ທ່ານ ອາຊາງ ລາວລີ ຮອງ ນາຍົກລັດຖະມົນຕີ, ປະທານຄະ
ນະຊີ້ນຳລະດັບຊາດຕ້ານການ ຄ້າມະນຸດໄດ້ກ່າວຕໍ່ກອງປະ ຊຸມຄົບຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດ,
ຊຶ່ງຈັດຂຶ້ນທີ່ ຫ້ອງວ່າການລັດຖະບານໃນວັນທີ 30 ກັນຍາຜ່ານມາວ່າ:
ລັດ ຖະບານລາວພ້ອມກັບຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດຈະໄດ້ເພີ່ມທະວີປັບປຸງແບບ
ແຜນວິທີເຮັດວຽກຂອງ ຕົນຄືນໃໝ່ໃຫ້ຄ່ອງຕົວກວ່າເກົ່າເພື່ອ ແນໃສ່ເຊື່ອມໂຍງເຂົ້າກັບສາກົນໃນອະນາຄົດ.
ການປັບປຸງແບບແຜນວິທີ ເຮັດວຽກດັ່ງກ່າວຈະເລີ່ມດຳ
ເນີນໄປແຕ່ສົກປີ 2014-2015, ໂດຍຈະມີການຮ່ວມມືກັບ ສປ. ຈີນ, ຂະບວນການຄອມມູນິດ, ຂະບວນການບາລີເຂົ້າສູ່ການໂຄສະນາເຜີຍແຜ່ປູກຈິດສຳນຶກ
ກ່ຽວກັບຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ, ການດຳເນີນຄະດີ ແລະ ການບັງຄັບໃຊ້ກົດໝາຍເຂົ້າໃນ
ການດຳເນີນຄະດີຕໍ່ຜູ້ຖືກຫາ ແລະ ຊ່ວຍຜູ້ຖືກເຄາະຮ້ານຈາກການຄ້າມະນຸດ, ໃນນີ້ ຈະຖືສຳ ຄັນໃນການກໍ່ສ້າງປັບປຸງໂຄງ
ປະກອບເປັນຕົ້ນຊ່ວຍເຫລືອ ດ້ານສະຖານທີ່ພັກເຊົາ, ການແພດ, ກົດໝາຍ, ການເຝິກອົບຮົມວິຊາ ອາຊີບ
ແລະ ການສຶກສາແກ່ຜູ້ທີ່ ຕົກເປັນເຫຍື່ອຂອງ ການຄ້າມະນຸດເພື່ອແນໃສ່ສ້າງໃຫ້ເຂົາເຈົ້າ ເຫລົ່ານັ້ນໄດ້ມີວິຊາອາຊີບທີ່ໝັ້ນຄົງຖາວອນ.
ນອກນັ້ນ ລັດຖະບານຍັງໄດ້ປຶກ ສາຫາລືການຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍການສະກັດກັ້ນ-ຕ້ານ
ການຄ້າມະນຸດລວມມີ 20 ໂຄງ ການ, 101 ກິດຈະກຳຮ່ວມກັບ
ແຜນງານປັບປຸງແບບແຜນວິທີ ເຮັດວຽກຂອງຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດໃຫ້ມີ ປະ ສິດທິຜົນຍິ່ງຂຶ້ນເພື່ອກຽມພ້ອມເຊື່ອມໂຍງກັບສາກົນໃນຕໍ່ໜ້າ.
ສະເພາະໄລຍະຜ່ານມານັບ ແຕ່ 2008-2014 ລັດຖະບານລາວ
ໄດ້ມີການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານ ການຄ້າມະນຸດພາຍໃຕ້ການຊີ້ນຳຂອງ ຄະນະຊີ້ນຳລະດັບຊາດຕ້ານ
ການຄ້າມະນຸດ, ກອງເລຂາຄະນະຊີ້ນຳຕ້ານການຄ້າມະນຸດ ແລະ ຂະແໜງການກ່ຽວຂ້ອງ ໄດ້ເປັນເຈົ້າການຮັບຜິດຊອບ
ເຄື່ອນໄຫວວຽກງານຕ້ານການຄ້າມະນຸດໄດ້ຮັບຜົນດີສົມຄວນ, ແຕ່ຍັງມີຫລາຍປັດໃຈບໍ່ທັນຕອບສະໜອງໃຫ້ແກ່ການປະຕິບັດ
ວຽກງານດັ່ງກ່າວໃຫ້ມີໝາກຜົນສູງ. ດັ່ງນັ້ນ, ຍ້ອນລິ່ງເຫັນໄພ ອັນຕະລາຍຂອງການຄ້າມະນຸດຍິ່ງນັບມື້ເພີ່ມທະວີ
ແລະ ກາຍ ເປັນສິ່ງທ້າທາຍ, ລັດຖະບານ ລາວຈິ່ງໄດ້ຕັດສິນໃຈປັບປຸງ ວຽກງານດັ່ງກ່າວໃຫ້ມີຄວາມ
ເຂັ້ມແຂງ ແລະ ກ້າວໄປສູ່ຄຸນນະ ພາບໃໝ່.
No comments:
Post a Comment