Ad

Ad

26 September 2014

ບັນຫາສຸຂະພາບຈະເລີນພັນຂອງໄວໜຸ່ມລາວຍັງໜ້າເປັນຫ່ວງ



     ທ່ານຫົວໜ້າສູນພັດທະນາ ແມ່ຍິງ ແລະ ໄວໜຸ່ມ, ສະຫະພັນ ແມ່ຍິງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນລັດຖະ ບານໄດ້ລົງທຶນໃສ່ການພັດທະນາໄວໜຸ່ມເປັນຈຳນວນບໍ່ໜ້ອຍ, ໂດຍສະ ເພາະແມ່ນດ້ານການສຶກສາ, ສ້າງວຽກເຮັດງານທຳ ແລະ ໃຫ້ ບໍລິການດ້ານສຸຂະພາບແກ່ເຂົາ ເຈົ້າ, ເນື່ອງຈາກໄວໜຸ່ມເປັນກຳ ລັງແຮງຫຼັກໃນການສ້າງສາພັດທະນາເສດ ຖະກິດ-ສັງຄົມຂອງ ປະເທດຊາດ, ແຕ່ຄຽງຄູ່ກັນນັ້ນ ກໍສັງເກດເຫັນວ່າໃນໄລຍະຜ່ານມາຍັງມີໄວໜຸ່ມຈຳນວນຫຼາຍທີ່ມີບັນຫາ ດ້ານ ສຸຂະພາບຈະເລີນ ພັນ, ຊຶ່ງເຫັນໄດ້ຈາກຈຳນວນ ໄວໜຸ່ມທີ່ເຂົ້າມາຮັບການບໍລິ ການປິ່ນປົວສຸຂະພາບ ແລະ ຂໍ ຄຳປຶກ ສາ, ສະເພາະສູນດັ່ງກ່າວ ມື້ໜຶ່ງບໍ່ຕ່ຳກວ່າ 400 ຄົນ, ຊຶ່ງສາ ເຫດຫຼັກທີ່ກໍ່ໃຫ້ເກີດບັນຫາສຸຂະພາບຈະເລີນພັນແມ່ນຍ້ອນໄວ ໜຸ່ມຈຳນວນຫຼາຍຍັງຂາດຄວາມຮູ້ໃນດ້ານນີ້, ບວກກັບການ ປ່ຽນແປງຂອງສັງຄົມໃນປັດຈຸ ບັດ ແລະ ຄ່ານິຍົມຕາມຍຸກສະ ໄໝທີ່ເຮັດໃຫ້ບັນຫານສຸຂະພາບຈະເລີນພັນຂອງໄວໜຸ່ມລາວຍັງໜ້າເປັນຫ່ວງ ຕໍ່ບັນຫາດັ່ງກ່າວ ທາງສູນພັດທະນາແມ່ຍິງ ແລະ ໄວໜຸ່ມກໍ່ໄດ້ສືບຕໍ່ເອົາໃຈໃສ່ປິ່ນ ປົວ ແລະ ໃຫ້ຄຳປຶກສາແບບ ເປັນມິດປິດລັບແກ່ເຂົາເຈົ້າ, ໂດຍສະເພາະແມ່ນການ
ໃຫ້ຄຳປຶກສາໂດຍກົງຕໍ່ຜູ້ທີ່ເຂົ້າມາປິ່ນ ປົວ ແລະ ໃຫ້ຄຳປຶກສາຜ່ານ ທາງໂທລະສັບ, ພ້ອມນັ້ນຍັງໄດ້ ລົງເຄື່ອນໄຫວສ້າງກິດຈະ ກຳ ໂຄສະນາດ້ານສຸກະພາບຈະເລີນພັນຢູ່ຕ່າງໂຮງຈັກໂຮງງານ ແລະ ສະຖາບັນການສຶກສາ ຕ່າງໆ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈ ກ່ຽວກັບບັນຫາສຸຂະພາບຈະ ເລີນພັນ ແລະ ຮູ້ຈັກປ້ອງກັນຕົນ ເອງ, ທັງເປັນການຫຼຸດບັນຫາສຸ ຂະພາບຈະເລີນພັນຂອງ ໄວໜຸ່ມລາວໃຫ້ຫຼຸດໜ້ອຍລົງ.
   ທ່ານຫົວໜ້າສູນໃຫ້ຮູ້ອີກ ວ່າ: ໄວໜຸ່ມລາວທີ່ມີບັນຫາດ້ານສຸ ຂະພາບຈະເລີນພັດສ່ວນຫຼາຍຈະຢູ່ໃນໄວອາຍຸ 17-25 ປີ, ໃນນີ້ ສ່ວນໃຫຍ່ແມ່ນນັກຮຽນນັກສຶກສາ, ພະນັກງານໂຮງຈັກໂຮງ ງານ ແລະ ໄວໜຸ່ມທີ່ຢູ່ເຂດຫ່າງ ໄກສອກຫຼີກ.

No comments:

Post a Comment