ເພື່ອເຮັດໃຫ້ງານບຸນອອກພັນສາປະວໍລະນາ
ແລະ ຊ່ວງເຮືອປະເພນີທ່າວັດຈັນ ປະຈຳປີ ພສ 2557 ດຳເນີນໄປດ້ວຍບັນຍາ ກາດແຫ່ງຄວາມສະຫງົບ,
ປອດໄພ, ເປັນລະບຽບຮຽບຮ້ອຍ, ເບີກບານມ່ວນຊື່ນ, ຮັບປະກັນລັກສະນະຊາດ, ຄວາມສະອາດສວຍງາມ,
ສ້າງເງື່ອນໄຂໂຄສະ ນາຂາຍສິນຄ້າ, ດຶງດູດນັກທ່ອງທ່ຽວ, ນັກລົງທຶນເຂົ້າສູ່ນະ
ຄອນຫລວງວຽງຈັນ. ກອງບັນ ຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈຶ່ງອອກແຈ້ງການມາຍັງທຸກພາກ
ສ່ວນ, ທຸກຊັ້ນຄົນ, ທຸກເພດໄວ ຈົ່ງພ້ອມກັນເປັນເຈົ້າການຈັດຕັ້ງ ປະຕິບັດດັ່ງນີ້:
ການກຳນົດເສັ້ນ ທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ: ບັນດາລົດຂົນສົ່ງໂດຍສານທີ່ມາຈາກທິດຕ່າງໆໃຫ້ປະຕິບັດດັ່ງນີ້:
ມາຈາກທິດເໜືອມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອແມ່ນອະ ນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດຢູ່ໂຮງຮຽນມໍປາຍສີໂຄດ
ຫລື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມທີ່ເຫັນວ່າມີຄວາມປອດໄພ ແລະ
ບໍ່ເປັນການກີດຂວາງການສັນ ຈອນຂອງຍານພາຫະນະອື່ນ; ມາຈາກທິດໃຕ້ອະນຸຍາດໃຫ້ຈອດຢູ່ບໍລິເວນຈອດລົດຂອງພະແນ
ກໂຍທາທິການ
ແລະ ທາງຮ່ອມໂຮງຮຽນມໍປາຍເພຍວັດ ຫລື ຈອດຕາມແຄມທາງຮ່ອມອື່ນໆທີ່ເຫັນວ່າມີຄວາມປອດໄພ;
ມາຈາກຖະໜົນ 13 ໃຕ້ອະນຸ ຍາດໃຫ້ຈອດຕາມບໍລິເວນລານຈອດລົດຕໍ່ໜ້າສະໜາມກິລາເຈົ້າອານຸວົງ
ແລະ ຕາມແຄມເສັ້ນທາງຮ່ອມທີ່ເຫັນວ່າມີຄວາມປອດໄພ; ບັນດາລົດເກງ, ລົດກະບະ
, ລົດຕຸກໆ-ຈຳໂບ້ ໃຫ້ຈອດຕາມສະ ຖານທີ່ຈອດລົດທີ່ອະນຸກຳມະການຈັດງານໄດ້ກຳ
ນົດໄວ້ ແລະ ປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳ ຫລວດຈະລາ ຈອນທີ່ພວມປະຕິ
ບັດໜ້າທີ່ຕາມຈຸດ, ຕາມປ້ອມຕ່າງໆ; ບັນດາລົດຈັກ, ລົດຖີບ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດທີ່ຄະນະກຳມະການຈັດງານໄດ້ກຳນົດໄວ້;
ຜູ້ນຳໃຊ້ພາຫະນະທຸກປະເພດທີ່ບໍ່ມີຈຸດ ປະສົງມາທ່ຽວງານບຸນແຕ່ຕ້ອງການນຳໃຊ້ຖະໜົນຕ່າງໆຈົ່ງປະຕິບັດດັ່ງນີ້:
ມາຈາກເສັ້ນ ທາງ 13 ເໜືອ ມີຈຸດປະສົງໄປຖະໜົນ 13 ໃຕ້, ຖະໜົນທ່າເດື່ອໃຫ້ນຳໃຊ້ຖະໜົນອາຊຽນ,
ຖະ ໜົນສີທອງ, ຖະໜົນໜອງບຶກ ແລະ ຖະໜົນດົງໂດກ; ມາຈາກຖະ ໜົນ 13 ໃຕ້ ແລະ ຖະໜົນເລກ
10 ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ນຳໃຊ້ຖະໜົນດົງໂດກ- ໜອງບຶກ ແລະ ຖະໜົນອາຊຽນ;
ມາຈາກຖະໜົນທ່າເດື່ອ, ຂົວມິດຕະພາບ ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ນຳໃຊ້ຖະໜົນ
450 ປີ, ຖະໜົນກຳແພງເມືອງ ແລະ ຖະໜົນມິດຕະ ພາບ. ຫ້າມພາຫະນະທຸກປະເພດນຳໃຊ້ຖະໜົນຟ້າງຸ່ມ
(ແຄມຂອງ) ເລີ່ມແຕ່ສາມແຍກຄລີນິກສາກົນເຖິງສາມແຍກປາກປ່າສັກ ລະຫວ່າງວັນທີ
7-9 ຕຸລາ 2014. ສະເພາະພາ ຫະນະຂົນສົ່ງສິນຄ້າປະເພດຕ່າງໆທີ່ມີຈຸດປະສົງນຳເອົາສິນ
ຄ້າເຂົ້າໄປຂາຍໃນງານບຸນອະ ນຸຍາດໃຫ້ນຳສົ່ງເຄື່ອງແຕ່ເວລາ 5:00-9:00 ໂມງເຊົ້າຂອງວັນທີ
7 ຕຸລາ 2014.
