Ad

Ad

26 September 2014

ຜູ້ດັດສ້າງດີ 20 ຄົນໄດ້ສົ່ງກັບຄືນຄອບຄົວ


       ຫວ່າງ​ມໍ່ໆ​ມານີ້, ກອງ​ບັນ ຊາ​ການ ປກສ ​ເມືອງ​ໄຊ ​ໄດ້​ສົ່ງ​ໄວ​ລຸ້ນມົ້ວສຸມ​ຢາ​ເສບ​ຕິດ ​ແລະ ລັກ​ເລັກ​ຂະ​ໂມ​ຍນ້ອຍ 20 ຄົນ ທີ່​ພໍ່​ແມ່​ຜູ້​ປົກຄອງ​ນຳ​ມາ​ຝາກ​ດັດ​ສ້າງ​ຊົ່ວຄາວ​ໃນ​ໄລຍະ​ຜ່ານ​ມາ ຄືນ​ໃຫ້​ອຳນາດ​ການ​ປົກຄອງ ແລະ ຄອບຄົວ​ຮັບ​ເອົາ​ໄປ​ຕິດ ຕາມ ​ແລະ ສຶກສາ​ອົບຮົມ​ຕໍ່​ໄປ ເພື່ອ​ໃຫ້​ເຂົາ​ເຈົ້າກາຍ​ເປັນ​ພົນລະ​ເມືອງ​ດີ.
              ທ່ານ ພັນ​ຕີ ພອນ​ສະ ຫວັນ ​ແນນ​ບຸ​ລົມ ຮອງ​ກອງ​ບັນຊາ​ການ ປກສ ​ເມືອງ​ໄຊ ​ໃຫ້​ຮູ້​ວ່າ: ​ໄວ​ໜຸ່ມຈຳນວນ​ດັ່ງ ກ່າວ​ແມ່ນ​ພໍ່​ແມ່​ຜູ້​ປົກຄອງ​ນຳ​ເອົາ​ມາ​ຝາກ​ຊ່ວຍ​ດັດ​ສ້າງ​ຍ້ອນຜ່ານມາ​ເປັນ​ຄົນ​ເກ​ເລ ​ແລະ ບໍ່​ຟັງ​ຄວາມ​ພໍ່​ແມ່, ຫລິ້ນ​ກິນ​ຟຸມ​ເຟືອຍ, ມົ້ວ ສຸມ​ຢາ​ເສບ​ຕິດ ​ແລະ ມີພຶດຕິກຳ​ລັກ​ເລັກ​ຂະ​ໂມ​ຍນ້ອຍ​ກໍ່ໃຫ້ເກີດ ສິ່ງຫຍໍ້ ທໍ້ໃນ​ສັງຄົມ. ​ໄລຍະ​ການ​ດັດ​ສ້າງ​ແມ່ນ 3-6 ​ເດືອນ​ເມື່ອ​ໝົດ​ກຳນົດ​ເວລາ​ດັດ​ສ້າງ​ຈຶ່ງ​ໄດ້ ມອບໃຫ້​ອຳນາດ​ການ​ປົກຄອງ​ບ້ານ ​ແລະ ພໍ່​ແມ່​ຜູ້​ປົກຄອງ​ມາ​ຮັບ​ເອົາ​ຕົວ​ໄປ​ສຶກສາອົບຮົມ​ຕໍ່​ໄປ ແລະ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ປັບ ປຸງຫັນປ່ຽນ​ພຶດຕິ​ກຳ​ຕ່າງໆ​ທີ່​ບໍ່​ເໝາະ​ສົມ​ຂອງ​ຕົນ​ໃຫ້​ກາຍ​ເປັນ​ຄົນ​ດີມີ​ອາຊີບ​ສຸດຈະລິດ ​​ແລະ ເປັນ​ພົນລະ​ເມືອງ​ດີ​ຂອງ​ປະ​ເທດ​ຊາດ​.

No comments:

Post a Comment