ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ພາຍຫຼັງສຸມໃສ່
ຊຸກຍູ້ການຜະລິດເຂົ້ານາປີສຳ ເລັດຕາມແຜນການແລ້ວ, ມາ ຮອດ ປັດຈຸບັນຂະແໜງການ ຂອງຕົນກໍໄດ້ລົງສົມທົບກັບທ້ອງຖິ່ນເພື່ອຊຸກຍູ້ຂະບວນການບົວ
ລະບັດຮັກສາໃສ່ຝຸ່ນເຂົ້ານາປີ ແລະ ຕິດຕາມເຝົ້າລະວັງການ ຕ້ານແລ້ງຕ້ານຖ້ວມ, ພ້ອມນັ້ນກໍ
ໄດ້ສືບຕໍ່ຊຸກຍູ້ສົ່ງເສີມຂະບວນ ປູກພືດສະດູຝົນຂອງຊາວກະສິ ກອນໃຫ້ສຳເລັດຕາມຄາດໝາຍແຜນການ,
ແລະ ຮອດດຽວນີ້ ທົ່ວປະເທດສາມາດປູກພຶດສຳ ເລັດແລ້ວ 448.387 ເຮັກຕາ, ເທົ່າ ກັບ 71% ຂອງແຜນການ
(631.500 ເຮັກຕາ) ໃນນີ້ປະຕິບັດ ໄດ້ຫຼາຍກວ່າໝູ່ແມ່ນບັນດາ ແຂວງພາກເໜືອບັນລຸໄດ້
218.121ເຮັກຕາ, ພາກໃຕ້ປະຕິ ບັດໄດ້ 140.935 ເຮັກຕາ, ພາກ ກາງປະຕິບັດໄດ້ 89.331 ເຮັກຕາ
ແລະ ເພື່ອເຮັດໃຫ້ການ ປູກພືດລະດູຝົນປີນີ້ສຳເລັດຕາມຄາດ ໝາຍແຜນການ, ທາງຂະແໜງ ກະສິກຳ ແລະ
ປ່າໄມ້ກໍໄດ້ລົງ ຊ່ວຍເຫຼືອທ້ອງຖິ່ນຕ່າງໆ, ໃນ ການສະໜອງແນວພັນພືດ, ອຸ ປະກອນການຜະລິດ, ພ້ອມ
ແນະນຳວິທີ່ການປູກທີ່ມີປະສິດ ທິພາບໃຫ້ແກ່ເຂົາ ເຈົ້ານຳ ອີກ.
ກະຊວງກະສິກຳໃຫ້ຮູ້ອີກວ່າ:
ມາຮອດປັດຈຸບັນທົ່ວປະເທດມີ ເນື້ອທີ່ກະສິກຳຖືກຜົນກະທົບ ຈາກໄພທຳມະຊາດທັງໝົດ 37.326 ເຮັກຕາ,
ໃນນີ້ເສຍຫາຍ ຕົວຈິງມີ 18.689 ເຮັກຕາ, ມີຊົນລະປະທານ 6 ແຂວງ ຖືກຜົນກະ ທົບຄື: ຜົ້ງສາລີ,
ອຸດົມໄຊ, ຫົວພັນ, ສາລະວັນ, ເຊກອງ ແລະ ອັດຕະປື, ມີ 91 ໂຄງການ ແລະ ຍັງມີສັດລ້ຽງ : ງົວ,
ຄວາຍ, ໜູ ແລະ ສັດປີກ ຈຳນວນໜຶ່ງຖີກເສຍຫາຍ, ຕໍ່ຜົນກະທົບດັ່ງກ່າວຂະແໜງການກະສິກຳກໍໄດ້ລົງສົມທົບກັບອຳນາດການປົກຄອງທ້ອງຖິ່ນເພື່ອ
ຊ່ວຍເຫຼືອ ແລະ ຟື້ນຟູເຂດທີ່ຖືກຜົນກະທົບໃຫ້ສາມາທຳການຜະລິດຄືນໃໝ່ໄດ້ ໂດຍໄວ.
No comments:
Post a Comment