ຕາມການຖະແຫຼ່ງຂອງທ່ານຮອງເຈົ້າຄອງນະຄອນຫຼວງ ວຽງຈັນໃນວັນທີ
1 ຕຸລານີ້ໃຫ້ ຮູ້ວ່າ: ງານບຸນອອກພັນສາປະ ວໍລະນາ
ແລະ ຊ່ວງເຮືອປະເພນີປະຈຳປີ 2014 ນີ້. ຢູ່ນະຄອນຫຼວງວຽງຈັນແມ່ນຈະຈັດຂຶ້ນຢູ່ທ່າວັດຈັນ ດັ່ງທຸກໆປີຜ່ານມາ,
ຊຶ່ງຖືເປັນງານບຸນປະຈຳຊາດທີ່ລາວເຮົາໄດ້ສືບທອດກັນມາແຕ່ດຶກດຳບັນ ແລະ ປີນີ້ກໍເປັນອີກປີ
ໜຶ່ງທີ່ນະຄອນຫຼວງຈະໄດ້ ສຸມໃສ່ນຳພາຈັດຕັ້ງປະຕິບັດເພື່ອເຮັດ ໃຫ້ງານບຸນດັ່ງກ່າວເຕັ້ມໄປດ້ວຍ
ບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ, ຮັບ ປະກັນໄດ້ການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ
ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອ ເຮັດໄດ້ແນວນັ້ນທາງອຳນາດການ ປົກຄອງນະຄອນຫຼວງໄດ້ແຕ່ງ
ຕັ້ງຄະນະກຳມະການຮັບຜິດຊອບງານບຸນຂຶ້ນ, ໂດຍໄດ້ແບ່ງ ໜ້າທີ່ຮັບຜິດຊອບຢ່າງລະອຽດ ເພື່ອດຳເນີນການກວດກາທຸກໆຢ່າງແຫ່ງຄວາມເປັນລະບຽບຮຽບຮ້ອຍໃນງານບຸນໃຫ້ເປັນໄປ
ຕາມຂໍ້ກຳນົດ ແລະ ລະບຽບທີ່ວາງອອກ, ພິເສດໃນງານບຸນປີນີ້ນະຄອນຫຼວງໄດ້ເປີດກວ້າງໃຫ້ສັງຄົມມີສ່ວນຮ່ວມຫຼາຍຂຶ້ນ,
ໂດຍສະເພາະແມ່ນເນື້ອທີ່ຈັດງານຈະມີຄວາມສະອາດຈົບ ງາມ ແລະ ກວ້າງຂວາງຫຼາຍ ກວ່າປີຜ່ານມາ,
ຊຶ່ງຈະເຮັດໃຫ້ການ ທ່ຽວໄປ-ມາມີຄວາມສະດວກສະບາຍ ແລະ ສາມາດຮັບ ຮອງມວນຊົນທີ່ເຂົ້າມາທ່ຽວງານໄດ້ຢ່າງພຽງພໍ,
ນັບທັງ ການຄ້າຂາຍ ປະຊາຊົນກໍສາມາດເຂົ້າມາວາງສະແດງ-ຂາຍສິນຄ້າໄດ້ຢ່າງຫຼວງຫຼາຍ, ເນື່ອງຈາກໄດ້ມີການຈັດສັນສະຖານທີ່ຫຼືບຸດຂາຍສິນຄ້າ
ຫຼາຍຂຶ້ນ ແລະ ສິ່ງສຳຄັນອີກຢ່າງໜຶ່ງແມ່ນການແຂ່ງຂັນເຮືອຊ່ວງປີນີ້ ທາງນະຄອນຫຼວງໄດ້ເຊີນທຸກແຂວງໃນທົ່ວປະເທດເຂົ້າ
ຮ່ວມແຂ່ງຂັນ ດ້ວຍຫຼາຍສີພາຍ.
ທ່ານຮອງເຈົ້າຄອງກ່າວວ່າ: ນອກຈາກການຄົບງັນການຕັກບາດຢາດນ້ຳຕາມວັດວາອາ ຮາມຕ່າງໆໃນມື້ອອກພັນສາຕາມ ຮີດ ຄອງປະເພນີແລ້ວ, ກິດຈະ ກຳຫຼັກຂອງງານບຸນປີນີ້ຈະມີ
ງານວາງສະແດງ-ຂາຍສິນຄ້າ, ການສະແດງສິນລະປະວັນນະ ຄະດີ ແລະ ກິດຈະກຳອະນາໄມ ທຳຄວາມສະອາດ,
ການແຂ່ງ ຂັນເຮືອຊ່ວງ ແລະ ອື່ນໆ, ເພື່ອ ຮັບປະກັນໄດ້ຄວາມເບີກບານ ມ່ວນ ຊື່ນ, ຄວາມສະຫງົບປອດ
ໄພ ແລະ ເປັນການສົ່ງເສີມວັດ ທະນະທຳ ແລະ ຮີດຄອງປະເພ ນີອັນດີງາມຂອງລາວເຮົາ ແລະ ຊ່ວຍດຶດດູງການທ່ອງທ່ຽວລາວໃຫ້ມີບັນຍາກາດຟົດຟື້ນ,
ຮັບປະກັນໄດ້ຄວາມສະອາດຈົບງາມ, ນັບແຕ່ຕົ້ນດອກໄມ້, ສ່ວນ ຫຍ້າບໍ່ໃຫ້ເປ່ເພເສຍຫາຍ ແລະ ເປິະ
ເປື້ອນດັ່ງຜ່ານມາ ແລະ ໃນໂອກາດນີ້ທ່ານຮອງເຈົ້າຄອງຍັງ ຮຽກຮ້ອງໃຫ້ໃຫ້ທຸກຄົນ (ຄົນ ລາວ)
ທີ່ຈະເຂົ້າມາທ່ຽວໃນ ງານບຸນໃຫ້ນຸ່ງຖືສຸພາບ, ເປັນລະບຽບຮຽບຮ້ອຍ, ບໍ່ໃຫ້ນຸ່ງສັ້ນ ເຂີນເກີນຂອບເຂດ,
ເພື່ອ ໃຫ້ແຂນຕ່າງດ້າວທ້ານຕ່າງແດນ ເຫັນໄດ້ຮີດຄອງປະເພນີອັນດີງາມຂອງຊາດເຮົາ.
No comments:
Post a Comment