືອຊ່ວງປະເພນີຊາຍ ແລະ ເຮືອສູດຊາຍຈະຈັດຂຶ້ນໃນ ວັນທີ 9 ເດືອນ ເຊິ່ງເປັນມື້ສຸດ ທ້າຍຂອງງານບຸນສ່ວນ ພື້ນທີ່ຈັດງານທີ່ທ່າວັດຈັນແມ່ນທາງດ້ານເໜືອໃຫ້ກຳນົດເອົານັບແຕ່ຈຸດ ປ່ອຍເຮືອເຂດບ້ານ ສີຖານເໜືອ ເມືອງສີໂຄດຕະບອງ ລົງໄປ ຫາໂຮງໝໍມະໂຫສົດຈົນເຖິງໂຮງແຮມດອນຈັນພາເລດ. ສຳລັບ ສະຖານທີ່ວາງສະແດງຂາຍສິນ ຄ້າແມ່ນກຳນົດເອົາບໍລິ ເວນຕາມຖະໜົນຟ້າງຸ່ມນັບແຕ່ເຂດບ້ານ ສີຖານເໜືອໄປຮອດໂຮງໝໍມະ ໂຫສົດ ແລະ ສະຖານທີ່ຈອດ ລົດແມ່ນກຳນົດເອົາ ແຕ່ໂຮງ ຮຽນ ມສ ສີໂຄດ ລົງໄປຫາໂຮງ ໝໍມະໂຫສົດ ແລະ ຕາມເສັ້ນ ທາງຊອຍຕ່າງໆທີ່ຄະນະກຳມະ ການໄດ້ກຳນົດໄວ້.
         ທ່ານຮອງເຈົ້າຄອງນະ ຄອນຫລວງຍັງໄດ້ກຳນົດຂໍ້ຫ້າມຕ່າງໆ ວ່າ: ຫ້າມຂາຍ ຫລື ນຳ ອາວຸດທຸກປະເພດ ເຊັ່ນ ງ້າວ, ໜ້າກະຖຸນ, ສະໜັບມື, ໂຄມໄຟ ລອຍລວມທັງຢາເສບຕິດທາດ ເບື່ອສານເຄມີທີ່ອອກລິດຕໍ່ລະບົບປະສາດທຸກໆຊະນິດ, ສິ່ງທີ່ເກີດ ສຽງດັງເກີນຂອບເຂດ, ບັ້ງກະໂພກ ຫລື ແມ່ນແຕ່ຜະລິດຕະພັນທີ່ລອກລຽນແບບຜ້າສິ້ນລາວ, ຜະລິດຕະພັນ ວັດທະນະທຳທີ່ລາມົກ ແລະ ເສື່ອມຊາມເຂົ້າມາວາງສະແດງຂາຍພາຍໃນງານ. ຖ້າຫາກມີການຝ່າຝືນ ຫລື ກວດພົບເຫັນຈະ ດຳເນີນຄະດີຕາມລະບຽບກົດໝາຍຢ່າງ ເຂັ້ມງວດ.

No comments:

Post a Comment