Ad

Ad

25 September 2014

ຜົນສຳເລັດອງປະຊຸມລັດຖະມົນຕີ​ພະລັງງານ​ອາ​ຊຽນ



 ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ( AMEM )  ຄັ້ງທີ 32 ໄດ້ອັດລົງ ດ້ວຍຜົນສຳເລັດພາຍຫລັງໄດ້ດຳເນີນມາ​ແຕ່ ວັນທີ 22-24 ກັນຍາ 2014, ໂດຍ ການເປັນປະທານຂອງ ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາລັດຖະມົນຕີຈາກປະເທດສະມາຊິກອາຊຽນ ແລະ ບັນດາປ ເທດຄູ່ເຈລະຈາເຂົ້າຮ່ວມນຳ. ກອງປະຊຸມລັດຖະມົນຕີອາຊຽນກັບບັ ນດາຄູ່ຮ່ວມເຈລະຈາ+3 (ສປ ຈີນ, ຍີ່ປຸ່ນ, ສ ​ເກົາຫລີ) ຄັ້ງ ທີ 11, ກອງປະຊຸມສຸ ດຍອດລັດຖະ ມົນຕີພະລັງງານອາຊີຕາເວັນອອກ ແລະ ກອງປະຊຸມພົບປະເຈລະຈາຮ່ວມກັບສຳນັກງານພະລັງງານສາກົນ (IEA) ຕາມລຳ ດັບ.
          ໃນກອງປະຊຸມຄັ້ງທີ 32 ບັນດາລັດຖະມົນຕີພະລັງງານ ອາຊຽນໄດ້ເຫັນດີນຳກັນໃນການເພີ່ມທະວີການຮ່ວມມືດ້ານ ພະລັງງານກໍຄືການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນໃຫ້ກວ້າງຂວາງຂຶ້ນແນໃສ່ ຮັບປະກັນຕອບສະໜອງຄວາມຕ້ອງການດ້ານພະລັງງານຂອງບັນດາປະເທດສະມາຊິກທີ່ນັບມື້ເພີ່ມຂຶ້ນທັງຮັບປະກັນໃຫ້ແກ່
ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຢ່າງຍືນຍົງ. ນອກຈາກນັ້ນໃນລະຫວ່າງການດຳເນີນກອງປະຊຸມລັດຖະມົນຕີ ພະລັງງານອາຊຽນຄັ້ງທີ 32 ນີ້ ບັນດາລັດຖະມົນຕີພະລັງງານອາຊຽນ 10 ປະເທດສະມາຊິກ ໄດ້ເຫັນດີຮ່ວມກັນໃນການລິ ເລີ່ມໂຄງການຊື້-ຂາຍໄຟຟ້າຜ່ານລະບົບສາຍສົ່ງພາຍໃນລະຫວ່າງ 4 ປະເທດສະມາຊິກອາຊຽນເປັນຄັ້ງທຳອິດໃນພາກພື້ນຄື ສປປ ລາວ, ໄທ, ມາເລເຊຍ ແລະ ສິງກະໂປເຊິ່ງໂຄງການນີ້ເປັນການຊຸກຍູ້ໃຫ້ມີການຮ່ວມມືໂຄງການເຊື່ອມຕໍ່ລະບົບສາຍສົ່ງ ໄຟຟ້າໃນອາຊຽນ ຫລື ASEAN Power Grid (APG) ໃຫ້ເປັນຮູບປະທຳຫລາຍຂຶ້ນ, ການລິເລີ່ມໂຄງການນີ້ ຈະເປັນ ການຊ່ວຍເຮັດໃຫ້ການນຳໃຊ້ພະລັງງານລະຫວ່າງປະເທດສະມາຊິກອາຊຽນມີຄວາມໝັ້ນຄົງ, ເຊິ່ງໂຄງການນີ້ຈະໄດ້ປະຕິບັດ ຕາມຂັ້ນຕອນຈາກການສ້າງຕັ້ງຄະນະກຳມະການເຮັດວຽກຮ່ວມກັນເພື່ອຕິດຕາມກວດກາດ້ານລະບຽບການ, ຂໍ້ຕົກລົງ, ການ ກຳນົດລາຄາ ແລະ ພາສີ ໃນການຊື້ຂາຍຜ່ານສາຍສົ່ງ. ທັງນີ້ການລິເລີ່ມໂຄງການຊື້-ຂາຍໄຟຟ້າຜ່ານລະບົບສາຍສົ່ງນີ້ຖືວ່າເປັນ ການຕົກລົງພາຫຸພາຄີດ້ານການຊື້-ຂາຍພະລັງງານຂອງອາຊຽນເປັນຄັ້ງທຳອິດໂດຍສິງກະໂປເປັນຜູ້ສະເໜີຄວາມຕ້ອງການ ຊື້ໄຟຟ້າຈາກ ສປປ ລາວ ແລະ ສປປ ລາວກໍເຫັນດີທີ່ຈະຂະຫຍາຍຕະຫລາດການຂາຍໄຟຟ້າບົນພື້ນຖານການຮ່ວມມືລະ ຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ແລະ ຄາດວ່າຈະໄດ້ປຶກສາຫາລືຮ່ວມກັນໃນການຮ່າງຂໍ້ຕົກລົງສຳລັບການລິເລີ່ມ ໂຄງການນີ້ຕໍ່ໄປຕື່ມອີກ.

No comments:

Post a Comment