Ad

Ad

6 October 2014

ຫາລືການຄຸ້ມຄອງອ່າງຮັບນ້ຳ ເຂື່ອນໄຟຟ້ານ້ຳງຽບ 1



     ວັນທີ 3 ຕຸລາທີ່ຜ່ານມາ, ຢູ່ໂຮງແຮມເມີກຽວນະຄອນຫລວງວຽງຈັນ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມຮ່ວມກັບ ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວ ກັບຮູບແບບການຄຸ້ມຄອງ, ກົນ ໄກ ການປະສານງານ ແລະ ໂຄງ ສ້າງຫ້ອງການຄຸ້ມຄອງອ່າງຮັບນ້ຳ ເຂື່ອນນ້ຳງຽບ 1 ຂຶ້ນ, ພາຍ ໃຕ້ການເປັນປະທານຂອງທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີຊ່ວຍວ່າ ການກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ທ່ານ ກະເສມ ສຸດ ທອງຮອງຜູ້ອຳນວຍການບໍລິ ສັດ ໄຟຟ້ານ້ຳງຽບ 1 ຈຳກັດ ທັງ ເປັນຜູ້ຮັບຜິດຊອບວຽກງານສັງຄົມ ແລະ ສິ່ງແວດລ້ອມ ແລະ ພະນັກງານວິຊາການຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ຢູ່ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ພ້ອມກັນປຶກສາຫາລືລົງເລິກຫລາຍບັນຫາກ່ຽວກັບຮູບແບບ ການຄຸ້ມຄອງ, ກົນໄກການ ປະສານງານ, ໂຄງສ້າງຫ້ອງການຄຸ້ມຄອງອ່າງຮັບນ້ຳຂອງເຂື່ອນໄຟຟ້ານ້ຳງຽບ 1, ເຊິ່ງໂຄງປະ ກອບດັ່ງກ່າວລວມມີການຈັດສັນ ຄຸ້ມຄອງພື້ນທີ່ອ່າງຮັບນ້ຳຕົ້ນຕໍແມ່ນເລັງໃສ່ຮັບປະກັນປະລິມານ ແລະ ການໄຫລຂອງນ້ຳ; ຮັບປະກັນຄວາມຫລາກຫລາຍ
ແລະ ການຂະຫຍາຍພັນຂອງຊັບພະຍາກອນນ້ຳ; ຮັບປະກັນການປົກຫຸ້ມຂອງພືດພັນໄມ້ ແລະ ການຄົງຕົວຂອງດິນ; ຮັບປະ ກັນຄວາມຫລາກຫລາຍ ແລະ ເສີມຂະຫຍາຍພື້ນທີ່ພູມສັນຖານ ແລະ ລະບົບນິເວດພາກພື້ນດິນ; ຮັບປະກັນການນຳໃຊ້ນ້ຳ ແລະ ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນ ແລະ ຈັດສັນຜົນປະໂຫຍດຕາມຄວາມເໝາະສົມ; ຫລຸດຜ່ອນຄວາມ ສ່ຽງ ແລະ ຜົນກະທົບກ່ຽວພັນກັບອຸທົກກະໄພ ແລະ ຈັດຕັ້ງຄະນະກຳມະການ ຄຸ້ມຄອງພື້ນທີ່ອ່າງຮັບນ້ຳທີ່ມີ ຄວາມສາມາດ ໃນການປະຕິບັດງານໄດ້ຢ່າງເຕັມສ່ວນ. ສຳລັບ ບັນດາໜ້າວຽກຫລັກທີ່ທາງບໍລິສັດຈະຕ້ອງປະຕິບັດໃນຕໍ່ໜ້າປະກອບມີ: ການພັດທະນານິຕິກຳ/ ນະໂຍບາຍສະເພາະກ່ຽວກັບ ການຄຸ້ມຄອງຊັບພະຍກອນປ່າ ໄມ້ໃນເຂດອ່າງຮັບນ້ຳຂອງ ເຂື່ອນໄຟຟ້າ; ການປັບປຸງ ຄວາມອາດສາມາດຂອງແຕ່ລະພາກສ່ວນ; ການພັດທະນາຮູບ ແບບການຄຸ້ມຄອງອ່າງຮັບນ້ຳຂອງເຂື່ອນໄຟຟ້າ, ການເສີມ ສ້າງຄວາມຮູ້ ແລະ ຄວາມເຂົ້າ ໃຈ; ການສ້າງກົນໄກປະສານ ງານລະຫວ່າງຂະແໜງການ/ໜ່ວຍງານປະສານງານ ແຕ່ລະລະດັບ; ການໂຄສະນາເຜີຍແຜ່ແລກປ່ຽນບົດຮຽນ ແລະ ການຈັດຕັ້ງປະຕິບັດກິດຈະກຳການຊົດເຊີຍຊີວະນາໆພັນ, ການຄຸ້ມຄອງອ່າງເກັບນ້ຳ ແລະ ຮັບນ້ຳ.
     ເຖິງຢ່າງໃດກໍດີຕໍ່ການຄຸ້ມ ຄອງອ່າງຮັບນ້ຳຂອງເຂື່ອນໄຟຟ້ານ້ຳງຽບ 1 ທີ່ປະຊຸມຍັງໄດ້ເນັ້ນເຖິງບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ຈະຕ້ອງໄດ້ແກ້ໄຂໃຫ້ບັນລຸໝາກຜົນເປັນຕົ້ນຄວາມພ້ອມໃນການປະ ຕິບັດ, ສິດ ແລະ ໜ້າທີ່ຄວາມ ຮັບຜິດຊອບຂອງຄະນະກຳມະການ; ຄວາມເຂັ້ມແຂງ ແລະ ຄວາມສາມາດຂອງພະນັກງານບໍ່ພຽງພໍເຮັດໃຫ້ການຈັດຕັ້ງປະ ຕິບັດວຽກງານມີຄວາມຊັກຊ້າ; ມີການນຳໃຊ້ຊັບພະຍາກອນປ່າໄມ ຢ່າງຊະຊາຍ; ແຫລ່ງທຶນທີ່ຈະປະກອບເຂົ້າໃນວຽງານ ຄຸ້ມຄອງອ່າງຮັບນ້ຳຂອງເຂື່ອນໄຟຟ້າອາດຈະບໍ່ພຽງພໍ ແລະ ບໍ່ທ່ວງທັນກັບລະດູການ; ຄວາມຕ້ອງ ການທີ່ດິນເພື່ອການພັດທະ ນາດ້ານຕ່າງໆຍັງມີຄວາມກົດດັນ ເຊັ່ນ: ສະພາບພື້ນດິນ, ສະພາບການຄຸ້ມຄອງ, ຂັ້ນຕອນຕ່າງໆ; ລະບົບການຈັດຕັ້ງວຽກງານ ຄຸ້ມຄອງອ່າງຮັບນ້ຳຜ່ານມາຍັງບໍ່ທັນມີຕົວແບບທີ່ດີເດັ່ນເຫັນວ່າມີຄວາມສັບສົນຫລາຍສະນັ້ນຈຶ່ງເຮັດໃຫ້ຂອດຈັດຕັ້ງປະຕິບັດ ມີຄວາມຊັກຊ້າ.
     ນ້ຳງຽບ 1 ເປັນໂຄງການເຂື່ອນໄຟຟ້າຂະໜາດ 290 MW, ຊຶ່ງສົ່ງອອກ 260MW ທີ່ເຫລືອ ແມ່ນນຳໃຊ້ພາຍໃນປະເທດ ໂຄງລ່າງ ແລະ ສິ່ງກໍ່ສ້າງທຸກຢ່າງຂອງໂຄງການນ້ຳງຽບ 1 ແມ່ນ ຕັ້ງຢູ່ລຽບຕາມສາຍນ້ຳງຽບ, ຊຶ່ງພື້ນທີ່ອ່າງຮັບນ້ຳຂອງໂຄງ ການແມ່ນເປັນສ່ວນໜຶ່ງທີ່ນອນຢູ່ໃນພື້ນທີ່ອ່າງຮັບນ້ຳທັງໝົດຂອງ ສາຍນ້ຳງຽບ ແລະ ຄວາມຄືບໜ້າຂອງໜ້າວຽກແມ່ນໄດ້ ຈັດຕັ້ງໃຫ້ໜ່ວຍງານຂອງບໍລິສັດເປັນຜູ້ຮັບຜິດຊອບ, ໂດຍເລີ່ມຈາກການສ້າງທາງ, ອະນາໄມພື້ນທີ່ກໍ່ສ້າງເຂື່ອນ, ເລີ່ມການ ຍົກຍ້າຍຈັດສັນ ແລະ ການຄຸ້ມຄອງພື້ນທີ່ອ່າງຮັບນ້ຳລວມທັງການຊົດເຊີຍຊີວະນາໆພັນ ແລະ ອື່ນໆ.

No comments:

Post a Comment