ທ່ານນາງ ປາດຖະໜາ ປັນຍາທິບ ອຳນວຍການໂຮງຮຽນນາໆຊາດປັນຍາທິບໄດ້ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ
ເນື່ອງໃນ ໂອກາດວັນຄູແຫ່ງຊາດ 7 ຕຸລານີ້ວ່າ : ຄູ ແມ່ນອາຊີບທີ່ເສຍສະຫລະ ແລະ ມີຄວາມອົດທົນພະຍາຍາມສູງເພື່ອສິດສອນ ກໍ່ສ້າງຊັບພະຍາກອນມະນຸດອອກຮັບໃຊ້ສັງຄົມຢ່າງມີປະສິດພາບ, ສະນັ້ນ,
ຜູ້ທີ່ຈະ ມາຢືນຢູ່ໃນອາຊີບຄູ, ກໍຕ້ອງເປັນຜູ້ທີ່ມີຈິດໃຈອົດທົນ ແລະ ເສຍສະຫລະ ຕົນເອງ ເພື່ອປະກອບສ່ວນເຂົ້າໃນວຽກງານການສຶກສາ ແລະ ພັດທະນາປະເທດຊາດ ຢ່າງ ແທ້ຈິງ.
ທ່ານນາງ ປາດຖະໜາ ກ່າວວ່າ: ຄູຄືແມ່ພີມຂອງຊາດ, ຄືແມ່ຜູ້ທີສອງຂອງນັກຮຽນນັກສຶກສາ,
ເຊິ່ງເປັນຜູ້ທີ່ຖ່າຍທອດ ວິຊາຄວາມຮູ້,ສະຕິປັນຍາໃຫ້ກັບນັກຮຽນ-ນັກສຶກສາເພື່ອໃຫ້ກາຍເປັນບຸກຄະລະກອນຂອງຊາດທີ່ມີຄວາມຮູ້,
ຄວາມສາມາດ ເພື່ອພັດທະນາ ແລະ ນຳພາກໍ່ສ້າງ ປະເທດຊາດໃຫ້ມີຄວາມສີວິໄລ,ແນ່ນອນຖ້າປະເທດໃດບໍ່ມີຄູປະ
ເທດນັ້ນກໍຍອມບໍ່ມີການ
ພັດທະນາໃຫ້ຈະເລີນຮຸ່ງເຮືອງໄດ້, ປະ ເທດລາວ, ແມ່ນປະເທດໜຶ່ງ ທີ່ພັກ
ແລະ ລັດຖະບານເວລາໃດ ກໍໄດ້ຍົກສູງບາດບາດ ຂອງຄູ, ໂດຍໄດ້ກຳນົດແຜນພັດທະນາ ຍົກສູງຄຸນນະພາບຂອງຄູເຂົ້າໃນແຜນພັດທະນາເສດຖະກິດ-ສັງ
ຄົມ, ກໍຄືແຜນພັດ ທະນາການສຶກສາຂອງປະເທດໃນແຕ່ລະໄລຍະ,ມີນະໂຍບາຍສົ່ງເສີມຄຸນນະພາບຊີວິດ ແລະ
ສະໜອງດ້ານສະຫວັດດີການ- ສັງຄົມຕ່າງໆດ້ວຍດີຕະຫລອດມາ. ສິ່ງສຳ ຄັນແມ່ນໄດ້ກຳນົດເອົາວັນທີ
7 ຕຸລາຂອງທຸກປີເປັນວັນຄູແຫ່ງຊາດ, ເພື່ອໃຫ້ທຸກ ຊັ້ນຄົນໃນສັງຄົມໄດ້ພ້ອມພາກັນສະເຫລີມສະຫລອງວັນດັ່ງກ່າວໂດຍແນໃສ
່ໃຫ້ນັກຮຽນ-ນັກສຶກສາ ແລະ ທຸກຊັ້ນຄົນໃນ ສັງຄົມຮັບຮູ້ເຂົ້າໃຈຄວາມໝາຍສຳຄັນຂອງວັນ ດັ່ງກ່າວ,
ທັງເປັນການເສີມຂະຫຍາຍ ແລະ ເຊີດຊູບົດບາດອາຊີບຄູໃຫ້ພົ້ນ ເດັ່ນຂຶ້ນເທື່ອລະກ້າວ, ສຳລັບໂຮງຮຽນນາໆ
