Ad

Ad

2 October 2014

ການປ່ອຍ​ເງິນກູ້​ຊຸກຍູ້​ການ​ຜະລິດບັນດາ​ບ້ານ​ສາມ​ສ້າງມີຄວາມຄືບໜ້າດີ



    ໃນ​ໄລຍະ 2 ປີ​ຜ່ານມາ, ຂະ​ແໜງ​ທະນາຄານໄດ້​ສຸມ​​ໃສ່​ປ່ອຍ​ເງິນ​ກູ້ຈຳນວນ 150 ຕື້ກີບ,​​ ເພື່ອ​ຊຸກ​ຍູ້​ການ​ຜະລິດກະສິກຳປູກ​ຝັງ- ລ້ຽງສັດເປັນສີນຄ້າ,​​ ເຊິ່ງເຮັດໃຫ້​ປະ ຊາຊົນ​ບັນດາ​ເຜົ່າ​ຢູ່​ບັນດາບ້ານ​ເປົ້າ​ໝາຍ​​ 3 ສ້າງ,​ ໄດ້​​ເຂົ້າ​ເຖິງແຫລ່ງທຶນ​ດອກ​ເບ້ຍ​ຕ່ຳ, ກູ້​ຢືມ​ໄລຍະ​ຍາວ​ໂດຍຜ່ານ​ທະນາຄານ​ນະ​ໂຍບາຍດ້ວຍການ​ກູ້ຢືມ​ເປັນ​ກຸ່ມ, ​ບຸກຄົນ ​ແລະ  ຄອບຄົວອີງ​ໃສ່​ຈຸດ​ພິ​ເສດ​ຂອງ​ແຕ່ລະ​ທ້ອງ​ຖິ່ນຕາມ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ປະກອບສ່ວນ​ເຮັດ​ໃຫ້​ປະຊາຊົນຮູ້​ນຳ​ໃຊ້​ທຶນ​ເຂົ້າ​ໃນ​ການ​ຜະລິດເພື່ອ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່ດີຂຶ້ນເທື່ອລະກ້າວ.
      ທ່ານ ດຣ ສົມ​ພາວ ​ໄຟ​ສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ,​ ໃຫ້​ຮູ້​ເມື່ອ​ບໍ່​ດົນນີ້ວ່າ: ການ​ປະຕິບັດ​ນະ​ໂຍບາຍ​ປ່ອຍ​ເງິນ​ກູ້​ຊຸກຍູ້​ການ​ຜະລິດ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 6 -7 ປີ​ມາ​ແລ້ວ, ທີ່ທະນາຄານ​​​ແຫ່ງ ສປປ ລາວ ໄດ້ເລັ່ງໃສ່ຊຸກຍູ້, ສົ່ງ​ເສີມ​ການ​ຜະ ລິດ​ເປັນ​ສິນຄ້າ​ທົດ​ແທນ​ການ​ນຳ​ເຂົ້າ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ດີ​ຂຶ້ນລວມ​ໄປ​ເຖິງການຈັດຕັ້ງປະຕິບັດ​ວຽກ​ງານ​
3 ສ້າງ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ການ​ຊຸກຍູ້, ສົ່ງ​ເສີມ​ວິ​ສາຫະກິດ​ຂະ ໜາດ​ນ້ອຍ-ຂະໜາດ​ກາງໃຫ້ສາມາດ​ເຂົ້າ​ຫາ​ແຫ​ລ່ງທຶນ​ຂອງ​ທະນາຄານ. ປັດຈຸບັນ, ຢູ່​ໃນ​ໂຄງ​ປະກອບ​ສິນ​ເຊື່ອ​ຂອງ​ລະບົບ​ທະ ນາຄານການ​ຊຸກຍູ້​ການ​ຜະລິດ​ສິນຄ້າໃນ​ຂະ​ແໜງ​ກະ ສິກຳ, ອຸດ ສາຫະກຳ ​ແລະ ການ​ບໍລິການແມ່ນ​ກວມ​ອັດຕາ​ສ່ວນ​ສູງ​ເຖິງ 60%-70%, ສ່ວນ​​ການ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ຂະໜາດ​ນ້ອຍ ແລະ ກາງໃນຂອບ​ເຂດ​ທົ່ວ​ປະ​ເທດ​ກວມ​ປະມານ 30%.
     ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງບັນດາ​ຜູ້​ປະກອບ​ການ, ຜູ້​ລົງທຶນ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ-​ກາງ, ​ໄດ້​ນຳ​ເອົາ​ທຶນ​ກູ້​ຢືມ​ໄປ ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ສາມາດ​ສົ່ງ​ຕົ້ນ​ທຶນ ​ແລະ ດອກ​ເບ້ຍ ຄືນ​ໃຫ້​ທະນາຄານ​ຕາມ​ກຳ ນົດ​​ເວລາ, ແຕ່ກໍ​ຍັງ​ມີ​ບາງ​ວິ​ສາ​ຫະກິດຈັດຕັ້ງປະຕິບັດ​ບໍ່​ໄດ້ຮັບ​ຜົນ, ບໍ່​ສາມາດ​ຊຳລະ​ທຶນ ​ແລະ ດອກ​ເບ້ຍຄືນ​ໃຫ້​ທະນາຄານ​.         

No comments:

Post a Comment