Ad

Ad

6 October 2014

ເປີດສະມາຄົມກູ້ໄພນະຄອນຫຼວງວຽງຈັນ



ປະຕິບັດຕາມຂໍ້ຕົກລົງວ່າດວ້ຍການຮັບຮອງເອົາຄະນະຂົນຂວ່າຍສ້າງຕັ້ງສະມາ ຄົມກູ້ໄພສະບັບສ້າງທີ່  656/ ຈນວ, ລົງວັນທີ 30 ມິຖຸນາ 2014 ແລະ ອີງຕາມ ໃບສະເໝີຂອງພະແນກພາຍໃນນະຄອນຫຼວງວຽງຈັນ ສະບັບເລກທີ 0882 ພພນ.ນວ, ລົງວັນທີ 11 ກໍລະກົດ 2014, ເຈົ້າ ຄອງນະຄອນຫຼວງວຽງຈັນຈຶ່ງ ຕົກລົງເຫັນດີໃຫ້ສ້າງຕັ້ງສະມາ ຄົມດັ່ງກ່າວຂຶ້ນ ໂດຍໃສ່ຊື່ວ່າ: “ສະມາຄົມກູ້ໄພ ນະຄອນຫຼວງ ວຽງຈັນ” ຕາມລະບຽບການ ແລະ ໃນວັນທີ 3 ຕຸລານີ້ໜ່ວຍກູ້ໄພ ນະຄອນ ຫຼວງວຽງຈັນກໍໄດ້ ຈັດພິທີເປີດສະມາຄົນດັ່ງກ່າວ ຂຶ້ນຢ່າງເປັນທາງການ, ຢູ່ໂຮງແຮມນະຄອນສັກນະຄອນ ຫຼວງວຽງຈັນ ແລະ ກອງປະຊຸມໃຫຍ່ຄັ້ງທີ່ໜຶ່ງຂອງສະມາຄົມກູ້ໄພນະຄອນຫຼວງວຽງຈັນຢ່າງເປັນທາງການ.
    ທ່ານຫົວໜ້າພະແນກພາຍໃນຄອນຫຼວງວຽງຈັນ  ບຸນໜາ ຜາ ທຸມມະວົງ ກ່າວວ່າ: ສະມາຄົມ ກູ້ໄພແມ່ນການຈັດຕັ້ງໜຶ່ງ
ທີ່ສ້າງຂຶ້ນດ້ວຍຄວາມສະໜັກໃຈ ແລະ ເຄື່ອນໄຫວເປັນປະຈຳ, ບໍ່ຫວັງ ຜົນກຳໄລເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງສັງຄົມ, ໂດຍສະເພາະແມ່ນການຊ່ວຍເຫຼືອຜູ້ທຸກຍາກ, ດ້ອຍໂອກາດ, ຜູ້ທີ່ມີສະພາບຄອບຄົວຫຍຸ້ງຍາກດັ່ງທີ່ ເຄີຍປະຕິບັດມາ, ສະນັ້ນສະຄົມກູ້ໄພຈະຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກໃຫ້ເຂົ້າໃຈ ເລິກເຊິ່ງ ແລະ ກຳແໜ້ນກົດໝາຍຂອງສະມາຄົມ, ພ້ອມກັນນັ້ນກໍຕ້ອງໄດ້ປະຕິ ບັດລະບຽບ ແລະ ຂັ້ນຕອນຕ່າງໆເພື່ອຈະໄດ້ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງສະມາຄົມໃຫ້ແກ່ການນຳ ນະຄອນຫຼວງວຽງຈັນໃນແຕ່ລະໄລຍະໂດຍສະເພາະ ແມ່ນຖານະທາງດ້ານການເງິນ ແລະ ການຈັດຕັ້ງຕ່າງໆ.
   ທ່ານປະທານສະມາຄົມກູ້ໄພນະຄອນຫຼວງວຽງຈັນ ລຳເງິນ ວົງພະຈັນ ກ່າວວ່າ: ໜ່ວຍກູ້ໄພນະຄອນຫຼວງວຽງຈັນເຮັດໜ້າ ທີ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຕ່າງໆເປັນຕົ້ນແມ່ນອຸປະຕິເຫດຕາມທ້ອງຖະໜົນໂດຍບໍ່ເກັບຄ່າບໍລິການໃດ, ວຽກງານກູ້ໄພແມ່ນ ມີການຈັດຕັ້ງປະຕິບັດມາໄດ້ຫຼາຍປີແລ້ວຊຶ່ງຕົນໄດ້ເຂົ້າ ຮ່ວມໜ່ວຍງານດັ່ງກ່າວໃນປີ 2008 ແລະ ຖີກແຕ່ງຕັ້ງເປັນຫົວໜ້າ ໜ່ວຍກູ້ໄພໃນປີ 2011 ເຊິ່ງໄດ້ດຳເນີນການຊ່ວຍເຫຼືອສັງຄົມຕະຫຼອດມາ ແລະ ຜ່ານຈາກການກວດກາຂອງອຳນາດການປົກ ຄອງຢ່າງລະອຽດ ແລະ ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງເປັນ ສະມາຄົມຂຶ້ນ ແລະ ໃຫ້ເຄື່ອນໄຫວຊ່ວຍເຫຼືອຜູ້ປະສົມໄພ ແລະ ຜູ້ປະສົບອຸປະຕິເຫດໃນຂອບເຂດນະຄອນຫຼວງວຽງຈັນຢ່າງເປັນປົກກະຕິ.

No comments:

Post a Comment