Ad

Ad

3 October 2014

ອາເມລິກາຈະຊ່ວຍເຫລືອແກ້ໄຂປະກົດການຫຍໍ້ທໍ້ໃນນະຄອນຫລວງ



     ໃນວັນທີ 1 ຕຸລານີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສິນລະວົງ ຄຸດໄພທູນ ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ດານຽນ ຄລຸນ ເພື່ອພົບປະຫາລື ກ່ຽວກັບການເສີມຂະ ຫຍາຍການຮ່ວມມືຫລາຍດ້ານ, ໂດຍ ສະເພາະສະຫະລັດອາເມລິກາມີຈຸດປະສົງທີ່ຈະໃຫ້ການຊ່ວຍ ເຫລືອໃນການແກ້ໄຂ ບັນຫາເດັກຂ້າງຖະໜົນ, ຄົນຂໍທານ, ບັນຫາ ຢາເສບຕິດ ແລະ ປາກົດການ ຫຍໍ້ທໍ້ທາງສັງຄົມ, ນອກຈາກນີ້, ຍັງໄດ້ປຶກສາ ຫາລືການຮ່ວມມືໃນຂົງເຂດວຽກງານວັດທະນາທຳ-ສັງຄົມ ແລະ ບັນຫາອື່ນໆ ຈຳນວນໜຶ່ງເປັນຕົ້ນ: ການຈັດງານສັບປະ ດາຮູບເງົາສະຫະລັດອາເມລິກາຢູ່ນະຄອນຫລວງ ວຽງຈັນແຕ່ວັນທີ 1-5 ຕຸລາ 2014, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກສະຖານ ທູດສະຫະລັດອາເມລິກາ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆຂອງອາເມລິກາຢູ່ລາວ, ພ້ອມກັນນີ້, ນັກ ສ້າງຮູບເງົາທີ່ມີສື່ສຽງຂອງອາເມລິກາຈະໄດ້ຈັດເຝິກອົບຮົມໃຫ້ແກ່ນັກສ້າງຮູບເງົາຂອງລາວ ເພື່ອແລກປ່ຽນບົດຮຽນເຕັກ ນິກໃນການສ້າງຮູບເງົາ ໃຫ້ມີຄຸນນະພາບດີ ແລະ ເປັນທີ່ຈັບອົກຈັບໃຈຜູ້ຊົມ.

   ໃນໂອກາດດັ່ງກ່າວ, ທ່ານ ເຈົ້າຄອງນະຄອນຫລວງວຽງຈັນ, ກໍໄດ້ສະແດງຄວາມຍີນດີຕໍ່ການສະເໜີຂອງທ່ານທູດສະ ຫະລັດອາເມລິກາທີ່ຈະສະໜັບສະໜູນໃນຫລາຍວຽກງານເພື່ອປະກອບສ່ວນເຮັດໃຫ້ນະຄອນຫລວງວຽງຈັນເປັນຕົວເມືອງ ທີ່ສະຫງົບ, ສວຍງາມ ແລະ ໜ້າຢູ່ຍິ່ງໆຂຶ້ນຕາມນະໂຍບາຍ 6 ສ ກຳນົດໄວ້ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ທັງສອງ ຝ່າຍກໍໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງ ສປປ ລາວ ແລະ ສ.ອາ ເມລິກາເຫັນວ່າໄດ້ຮັບການເສີມຂະຫຍາຍໃຫ້ງອກງາມ ຂຶ້ນເທື່ອລະກ້າວ.

No comments:

Post a Comment