ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບ
ອາກາດແຕ່ວັນທີ 1-7 ຕຸລານີ້, ບໍລິເວນຄວາມກົດດັນອາກາດ ສູງເຮັດໃຫ້ອາກາດເຢັນຈະມີກຳລັງອ່ອນຫາປານກາງປົກຄຸມຢູ່
ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນ ອອກ ສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະ ເຊັ່ນນີ້
ຈະເຮັດໃຫ້ອຸນຫະພູມ ອາກາດເຢັນລົງ, ພ້ອມມີໝອກ ໃນຕອນເຊົ້າ ແລະ ຍັງ ຈະມີຝົນ ຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຕ່ລະພາກ
ພ້ອມມີລົມພັດແຮງເປັນບາງ ໂອກາດ. ສຳລັບ ສະພາບອາກາດໃນ ທ້າຍອາທິດນີ້ ຫາຕົ້ນອາທິດ ໜ້າ,
ອາກາດໂດຍທົ່ວໄປຈະ ເຢັນລົງເລັກນ້ອຍຢູ່ແຕ່ລະພາກ, ສະເພາະຢູ່ ພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ,
ພູ ພຽງບໍລິເວນປາກຊ່ອງ, ທ່າແຕງ ແລະ ນິຄົມ 34 ອາກາດຈະໜາວ ເຢັນ ພ້ອມມີໝອກບາງປົກຄຸມໃນຕອນເຊົ້າ.
ສ່ວນສະພາບຝົນໃນ ວັນທີ 1-5 ຕຸລານີ້ ຈະມີຝົນຕົກຟ້າ ຄະນອງໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນຂອງແຂວງພາກເໜືອ.
ຈາກນັ້ນ ວັນທີ 6-7 ຕຸລາ 2014 ຈະມີຝົນຕົກຟ້າຄອງນອງກະຈາຍຢູ່ບາງທ້ອງຖິ່ນໃນ
ແຕ່ລະພາກ, ຍ້ອນບໍລິເວນຄວາມກົດ
ດັນອາກາດສູງເຮັດໃຫ້ມີທ່າອ່ຽງເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ລາວ. ສຳລັບສະພາບຝົນໃນຕົ້ນອາທິດທີ່ຜ່ານມາມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍ.
ຈາກນັ້ນທ້າຍອາທິດໄດ້ມີຝົນ ຕົກໃນລະ ດັບຄ່ອຍຫາປານກາງຢູ່ ບາງທ້ອງຖິ່ນ ແລະ ພາກໃຕ້, ເຊິ່ງປະລິມານນ້ຳຝົນໄລຍະ
24 ຊົ່ວໂມງຂອງວັນທີ 27 ກັນຍາທີ່ຜ່ານມາ, ທີ່ສະຖານນີນິຄົມ 34 ແທກໄດ້ 67,3 ມິນລິແມັດ.
No comments:
Post a Comment