Ad

Ad

2 October 2014

ຕຳຫລວດເລັ່ງນຳຈັບຕົວຜູ້ຂັບລົດໃຫຍ່ຕຳລົດຈັກເສຍຊີວິດຢູ່ບ້ານໜາກນາວແລ້ວຫລົບໜີ



     ພາຍຫລັງມີໝາຍຈັບຈາກອົງການໄອຍະການປະຊາຊົນນະຄອນຫລວງວຽງຈັນເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຈະລາຈອນນະ ຄອນຫລວງ, ກໍໄດ້ຮີບຮ້ອນປະ ສານສົມທົບກັບເຈົ້າໜ້າທີ່ຂັ້ນຕ່າງໆຢູ່ບັນດາແຂວງເພື່ອເລັ່ງນຳຈັບຕົວທ້າວ ສຸລິຍາ ສີວົງສາ ຫລື ເຕ້ຍ ອາຍຸ 25 ປີຢູ່ບ້ານໜອງ ບົວທອງ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນມາດຳ ເນີນຄະດີຕາມລະບຽບກົດ ໝາຍ, ຫລັງຈາກຜູ້ກ່ຽວໄດ້ຂັບລົດກະບະວີໂກບໍ່ມີໝາຍເລກທະບຽນໄປຕຳລົດຈັກໝາຍເລກທະບຽນ ຈມ 7672 ຂັບຂີ່ໂດຍ ທ້າວ ພຸດທະ ກູ້ຄຳເກີດ ອາຍຸ 16 ປີຢູ່ບ້ານນາ ລ້ອງ, ເມືອງຫາດຊາຍຟອງ ຢ່າງຮຸນແຮງໄດ້ເຮັດໃຫ້ຜູ້ຂັບຂີ່ ລົດຈັກເສຍຊີວິດ ຄາທີ່ ແລະ ໝູ່ທີ່ ນັ່ງຊ້ອນທ້າຍມາໜຶ່ງຄົນໄດ້ຮັບ ບາດເຈັບສາຫັດຢູ່ເສັ້ນທາງເຂດບ້ານໝາກນາວ, ເມືອງປາກງື່ມ, ນະຄອນ ຫລວງວຽງຈັນເມື່ອເວ ລາ 19:30 ໂມງຂອງວັນທີ 22 ມິຖຸນາ 2014, ພາຍຫລັງເກີດ ເຫດແລ້ວທ້າວ ເຕ້ຍ ໄດ້ຂັບລົດ ໜີຈົນມາຮອດປັດຈຸບັນ, ເຊິ່ງ ຜ່ານມາເຈົ້າໜ້າທີ່ເຄີຍປະສານ ໄປຫາຄອບຄົວ ແລະ ຍາດພີ່ ນ້ອງເພື່ອຫາວິທີຕິດຕໍ່ໃຫ້ຜູ້ກ່ຽວ ມອບຕົວແຕ່ກໍບໍ່ມີຄວາມຄືບໜ້າ,ສະນັ້ນອົງການໄອຍະການປະຊາຊົນຈຶ່ງຈຳເປັນອອກໝາຍຈັບຜູ້ ກ່ຽວໃນຂໍ້ຫາລະເມີດກົດ ຈະລາຈອນທີ່ພາໃຫ້ເກີດອຸປະຕິເຫດ ແລະ ການເອົາຕົວຫລົບໜີຈາກການເກີດອຸປະຕິເຫດຕາມກົດໝາຍອາຍາມາດຕາ 86 ແລະ ມາດຕາ 87 ເພື່ອເລັ່ງນຳຕົວມາ ດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment