ເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:
ໃນເວລາ 15:00 ໂມງ ຂອງວັນທີ 1 ຕຸລານີ້, ໄດ້ເກີດອຸ ປະຕິເຫດລົດບັນທຸກໝາຍເລກ ທະບຽນ ບຂ
0708 ກຳແພງນະຄອນ, ແລ່ນມາດ້ວຍຄວາມໄວ ແຕ່ເສັ້ນທາງນາຊາຍທອງມຸ້ງ ໜ້າເຂົ້າມາຕົວ ເມືອງ, ຊຶ່ງຂັບ
ໂດຍທ້າວ ນຸ ອາຍຸ 20 ປີພັກເຊົາ ຢູ່ບ້ານໜອງແຕ່ງ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງ ຈັນຕຳລົດຈັກຄັນໜຶ່ງໝາຍເລກທະບຽນ
ດກ 5481 ກຳແພງນະ ຄອນທີ່ແລ່ນມາດ້ວຍຄວາມໄວ ເຊັ່ນກັນຢ່າງຮຸນແຮງເຮັດ ໃຫ້ຄົນຂັບລົດຈັກຊື່ທ້າວ
ສີນ ນະຄອນ ອາຍຸ 21 ປີຢູ່ບ້ານປາກແຮດ, ເມືອງນາຊາຍທອງເສຍຊີວິດຄາທີ່.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນເດືອນ ກັນຍາຜ່ານມານີ້,
ຢູ່ນະຄອນ ຫລວງວຽງຈັນມີອຸປະ ຕິເຫດບົນທ້ອງຖະໜົນເກີດຂຶ້ນ 127 ກໍລະ ນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ
11 ຄົນ, ມີຜູ້ໄດ້ ຮັບບາດເຈັບສາຫັດ 19 ຄົນ, ພາຫະນະເປ່ເພສົມຄວນ 146 ຄັນ ແລະ ໃຊ້ການບໍ່ໄດ້
2 ຄັນ, ຕົກເປັນມູນຄ່າເສຍຫາຍ ທັງໝົດຫລາຍກວ່າ 1,4 ຕື້ກີບ, ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸປະຕິເຫດດັ່ງກ່າວຍັງແມ່ນການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບ ຂີ່ລົດໄວ ແລະ ລ່ວງລະເມີດລະບຽບຈະລາຈອນກໍຍັງມີຫລາຍ,
ຈຳນວນອຸປະຕິເຫດເກີດຂຶ້ນຫລາຍແມ່ນກຸ່ມໄວໜຸ່ມນັກ ຮຽນ, ນັກສຶກສາ ແລະ ກຳມະກອນໂຮງຈັກໂຮງງານຕ່າງໆ,
ຊຶ່ງຍັງຂາດຄວາມ ຮູ້ດ້ານລະບຽບຈະລາຈອນ.
No comments:
Post a Comment