Ad

Ad

26 September 2014

ຂ້າເມຍເກົ່າຍ້ອນໂມໂຫ



      ເຈົ້າໜ້າທີ່ພະແນກສືບສວນ ສອບສວນ ປກສ ແຂວງຫຼວງນ້ຳ ທາໃຫ້ຮູ້ວ່າ: ໃນວັນທີ 8 ກັນຍານີ້ ໄດ້ເກີດເຫດຂ້າຕະກຳ (ຜົວຂ້າ ເມຍເກົ່າ) ຢູ່ແຂວງຂອງຕົນ, ຊຶ່ງ ຜູ້ກໍເຫດຊື່ທ້າວ ຈິງຈາ ອາຍຸ 38 ປີ, ປະຊາຊົນບ້ານ ໂພນສະຫວ່າງ, ເມືອງລອງ, ແຂວງ ຫຼວງນ້ຳທາຍ້ອນໂມໂຫໄດ້ເອົາ ກ້ອນຫີນທຸບຫົວເມຍເກົ່າ 4 ບາດ ຈົນເສຍຊີວິດແລ້ວລາກສົບໄປຖິ້ມຢູ່ປ່າຫຍ້າ ຂ້າງທາງ 17 A ເຂດນ້ຳລິນຜາຕາດເຍືອງລະ ຫ່ວາງເມືອງນ້ຳທາ-ເມືອງສິງ, ກ່ອນພະຍາຍາມຂ້າຕົວຕາຍ ຕາມແຕ່ບໍ່ສຳເລັດຈຶ່ງ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ, ຜູ້ ເສຍ ຊີວິດຊື່ນາງ ຍິງ ຫຼື ແກ້ວອາຍຸ 38 ປີ, ປະຊາຊົນບ້ານວັງລອງ, ເມືອງຮຸນແຂວງ ອຸດົມໄຊ.
   ຜ່ານການສືບສວນສອບ ສວນ ທ້າວຈິງຈາ ສາລະພາບວ່າ:  ຕົນ ໄດ້ຢ່າຮ້າງກັບນາງຍິງ (ຜູ້ຕາຍ) ມາໄດ້ໄລຍະໜຶ່ງແລ້ວ, ແຕ່ກໍຍັງ ພົວພັນໄປມາຫາສູ່ກັນຢູ່ຕະຫຼອດ,ກ່ອນເກີດເຫດໃນວັນທີ 7 ກັນຍາ 2014 ນາງຍິງ ໄດ້ເດີນທາງມາ ຫາຕົນຢູ່ເຮືອນ ແລະ ໄດ້ໄປ ນອນນຳກັນຢູ່ບ້ານພັກແຫ່ງໜຶ່ງໃນເມືອງສິງ, ເຊົ້າມື້ຕໍ່ມາຈຶ່ງໄດ້ ຂີ່ລົດຈັກອອກຈາກເມືອງສິງ ເພື່ອຈະໄປສົ່ງນາງ ຍິງກັບ ແຂວງອຸດົມໄຊ, ພໍມາຮອດນ້ຳ ລິນເຂດຕາດເຍືອງໄດ້ຢຸດພັກກິນ ເຂົ້າ ແລະ ໄດ້ຜິດຖຽງກັນຢ່າງ ຮຸນແຮງ, ຊຶ່ງນາງຍິງ
ໄດ້ເວົ້າກັບ ຕົນວ່າ:  “ ຂ້ອຍບໍ່ເອົາເຈົ້າດອກ ເຈົ້າມັນທຸກ ແລະ ເສບຢາບ້າ ເວົ້າກໍບໍ່ຟັງ” ເຮັດໃຫ້ຕົນເກີດໂມ ໂຫເລີຍຈັບເອົາ ກ້ອນຫີນທຸບຫົວ ຜູ້ເປັນເມຍເກົ່າ 4 ບາດຕາຍຄາ ທີ່, ຈາກນັ້ນກໍລາກເອົາສົບໄປຖິ້ມ ຢູ່ປ່າຫຍ້າແຄມທາງແລ້ວຂີ່ລົດກັບໄປ ເມືອງສິງ, ພໍມາຮອດ ບ້ານຈຶ່ງໄປຊື້ຢາບ້າ 10 ເມັດ, ຢາຂ້າຫຍ້າ 1 ປ່ອງນ້ອຍ ແລະ ມີດນ້ອຍໜຶ່ງດວງແລ້ວເຂົ້າໄປໃນປ່າຊ້າ ບ້ານກາງໃໝ່ເມືອງດັ່ງກ່າວແລ້ວກໍເສບຢາບ້າຈຳນວນດັ່ງກ່າວຈົນໜົດ, ພ້ອມທັງກິນ ຢາຂ້າຫຍ້າ ແລະ ໃຊ້ມີດແທງທ້ອງຕົນ ເອງເພື່ອຫວັງຂ້າຕົວ ຕາຍແຕ່ບໍ່ສຳເລັດ, ຈາກນັ້ນສາມມື້ຕໍ່ມາຈຶ່ງມີຄົນໄປພົບຕົນ ນອນໝົດສະຕິຢູ່ໃນປ່າຊ້າ, ຈຶ່ງແຈ້ງຕໍ່ ເຈົ້າໜ້າທີ່ ປກສ ເມືອງ ສິງເຂົ້າກວດກາແລ້ວນຳສົ່ງໂຮງໝໍ ແລະ ຖືກນຳຕົວມາດຳ ເນີນຕະດີຕາມກົດໝາຍ. 

No comments:

Post a Comment