ຊາດປັນຍາທິບ, ກໍແມ່ນສະຖາ ບັນການສຶກສາແຫ່ງໜຶ່ງທີ່ເຫັນ ໄດ້ຄວາມສຳຄັນ ຂອງຄູ, ເຊິ່ງນອກຈາກການຈັດສະເຫລີມສະຫລອງວັນຄູໃນທຸກປີແລ້ວ,
ທາງໂຮງຮຽນຍັງມີນະໂຍບາຍ ຕ່າງໆເຊັ່ນ: ມີເງິນ ເດືອນຕາມຄວາມເໝາະສົມ, ຄູທຸກຄົນສາ ມາດເອົາລູກຫລານເຂົ້າຮ່ຳຮຽນໂດຍບໍ່ເສຍຄ່າໄດ້
1 ຄົນ ແລະ ຄົນທີສອງແມ່ນເສຍ ຄ່າຮຽນ 50% ໂດຍສາມາດຈ່າຍຄ່າຮຽນ ເທື່ອລະໜ້ອຍຕາມຄວາມສາ ມາດ
ແລະ ເງື່ອນໄຂຕົວຈິງ, ມີ ປະກັນສັງຄົມ, ປະ ກັນສຸຂະພາບ ແລະ ມີເງິນກອງທຶນພາຍໃນໂຮງຮຽນທີ່ຄູສາມາດກູ້ຢືມເພື່ອນຳໄປແກ້ໄຂຊິວີດການເປັນຢູ່
ຕາມຄວາມຈຳເປັນ ແລະ ອື່ນໆ, ເຊິ່ງນະໂຍບາຍດັ່ງກ່າວ, ແມ່ນສ້າງຄວາມດີໃຈໃຫ້ແກ່ຄູອາຈານທັງຄົນລາວ
ແລະ ຕ່າງປະ ເທດໄດ້ເປັນຢ່າງດີ, ນອກຈາກ ນີ້, ການສະຫລອງວັນຄູແຫ່ງ ຊາດໃນແຕ່ລະປີນັ້ນເຫັນວ່າຄູຈາກຕ່າງປະເທດແມ່ນມີຄວາມສຸກ
ແລະ ດີໃຈຫລາຍ ທີ່ສຸດເພາະວ່າຢູ່ຕ່າງປະເທດແມ່ນບໍ່ມີວັນຄູໃຫ້ສະຫລອງຄືກັບຢູ່ປະເທດ ລາວ.
ທ່ານນາງ ປາດຖະໜາ ກ່າວ ວ່າ: ໂຮງຮຽນນາໆຊາດປັນຍາ
ທິບສ້າງຕັ້ງຂຶ້ນໃນປີ 2001 ເບື້ອງຕົ້ນມີນັກພຽງ 60 ກວ່າຄົນ ແລະ ມີຄູຈຳນວນໜຶ່ງ, ແຕ່ມາຮອດປັດຈຸບັນມີຄູທັງໝົດປະມານ
50 ກວ່າຄົນ, ໃນນັ້ນຄູຕ່າງປະເທດ 30 ກວ່າຄົນ, ມີນັກ ຮຽນທັງໝົດ 750 ຄົນມາຈາກ 20 ປະເທດ
ແລະ ກວມ 80% ແມ່ນນັກຮຽນ ລາວ, ໂດຍສອນນັບແຕ່ລະດັບ ຫ້ອງກຽມ ອະນຸບານຈົນຮອດຊັ້ນມັດທະຍົມປາຍ
ມ 7, ສຳລັບພາສາລາວແມ່ນສອນຕາມຫລັກສູດກະຊວງສຶກສາທິການ ແລະ ກິ ລາ ໂດຍສະເພາະແມ່ນອິງໃສ່
5 ຫລັກມູນການສຶກສາ, ສ່ວນພາສາອັງກິດ ແລະ ພາສາຈີນ ແມ່ນສອນຕາມຫລັກສູດຂອງມະ ຫາວິທະຍາໄລແຄມບລີສປະເທດອັງກິດ
ແລະ ໃນປີກາຍນີ້ແມ່ນໄດ້ເປີດສາຂາຢູ່ແຂວງສະຫວັນນະເຂດ, ໂດຍນັກຮຽນ ທີ່ ຈົບຈາກໂຮງຮຽນຂອງພວກເຮົາສາມາດນຳເອົາໃບປະກາດສະນີຍະບັດໄປຢັ້ງຢືນຮຽນຕໍ່ຢູ່ມະຫາວິທະຍາໄລໃນ
150 ປະເທດ ທົ່ວໂລກໄດ້.
No comments:
Post a Comment