Ad

Ad

3 October 2014

ລັດຖະມົນຕີການເງິນສັ່ງໃຫ້ທຸກດ່ານສາກົນເກັບລາຍຮັບໃຫ້ໄດ້ລື່ນແຜນຢ່າງໜ້ອຍ 10%



    ທ່ານລັດຖະມົນຕີວ່າການ ກະຊວງການເງິນ ດຣ ລຽນ ທິ ແກ້ວ ໄດ້ສັ່ງໃຫ້ຄະ ນະຮັບຜິດ ຊອບຂະແໜງການພາສີຢູ່ດ່ານ ສາກົນໃນທົ່ວປະເທດສຸມທຸກ ຄວາມ ພະຍາຍາມເຂົ້າໃສ່ການ ເກັບລາຍຮັບໃຫ້ໄດ້ລື່ນແຜນການຢ່າງໜ້ອຍ 10% ເພື່ອ ປະກອບ ສ່ວນແກ້ໄຂການຂາດສະພາບ ຄ່ອງທາງດ້ານການເງິນຂອງ ຊາດ. ຂະນະທີ່, ການຈັດຕັ້ງປະ ຕິບັດການເກັບລາຍຮັບແຫ່ງ ຊາດ ມາຮອດວັນທີ 26 ສິງ 2014 ລາຍຮັບພາສີປະຕິບັດໄດ້ພຽງ 89,91% ຂອງແຜນການສົກປີ ເທົ່ານັ້ນການ ເນັ້ນບັນຫາດັ່ງກ່າວມີຂຶ້ນໃນກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ດ້ານວິຊາການເພື່ອຊຸກຍູ້ການ ເຄື່ອນໄຫວ ການເກັບລາຍຮັບຢູ່ບັນດາດ່ານພາສີຊາຍແດນໃນ ທົ່ວປະເທດເມື່ອບໍ່ດົນມານີ້, ເຊິ່ງທ່ານລັດຖະມົນຕີວ່າການກະ ຊວງການ ເງິນໄດ້ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກດ້ານການ ເງິນຂອງປະເທດເຮົາວ່າ: ຄວາມ ບໍ່ດຸ່ນດ່ຽງດ້ານງົບປະມານລະ ຫວ່າງ
ລາຍຮັບກັບລາຍ ຈ່າຍ, ຍັງເປັນບັນຫາໜັກໜ່ວງທີ່ພວກ ເຮົາຈະຕ້ອງໄດ້ພ້ອມພາກັນແກ້ ໄຂ, ເນື່ອງຈາກຮອດວັນທີ 19 ສິງຫາ 2014 ທົ່ວຂະ ແໜງການເງິນຈັດເກັບລາຍຮັບໄດ້ພຽງ 71% ຂອງແຜນການສົກປີ 2013- 2014 ແລະ ເຫລືອພຽງ 1 ເດືອນ ເທົ່ານັ້ນທີ່ຈະ ຕ້ອງເກັບໃຫ້ໄດ້ຫລາຍກວ່າ 20%, ເຊິ່ງເປັນສິ່ງທ້າທາຍໃຫຍ່ຫລວງສຳລັບຂະແໜງການພວກເຮົາ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ທຸກຂັ້ນຕ້ອງໄດ້ສຸມໃສ່ຈັດເກັບໃຫ້ໄດ້ເກີນແຜນຢ່າງໜ້ອຍ 10% ຫລື ປະມານ 1 ພັນກວ່າຕື້ກີບ ພາຍໃນເວລາທີ່ຍັງເຫລືອ.
   ປັດຈຸບັນ, ກົມພາສີໄດ້ສົ່ງ ໜ່ວຍວິຊາການຈໍານວນ 15 ຄະ ນະ ແລະ ໜຶ່ງກອງເລຂາເພື່ອເຮັດໜ້າທີ່ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດຄຳສັ່ງຕ່າງໆ ຂອງລັດຖະບານຢູ່ 15 ດ່ານສາ ກົນໃນທົ່ວປະເທດ, ເພື່ອເຮັດໜ້າທີ່ການເມືອງອັນຮີບດ່ວນໃຫ້ ໄດ້ຕາມເປົ້າໝາຍທີ່ວາງໄວ້.

No comments:

Post a Comment