ນັບແຕ່ເດືອນກັນຍາເປັນ ຕົ້ນມາ, ລັດວິສາຫະກິດນ້ຳປະປານະຄອນຫລວງວຽງຈັນ
ໄດ້ ປັບລາຄານ້ຳປະປາຄືນໃໝ່ ຈາກລາຄາດຽວມາເປັນ 3 ປະເພດຄື: ການຊົມໃຊ້ນ້ຳປະປາພາຍໃນຄົວເຮືອນ,
ການຊົມໃຊ້ນ້ຳພາກ ສ່ວນອົງການລັດ, ສະ ຖານທູດ ແລະ ອົງການຈັດຕັ້ງສາກົນ ແລະ ການຊົມໃຊ້ຂອງພາກ
ສ່ວນທຸລະກິດ-ການຄ້າ, ຂະ ແໜງບໍລິການຕ່າງໆ, ຊຶ່ງນັບ ແຕ່ ປີ 2014-2018 ຄ່າຊົມໃຊ້ນ້ຳປະປາຈະເພີ່ມຂຶ້ນຕາມລຳດັບລະ
ຫວ່າງ 3-5%. ຕາມການເປີດເຜີຍຂອງຜູ້ອຳ ນວຍການ ລັດວິສາຫະກິດນ້ຳປະປານະຄອນຫລວງວຽງຈັນ ທ່ານ
ຄຳ ເຜີຍ ວົງສາຄຳຜຸຍ ແຈ້ງຕໍ່ນັກຂ່າວໜັງສືພິມລາວ ພັດທະນາວ່າ: ຕໍ່ບັນຫາການປັບລາ ຄານ້ຳປະປາຂຶ້ນນັ້ນກໍຍ້ອນວ່າ
ລັດວິສາຫະກິດພວກເຮົາມີ ຄວາມຈຳເປັນໃນການ ພັດທະ ນາລະບົບນ້ຳ ປະປາຂອງຕົນ, ເມື່ອທຽບໃສ່ຕົ້ນທຶນການຜະລິດໃນ
ປັດຈຸບັນເຫັນວ່າລາຄານ້ຳຍັງ ຕ່ຳກວ່າຫລາຍ ແລະ ຜ່ານມາ ລາຄານ້ຳປະ ປາມີພຽງແຕ່ປະເພດດຽວ, ຊຶ່ງເຫັນວ່າບໍ່ສອດ
ຄ່ອງກັບຄວາມເປັນຈິງຂອງຜູ້ ຊົມໃຊ້ ແລະ ຜູ້ຜະລິດ. ດັ່ງນັ້ນ, ຈິ່ງຈຳເປັນ ຕ້ອງໄດ້ປັບລາຄາຄ່າຊົມໃຊ້ນ້ຳຄືນໃໝ່ຄື:
ປະເພດທີ 1 ສຳລັບຜູ້ຊົມໃຊ້ໃນຄົວເຮືອນໃຊ້ ນ້ຳແຕ່ 1-10 ແມັດກ້ອນໃນປີ 2014 ຈະຕົກເປັນ
1.300 ກີບ/ແມັດກ້ອນ, ໃນປີ 2015 ຈະຕົກເປັນ 1339/ແມັດກ້ອນ, ປີ 2016 ຈຳນວນ 1379/ແມັດ ກ້ອນ,
2017 ເປັນ 1.434/ແມັດ ກ້ອນ ແລະ ປີ 2018 ຈຳນວນ 1.560/ແມັດກ້ອນ. ພາກສ່ວນສຳ ນັກງານອົງການລັດ,
ສະຖານ ທູດ ແລະ ອົງການຈັດຕັ້ງສາກົນ ນັບແຕ່ເດືອນກັນຍາ 2014 ຄ່າ ຊົມໃຊ້ນ້ຳປະປາ ປີ 2014 ຕົກ ເປັນ
2.300/ແມັດກ້ອນ, ປີ 2015 ເປັນ 2.369/ແມັດກ້ອນ, ປີ 2016 ເປັນ 2.440/ແມັດກ້ອນ, ປີ
2017 ເປັນ 2.538/ແມັດກ້ອນ ແລະ ປີ 2018 ເປັນ 2.665/ແມັດກ້ອນ. ສຳລັບພາກສ່ວນທຸລະກິດ-ການຄ້າ,
ໂຮງແຮມ, ຮ້ານອາຫານ, ໂຮງງານນ້ຳດື່ມ, ນ້ຳກ້ອນ ນັບ ແຕ່ເດືອນກັນຍາ 2014 ຄ່າຊົມ ໃຊ້ນ້ຳປະປາ
ຈະຕົກເປັນ 2.800/ ແມັດກ້ອນ, ປີ 2015 ຕົກເປັນ 2.884/ແມັດກ້ອນ, ປີ 2016 ຕົກ ເປັນ
2.971/ແມັດກ້ອນ, ປີ 2017 ຕົກເປັນ 3.089/ແມັດກ້ອນ ແລະ ປີ 2018 ຕົກເປັນ 3.244/ແມັດກ້ອນ. ຜູ້ອຳນວຍການລັດວິສາ
ຫະກິດນ້ຳປະປາດັ່ງກ່າວຍັງໄດ້ແຈ້ງຕື່ມວ່າ: ໃນແຕ່ລະປີຜ່ານມາ ການຜະລິດນ້ຳປະປາບໍ່ໄດ້ຮັບ
ຜົນກຳໄລ, ແຕ່ການປະຕິບັດພັນ ທະຂອງຕົນຕໍ່ລັດແມ່ນສາມາດ ບັນລຸໄດ້ 100% ພ້ອມນີ້ ທ່ານຍັງຮຽກຮ້ອງໄປຍັງຜູ້ຊົມ
ໃຊ້ນ້ຳປະປາຈົ່ງຊ່ວຍກັນໃຊ້ນ້ຳແບບປະ ຢັດໃຫ້ເກີດປະໂຫຍດຕໍ່ຊາດ.
No comments:
Post a Comment