ໃນວັນທີ 1-2 ຕຸລານີ້, ຢູ່ນະ ຄອນຫລວງວຽງຈັນ,
ຄະນະຮັບຜິດຊອບວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ), ໄດ້ຮ່ວມກັນຄົ້ນຄວ້າປຶກ
ສາຫາລືເພື່ອກຳນົດວິໄສທັດ ຮອດປີ 2030 ແລະ ຍຸດທະສາດໄລຍະ 2016 -2025 ໃຫ້ແຮງງານມີປະສິດທິພາບສູງ
ເພື່ອສົ່ງເສີມຄວາມສາມາດແຂ່ງຂັນໃນເງື່ອນໄຂການເຊື່ອມຈອດກັບພາກພື້ນ ແລະ
ສາກົນ, ມີຄວາມໝັ້ນຄົງ ແລະ ຄຸນນະພາບຊີວິດທີ່ດີ, ພົນ ລະເມືອງທຸກຄົນມີຫລັກຄ້ຳປະ
ກັນດ້ານສະຫວັດດີການຂັ້ນພື້ນ ຖານທີ່ໝັ້ນຄົງໂດຍການມີສ່ວນຮ່ວມຈາກທຸກພາກສ່ວນທີ່ກ່ຽວ
ຂ້ອງ. ພາຍໃຕ້ການເປັນປະ ທານຂອງທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງ
(ຮສສ).
ທ່ານລັດຖະມົນຕີວ່າການກະ ຊວງ ຮສສ ກ່າວວ່າ: ກອງປະ
ຊຸມດັ່ງກ່າວໄດ້ປຶກສາຫາລືຄົ້ນຄ້ວາໃນການກຳນົດວິໄສທັດຮອດປີ 2030, ຍຸດທະສາດພັດທະ
ນາວຽກງານແຮງງານ ແລະ ສະ ຫວັດດີການ-ສັງຄົມໄລຍະ 10 ປີ ແຕ່ປີ 2016-2025, ແຜນພັດທະ
ນາແຮງງານ ແລະ ສະຫວັດດີການ-ສັງຄົມ 5 ປີ ຄັ້ງທີ IV (2016-2020) ແລະ ບາງວຽກງານດ້ານວິຊາການທີ່ເປັນສິ່ງທ້າທາຍຂອງຂະແໜງແຮງງານ
ແລະ ສະຫວັດດີການ-ສັງຄົມເປັນຕົ້ນແມ່ນ: ມາດຕະການ ແລະ ວິທີການໃນການ
ພັດທະນາສີມືແຮງງານ
ແລະ ການຈັດຫາວຽກເຮັດງານທຳ ເພື່ອຮອງຮັບການເຊື່ອມຈອດພາກພື້ນ ແລະ ສາກົນ,
ມາດຕະການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ,
ການປັບປຸງວຽກງານປະ ກັນສັງຄົມຕາມກົດໝາຍວ່າດ້ວຍການປະກັນສັງຄົມ, ການຈັດຕັ້ງປະຕິບັດດຳລັດວ່າດ້ວຍສັງຄົມສົງເຄາະ
ຕິດພັນກັບການສ້າງກອງທຶນສົງເຄາະຢູ່ທ້ອງຖິ່ນ, ການພັດທະນາວຽກງານຜູ້ພິ ການ
ແລະ ຜູ້ອາຍຸສູງ, ການພັດ ທະນາບຸກຄະລາກອນເພື່ອສະ ໜອງກັບຕຳແໜ່ງງານ, ວຽກງານກວກກາ
ແລະ ການກຳນົດມາດຖານເງື່ອນໄຂດ້ານຕົວຊີ້ວັດຂອງຄອບຄົວຕົວແບບ ແລະ ບ້ານພັດທະນາດ້ານແຮງງານ
ແລະ ສະຫວັດດີການ-ສັງຄົມໂດຍສອດຄ່ອງ ແລະ ຕິດພັນກັບມາດຖານການສ້າງບ້ານພັດທະນາ.
No comments:
Post a Comment