ສ່ວນບັນດາຂໍ້ຫ້າມຕ່າງໆ ແມ່ນໃຫ້ປະຕິບັດລະບຽບການຂອງພະແນກອຸດສາຫະກຳ-ການຄ້ານະຄອນຫລວງວຽງຈັນ
ກ່ຽວກັບຫ້າມນຳເຂົ້າ ແລະ ບໍລິ ການຊື້-ຂາຍ, ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດ,
ທຸກລະດັບ; ຫ້າມນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ
ວັດຖຸອອກລິດຕໍ່ສຸຂະພາບຈິດ, ເປັນຜົນລົບຕໍ່ຄວາມສະ ຫງົບ, ຄວາມເປັນລະບຽບຮຽບ
ຮ້ອຍທາງສັງຄົມ; ຫ້າມຖືອາວຸດທຸກຊະນິດເຂົ້າໄປໃນງານບຸນ ຍົກເວັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທີ່ພວມປະຕິບັດໜ້າທີ່ໃນການປ້ອງກັນງານບຸນດັ່ງກ່າວ;
ຫ້າມດື່ມເຫລົ້າ, ເບຍໃນສະພາບມຶນເມົາແລ້ວຂັບລົດສັນຈອນຕາມເສັ້ນທາງຫລວງ,
ຫ້າມຂີ່ລົດເປັນພຶງເປັນແພ, ຂີ່ລົດແຂ່ງກັນ, ຂີ່ລົດກວນເມືອງ, ຂັບຂີ່ລົດທີ່ເປັນພຶດຕິກຳລະເມີດກົດໝາຍການສັນຈອນຕາມເສັ້ນ
ທາງຫລວງ. ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ,
ການ ຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດ, ການຈັດຕັ້ງສາກົນຕະຫລອດຮອດພໍ່ແມ່ປະຊາຊົນ,
ທຸກຊັ້ນຄົນບັນດາເຜົ່າຊາວນະ ຄອນ ຫລວງວຽງຈັນກໍຄືຜູ້ທີ່ມາພັກເຊົາ, ດຳລົງຊີວິດຢູ່ນະຄອນ
ຫລວງວຽງຈັນຈົ່ງຮ່ວມມື, ປະກອບສ່ວນໃນການຈັດຕັ້ງປະຕິ ບັດແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ;
ມອບໃຫ້ເຈົ້າໜ້າທີ່ ປກສ ບັນດາເມືອງ, ກອງກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ
ຫລື ເອີ້ນວ່າ: ຕຳຫລວດບໍລິການປະຊາຊົນ, ປກສ ບ້ານ ສົມທົບອຳນາດການປົກຄອງ, ການ ຈັດຕັ້ງຂັ້ນບ້ານເຜີຍແຜ່ແນະນຳໃຫ້ປະຊາຊົນ,
ຊັ້ນຄົນຕ່າງໆຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງທົ່ວເຖິງ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ;
ໃນກໍ ລະນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດ, ການປະຕິບັດທີ່ເປັນການລະເມີດແຈ້ງການສະບັບນີ້
ຕ້ອງສຶກສາອົບຮົມ, ກ່າວເຕືອນ, ປັບໃໝຕາມສະຖານເໝາະສົມ, ກໍລະນີຮ້າຍແຮງຕ້ອງດຳເນີນມາດຕະການສະກັດກັ້ນແກ້ໄຂຢ່າງສົມຄູ່,
ຖືກຕາມຂັ້ນຕອນຂະບວນຍຸຕິທຳທັງສາມາດເລີກລົ້ມພຶດຕິກຳທີ່ເປັນອັນຕະລາຍຕໍ່ສັງຄົມ.
ດັ່ງນັ້ນ ຈຶ່ງຂໍແຈ້ງການມາເພື່ອຊາບ ແລະ ຂໍການຮ່ວມມືປະຕິບັດດ້ວຍຄວາມຮັບຜິດຊອບ.
No comments:
Post a Comment