ບຸນອອກພັນປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ
2014 ທີ່ນະຄອນ ຫລວງວຽງຈັນ ທີ່ຈະ ມີຂຶ້ນໃນວັນທີ 8-9 ຕຸລານີ້, ມາຮອດປັດຈຸບັນໄດ້ມີພາກ ສ່ວນຕ່າງໆສະເໜີເຈດຈຳນົງຂອງຕົນ ທີ່ຈະສົ່ງເຮືອປະເພດຕ່າງໆເຂົ້າຮ່ວມ ແຂ່ງຂັນ ແລ້ວ 52 ລຳ, ໃນນີ້
ມີເຮືອສູດຊາຍ (55 ສີພາຍ) ຈຳນວນ 7 ລຳ, ເຮືອປະເພ ນີຊາຍ (55 ສີພາຍ) 13 ລຳ, ປະເພນີຍິງ
(45-55 ສີພາຍ) 5 ລຳ ແລະ ເຮືອ ກິລາ (12 ສີພາຍ) ຈຳນວນ 27 ລຳ.
ໃນນີ້ມີເຮືອຊ່ວງຈາກບ້ານ, ເມືອງ, ຫົວໜ່ວຍທຸລະກິດຕ່າງໆ
ໃນນະຄອນຫລວງວຽງຈັນ ແລະ ພິເສດໄດ້ມີເຮືອຊ່ວງ ຈາກແຂວງວຽງຈັນ ແລະ ຫລວງພະບາງ ຈຳນວນໜຶ່ງ,
ເຊິ່ງການແຂ່ງຂັນ ຈະມີຂຶ້ນໃນວັນທີ 8-9 ຕຸລາທີ່ມາ ເຖິງໃນນີ້ວັນທີ 8 ແມ່ນການແຂ່ງຂັນເຮືອປະເພນີຍິງ
ແລະ ວັນທີ 9 ແມ່ນເຮືອຊາຍ.
ສ່ວນລາງວັນທີ່ຈະໄດ້ຮັບມີ: ສຳລັບເຮືອປະເພນີ ແລະ
ເຮືອ ສູດລາງວັນທີ 1 ຈະໄດ້ຮັບຂັນ ເງິນນ້ຳໜັກ 1 ກິໂລ ມູນຄ່າ 10 ກວ່າກີບ ພ້ອມເງິນລາງວັນ
21 ລ້ານກີບ, ລາງວັນທີ 2 ຈະໄດ້ ຮັບຂັນເງິນ ນ້ຳໜັກ 750 ກຼາມ ມູນຄ່າ 7 ລ້ານກວ່າກີບ, ພ້ອມເງິນລາງວັນ
15 ລ້ານກີບ, ລາງວັນ ທີ 3 ຈະໄດ້ຮັບຂັນເງິນ ນ້ຳໜັກ 500 ກຼາມ ມູນຄ່າ 5 ລ້ານກວ່າກີບ ພ້ອມເງິນລາງ
ວັນ 10 ລ້ານກີບ, ລາງວັນທີ 4 ຈະ ໄດ້ຮັບເງິນສົດ 5 ລ້ານກີບ, ສ່ວນ ລາງວັນເຮືອຊ່ວງກິລາ 12 ສີພາຍລາງວັນທີ 1 ຈະໄດ້
ຮັບຂັນໂລ້ ມູນຄ່າ 4 ແສນກ່ວາກີບ ພ້ອມເງິນສົດ 8 ລ້ານກີບ, ລາງ ວັນທີ 2 ຂັນໂລ້ ມູນຄ່າ
3 ແສນ ກວ່າກີບ ພ້ອມເງິນສົດ 6 ລ້ານ ກີບ, ລາງວັນທີ 3 ຂັນໂລ້ ມູນຄ່າ 2 ແສນກວ່າກີບ ພ້ອມເງິນລາງ
ວັນ 4 ລ້ານກີບ ແລະ ລາງວັນທີ 4 ຈະໄດ້ຮັບເງິນ ສົດ 2 ລ້ານກີບ. ນອກຈາກນີ້ ຍັງມີລາງວັນເຮືອ ເຊີ້ງງາມລາງວັນທີ 1 ຈະໄດ້ຮັບ
5 ລ້ານກີບ, ລາງວັນທີ 2 ຈະໄດ້ ຮັບ 3 ລ້ານກີບ ແລະ ລາງວັນທີ 3 ຈະໄດ້ຮັບເງິນ 2 ລ້ານກີບ;
ສຳ ລັບລາງວັນເຮືອໄຟງາມລາງ ວັນທີ 1 ຈະໄດ້ຮັບ 3 ລ້ານກີບ, ລາງ ວັນທີ 2 ໄດ້ຮັບ 2 ລ້ານກີບ
ແລະ ລາງວັນທີ 3 ຈະໄດ້ຮັບ 1 ລ້ານກີບ; ລາງວັນເຮືອໄຟ (ທຳ ລາຍສະຖິຕິ) ຈະໄດ້ຮັບ 3 ລ້ານ,
ລາງວັນເຮືອເອ້ງາມຈະໄດ້ຮັບ ເງິນສົດ 2 ລ້ານກີບ.
No comments:
Post a Comment