Ad

Ad

3 October 2014

ຄວນເບິ່ງຄືນການວາງເຕັ້ນຂາຍເຄື່ອງບຸນຊ່ວງເຮືອທີ່ຝືນກັບລະບຽບຂອງນະຄອນຫລວງ



     ຕາມທຳມະດາຢູ່ໃນແຈ້ງ ການເພີ່ມເຕີມຂອງທ່ານຮອງເຈົ້າຄອງນະຄອນຫລວງ ວຽງຈັນກ່ຽວກັບການຈັດຕັ້ງງານ ບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອປະ ເພນີປະຈຳປີ 2014, ທີ່ທ່າວັດຈັນ ເມືອງຈັນທະບູລີ, ໂດຍຈະເລີ່ມການຄົບງັນຢ່າງ ເປັນທາງການນັບແຕ່ວັນທີ 6-9 ຕຸລານີ້, ແຕ່ໃນຂະນະທີ່ພວມຢູ່ ໃນໄລຍະກະ ກຽມປຸກສ້າງຫ້າງຮ້ານວາງສະແດງຂາຍສິນຄ້າ ແລະ ມີຫລາຍຈຸດກໍໄດ້ເລີ່ມມີ ການ ຄົບງັນກັນແລ້ວ, ເມື່ອມາເບິ່ງທາງດ້ານຄວາມເປັນລະບຽບຮຽບຮ້ອຍເຫັນວ່າມີ ຫລາຍຈຸດ ຍັງຝືນລະບຽບທີ່ເຈົ້າຄອງນະຄອນຫລວງວຽງຈັນໄດ້ກຳນົດໄວ້ເປັນຕົ້ນການວາງເຕັ້ນສຳລັບກາງໂຕະບໍລິການ ຂາຍເຄື່ອງ ບໍລິ ການບໍ່ວ່າຈະຢູ່ຕາມເສັ້ນທາງໃຫຍ່ສາຍຂຶ້ນລຽບຕາມແຄມ ຂອງເຫັນວ່າກວມເອົາເສັ້ນທາງລົດ ແລ່ນຫລາຍ ໂພດຕົວຢ່າງຢູ່ຈຸດທາງແຍກໂຮງຮຽນປາກປາສັກລວມເຖິງທາງຮ່ອມເຂດບ້ານອິນແປງ, ອົງຕື້, ມີໄຊ, ຊຽງຢືນ ແລະ ອື່ນໆ ກໍມີການກາງ ເຕັ້ນຢ່າງລຳພັງໃຈຂອງຜູ້ປະກອບການ ແລະ ສິ່ງນີ້ຖ້າຫາກພາກສ່ວນກ່ຽວຂ້ອງອະນຸຍາດ ຫລືບໍ່ອະນຸຍາດ
ກໍນັບວ່າເປັນການຝືນຕໍ່ຄຳສັ່ງແນະນຳເພີ່ມເຕີມສະບັບເລກທີ 429/ຈນວ, ລົງວັນທີ 1 ກັນຍາ 2014 ວ່າ ດ້ວຍການຄຸ້ມ ຄອງງານບຸນດັ່ງກ່າວ,ເຊິ່ງໃນຄຳສັ່ງສະບັບນີ້ 1 ໃນ 13 ຂໍ້ຫ້າມແມ່ນໄດ້ລະບຸເຖິງ ການຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານທີ່ຄະນະ ກຳມະການຈັດງານຕະຫຼາດ ນັດກຳນົດໄວ້. ບໍ່ສະເພາະແຕ່ ເທົ່ານັ້ນສິ່ງທີ່ໜ້າເປັນຫ່ວງອີກ ອັນໜຶ່ງແມ່ນບັນຫາການອະນຸ ຍາດ ໃຫ້ຊາວຄ້າຂາຍວາງເຕັ້ນ ກວມເອົາຮົ້ວບາງຈຸດຢູ່ບໍລິເວນ ສວນເຈົ້າອານຸວົງເພື່ອເຮັດເປັນ ບ່ອນບໍລິການຊັດປຸ່ມເປົ້າ ແລະ ຂາຍ ເຄື່ອງສິນຄ້າຍ່ອຍອື່ນໆ ແລະ ຖ້າພາກສ່ວນຮັບຜິດຊອບ ຍັງປ່ອຍປະລະເລີຍໃຫ້ຜູ້ປະກອບການສືບຕໍ່ເຮັດ ຄືແນວນີ້ຢ່າງ ລຳ ພັງຈະສົ່ງຜົນກະທົບໃຫ້ແກ່ ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງຄວາມບໍ່ຈົບບໍ່ງາມຕໍ່ສາຍຕາຂອງບັນດານັກທ່ອງທ່ຽວ ລວມໄປເຖິງມວນຊົນທີ່ເຂົ້າຮ່ວມງານບຸນປະເພນີຊ່ວງເຮືອປີນີ້ມີຄວາມຜິດຫວັງ.

No comments:

Post a Comment