Ad

Ad

3 October 2014

ຖືກສານຕັດສີນຈຳຄຸກ 12 ປີ ຍ້ອນຂ້າເມຍ



    ເມື່ອບໍ່ດົນນີ້, ສານປະຊາຊົນ ນະຄອນຫລວງວຽງຈັນ, ໄດ້ ຕັດສີນລົງໂທດທ້າວ ພຸດ ອາຍຸ 30 ປີຢູ່ບ້ານຫ້ວຍຫລ້າ ເມືອງສັງທອງນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 12 ປີ, ພ້ອມປັບໃໝເງິນ 3 ລ້ານກີບ, ເຊິ່ງຖືກເຈົ້າໜ້າທີ່ຈັບຕົວເມື່ອ ວັນທີ 23 ເມສາ 2014 ໃນຂໍ້ຫາຄາດ ຕະກຳນາງ ແສງດາວ ອາຍຸ 23 ປີເຊິ່ງເປັນເມຍຂອງຜູ້ກ່ຽວ. ເລື່ອງມີຢູ່ວ່າ: ໃນຕອນ ເຊົ້າວັນທີ 23 ເມສາ 2014 ທ້າວ ພຸດ ໄດ້ອອກຈາກເຮືອນໄປ ຫາເສບຢາ ບ້າຈົນຮອດເວລາປະມານ 13:00 ໂມງຈຶ່ງໄດ້ກັບ ມາເຮືອນໃນອາການມຶນເມົາ, ຈຶ່ງຖືກເມຍ ຈົ່ມວ່າໃສ່ຈົນມີປາກສຽງຜິດ ຖຽງກັນຢ່າງແຮງ ແລະ ເກີດອາ ລົມໂມໂຫ ຈຶ່ງໄດ້ໃຊ້ກຳປັ້ນຕີຫລັງເມຍຢ່າງແຮງແລ້ວເຂົ້າໄປຈັບເອົາມີດຢູ່ໃນເຮືອນໄລ່ແທງ ເມຍຢູ່ໜ້າ ເດີ່ນເຮືອນຫລາຍບາດຈົນເສຍຊີວິດ, ຫລັງ ຈາກນັ້ນຈຶ່ງ ມີປະຊາຊົນເຮືອນໃກ້ພາກັນຊ່ວຍ ຈັບຕົວຜູ້ກ່ຽວມອບໃຫ້ເຈົ້າໜ້າທີ່ເພື່ອນຳຕົວໄປດຳເນີນຄະດີ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ພຸດ ໄດ້ແຕ່ງງານກັບນາງ ແສງດາວ ໃນປີ 2011 ແລະ ມີລູກນຳກັນ ສອງຄົນ, ມີອາຊີບເຮັດນາ, ພາຍ ຫລັງທ້າວ ພຸດ ໄດ້ພົວພັນກັບຢາ ເສບຕິດນັບແຕ່ຕົ້ນປີ 2013 ກໍບໍ່ ສົນໃຈໃນການໄປຊອກທຳມາຫາກິນ, ມີແຕ່ໄປຫາໝູ່ ເສບຢາ ເສບຕິດແລ້ວກັບມາຜິດຖຽງກັບ ເມຍເປັນປະຈຳ, ຈົນໃນທີ່ສຸດ ເສັ້ນທາງແຫ່ງຊີວິດຄອບຄົວກໍມາຈົບສີ້ນລົງດ້ວຍ ເຫດການເສົ້າດັ່ງກ່າວຍ້ອນລິດຂອງຢາບ້າ.

No comments:

Post a Comment