![]() |
ພາບປະກອບ |
ຕາມການລາຍງານຂອງ ໜ່ວຍງານເຝົ້າລະວັງພະຍາດ,
ກະຊວງສາທາລະ ນະສຸກໃນວັນທີ 1 ຕຸລານີ້ໃຫ້ ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອໄຂ້ ເລືອດອອກແລ້ວ 1491 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ, ໂດຍຈຳນວນຜູ້ຕິດເຊື້ອ ດັ່ງກ່າວເປັນຈຳນວນສະສົມນັບແຕ່ທ້າຍ
ເດືອນທັນວາ 2013 ເປັນຕົ້ນມາ, ໃນນີ້ ແຂວງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນສາລະວັນ
298 ກໍລະນີ, ອັດຕະປື 291 ກໍລະນີ, ເຊກອງ 191 ກໍລະນີ, ວຽງຈັນ 179 ກໍລະນີ, ນະຄອນຫຼວງວຽງຈັນ 136 ກໍລະນີ, ຈຳປາສັກ 99 ກໍລະນີ, ອຸດົມໄຊ 93 ກໍລະນີ, ຄຳມ່ວນ 62
ກໍລະນີ, ບໍລິຄຳໄຊ 50 ກໍລະນີ, ຫຼວງພະບາງ 33 ກໍລະ ນີ, ໄຊຍະບູລີ 18 ກໍລະນີ, ສະຫວັນນະເຂດ 15 ກໍລະນີ, ສ່ວນແຂວງຫຼວງນ້ຳ ທາ, ໄຊສົມບຸນ, ຜົ້ງສ ລີ ແລະ ແຂວງບໍ່ແກ້ວ ກໍມີກໍລະນີຜູ້ຕິດເຊື້ອເຊັ່ນດຽວກັນ ແລະ ບາງແຂວງຍັງບໍ່ມີລາຍງານກໍລະ ນີຜູ້ຕິດເຊື້ອ, ແຕ່ເຖິງຢ່າງດເມື່ອທຽບໃສ່ປີຜ່ານມາ ແລ້ວຖືວ່າຍັງບໍ່ມີການລະບາດໃຫຍ່ຂອງເຊື້ອ
ໄຂ້ເລືອດອອດແຕ່ຢາງໃດ,
ຊຶ່ງເປັນພຽງຈຳນວນຜູ້ຕິດເຊື້ອສະສົມມາແຕ່ຕົ້ນປີ ເທົ່ານັ້ນ, ທັງນີ້ກໍຍ້ອນປະຊາຊົນເອົາໃຈໃສ່ປະຕິບັດຕາມຄຳແນະນຳຂອງສາ ທາຢ່າງເຂັ້ມງວດໂດຍສະເພາະແມ່ນປະຕິບັດຕາມ ຫຼັກ 5 ປ ທີ່ກະຊວງສາທາລະນະສຸກວາງອອກຄື:
1. ປິດຝາພາຊະນະທີ່ມີ ນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ ໃສ່, 2. ປ່ຽນນ້ຳ
ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3. ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳຍຸງລາຍ, 4. ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປອງ, ຮາງ ລິນ, ຢາງຕີນລົດເກົ່າ, 5. ປະຕິບັດເປັນ ປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໄກ້ບ້ານ,
ດັ່ງນັ້ນອີກ ເທື່ອໜຶ່ງສາທາຈຶ່ງແນະນຳໃຫ້ ທຸກຄົນສືບຕໍ່ເຝົ້າລະວັງ ແລະ ປະຕິບັດຫຼັກ 5
ປ ເປັນປະຈຳຈົນກວ່າທຸກແຂວງ ຈະບໍ່ມີຈຳນວນຜູ້ຕິດເຊື້ອໄຂເລືອດອອກ.
No comments:
Post a Comment