Ad

Ad

3 October 2014

ບໍ່ຄຳ-ທອງເຊໂປນປະກອບສ່ວນອຸປະກອນການແພດໃຫ້ໜ່ວຍງານກູ້ໄພສຸກເສີນນະຄອນຫລວງ



     ໃນວັນທີ 30 ກັນຍາຜ່ານ ມານີ້, ບໍລິສັດ ລ້ານຊ້າງ ມີເນໂຮນສ໌ ລິມິເຕັດ ບໍ່ຄຳ- ທອງເຊໂປນ ໄດ້ມອບອຸປະກອນການ ແພດທີ່ມີມູນຄ່າປະມານ 85 ລ້ານ ກີບໃຫ້ ແກ່ໜ່ວຍງານກູ້ໄພສຸກ ເສີນນະຄອນຫລວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການກູ້ໄພ ແລະ ສົ່ງເສີມຄວາມປອດໄພ, ຊຶ່ງອຸປະກອນດັ່ງກ່າວລວມມີ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຊ່ວຍ ຊູຊີບ, ອຸປະກອນເຄື່ອນຍ້ານຄົນ ເຈັບພ້ອມທັງອຸປະກອນທີ່ສຳຄັນ ຈຳນວນໜຶ່ງ. ພິທີມອບໄດ້ຈັດຂຶ້ນທີ່ຫ້ອງການຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິ ເຕັດ ບໍ່ຄຳ-ທອງເຊໂປນ ຢູ່ນະຄອນ ຫລວງວຽງຈັນ.   ການປະກອບສ່ວນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ້ງໝັ້ນທີ່ຕັ້ງ ໜ້າໃນການຍົກສູງການບໍລິການກູ້ໄພສຸກເສີນ. ນອກຈາກນີ້ ບໍລິສັດຍັງໄດ້ສະໜອງອຸປະກອນການແພດຢ່າງຕໍ່ເນື່ອງໃຫ້ແກ່ ໂຮງໝໍຫລາຍແຫ່ງໃນ ສປປ ລາວ ເພື່ອປັບປຸງມາດຕະຖານການບໍລິການປິ່ນປົກຂອງສະຖາບັນດັ່ງກ່າວ.

No comments:

Post a Comment