Ad

Ad

26 September 2014

ນັກສຶກສາ ມຊ ໄດ້ຮັບບັດຂີ່ລົດເມຂອງລົດເມນະຄອນຫລວງວຽງຈັນ ໂດຍການສະໜັບສະໜູນຂອງອົງການໄຈກາ



    ເລີ່ມແຕ່ເດືອນຕຸລາ 2014 ເປັນຕົ້ນໄປນັກສຶກສາມະຫາວິ ທະຍາໄລແຫ່ງຊາດ ຈະໄດ້ຮັບບັດຂີ່ລົດເມທຸກສາຍທາງໃນນະຄອນຫລວງວຽງຈັນອັນຈະເປັນການ ເອື້ອອຳນວຍໃຫ້ແກ່ການ ທຽວໄປມາສຳລັບການສຶກສາ ຮ່ຳຮຽນຈາກສະຖານ ທີ່ພັກເຊົາ ຂອງຕົນໄປສູ່ມະຫາວິທະຍາໄລແຫ່ງຊາດ ແລະ ອີກດ້ານໜຶ່ງ ຍັງເປັນ ການຫລຸດຜ່ອນຄວາມ ສ່ຽງຈາກອຸປະຕິເຫດຕາມທ້ອງ ຖະໜົນຫລວງທີ່ມັກເກີດ ຂຶ້ນຢ່າງເປັນປະຈຳຢູ່ໃນໝູ່ນັກສຶກສາ, ຊຶ່ງພິທີລົງນາມໃນການຕົກລົງ ນຳໃຊ້ບັດດັ່ງກ່າວໄດ້ມີຂຶ້ນໃນ ວັນທີ 24 ກັນຍາ 2014, ລະ ຫວ່າງລັດວິສາຫະກິດລົດເມນະ ຄອນຫລວງວຽງຈັນ ແລະ ມະ ຫາວິທະຍາໄລແຫ່ງຊາດ, ໂດຍ ທ່ານ ຄຳພູນ ເມຕາຣາດ ອຳ ນວຍການລັດວິສາຫະກິດລົດເມ ນະຄອນຫລວງວຽງຈັນ ແລະ ທ່ານຮອງ ສຈ.ດຣ. ສາຍຂອງ ສາຍນາສິນ ຮອງອະ ທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສຈ.ດຣ ສຸກ ກົງແສງ ໄຊຍະເລີດ ອະທິບໍດີມະ ຫາວິທະຍາໄລແຫ່ງຊາດ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະ ຄອນຫລວງວຽງຈັນ.

     ທ່ານຫົວໜ້າລັດວິສາຫະ ກິດລົດເມນະຄອນຫລວງວຽງ ຈັນໃຫ້ຮູ້ວ່າ: ໂຄງການອອກບັດ ຂີ່ລົດເມໃຫ້ແກ່ນັກສຶກສາມະ ຫາວິທະຍາໄລແຫ່ງຊາດໄດ້ເລີ່ມທົດລອງເປັນປີທຳອິດພາຍຫລັງທີ່ ລັດວິສາຫະກິດຂອງຕົນຮ່ວມກັບ ຄະນະອະທິການບໍດີມ ຫາວິທະຍາໄລແຫ່ງຊາດໄດ້ຈັດຊຸດສຳມະນາເຜີຍແຜ່ຄວາມສຳຄັນຂອງ ໂຄງການນີ້ ເມື່ອບໍ່ດົນຜ່ານມາ ຢູ່ທີ່ມະຫາວິທະຍາໄລ ແຫ່ງຊາດ, ແລະ ກໍໄດ້ສ້າງຄວາມສົນໃຈໃຫ້ ແກ່ຜູ້ເຂົ້າຮ່ວມເປັນຈຳນວນ ຫລາຍ. ດັ່ງນັ້ນ, ຈຶ່ງໄດ້ລິເລີ່ມໂຄງການນີ້ຂຶ້ນມາ ພາຍໃຕ້ການສະໜັບສະໜູນຂອງອົງການໄຈກາຍີ່ປຸ່ນ. ສຳລັບລາຄາບັດ ແມ່ນຈະຕົກເປັນຄົນລະ 4 ແສນ ກີບ/ປີ ສາມາດໃຊ້ບໍ ລິການລົດ ເມໄດ້ທຸກສາຍໃນນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນ ຈາກສະຖານນີລົດເມໄປຫາວິທະຍາໄລດົງໂດກ ແລະ ຈາກດົງ ໂດກຜ່ານສາຍທາງຕ່າງໆຮອດຕະຫລາດເຊົ້າ. ການນຳໃຊ້ລົດເມທຽວທາງໄປໂຮງຮຽນຂອງນັກສຶກສາຢູ່ສະຖາ ບັນດັ່ງ ກ່າວມັນຈະເປັນການຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ການເກີດອຸປະຕິເຫດ, ຫລຸດຜ່ອນບັນຫາລົດຕິດ ໃນຊົ່ວໂມງເລັ່ງດ່ວນ ທັງເປັນການປະຢັດເວລາໃນການໄປ ໂຮງຮຽນນຳອີ.

No comments:

Post a Comment