Ad

Ad

6 October 2014

ຮອງນາຍົກ ດຣ. ພັນຄຳ ວິພາວັນເນັ້ນໃຫ້ຂະແໜງແຮງງານເອົາໃຈໃສ່ສ້າງແຮງງານລາວໃຫ້ມີສີມື



     ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໄດ້ໃຫ້ກຽດ ໂອ້ລົມຕໍ່ກອງປະຊຸມວຽກງານແຮງງານ ແລະ ສະ ຫວັດດີການສັງຄົມທົ່ວປະເທດ ປະຈຳປີ 2014, ເຊິ່ງໄດ້ເນັ້ນໃຫ້ຄະນະນຳໃນຂະແໜງແຮງງານ ແລະ ສະຫວັດດີ ການ-ສັງຄົມ ເອົາໃຈໃສ່ພັດທະນາ ແລະ ສ້າງ ກຳລັງແຮງງານລາວໃຫ້ມີສີມືດີ, ມີ ຄວາມສາມາດ, ມີທັດສະນະຄະຕິ, ລະບຽບວິໄນ, ມີວຽກເຮັດງານທຳທີ່ເໝາະສົມ ພ້ອມທັງມີມາດຕະການສົ່ງເສີມ ແລະ ດຶງດູດໃຫ້ຄົນຫັນມາເຂົ້າຮຽນ-ເຝິກວິຊາຊີບດ້ານການຊ່າງເພື່ອໃຫ້ກາຍເປັນຊ່າງອາຊີບ ແລະ ຄຸ້ມຄອງແຮງງານຕ່າງປະເທດທີ່ ເຂົ້າມາເຮັດວຽກຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບຫລັກການ.

     ກອງປະຊຸມດັ່ງກ່າວໄດ້ອັດລົງໃນວັນທີ 3 ຕຸລາຜ່ານມານີ້​ ພາຍຫລັງດຳເນີນມາເປັນເວລາ 3 ວັນ ຢູ່ເຮືອນຮັບແຂກກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ບ້ານໂພນສະຫວ່າງ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໂດຍ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະ ມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຫົວໜ້າພະແນກ, ຮສສ ປະຈຳແຂວງໃນທົ່ວປະ ເທດເຂົ້າຮ່ວມ.
     ໃນໂອກາດນີ້ ທ່ານ ນາງ ອ່ອນຈັນ ທຳມະວົງ ໄດ້ລາຍ ງານຜົນຂອງກອງປະຊຸມດັ່ງ ກ່າວວ່າ: ໄດ້ຮັບຟັງລາຍງານ ແລະ ຄົ້ນຄວ້າປະກອບຄຳຄິດ ເຫັນຕໍ່ບົດສະຫລຸບສະພາບການຈັດຕັ້ງປະຕິບັດວຽກງານແຮງ ງານ ແລະ ສະຫວັດດີການສັງ ຄົມສົກ ປີ 2013-2014 ແລະ ທິດ ທາງແຜນການສົກປີ 2014- 2015, ໄດ້ຮັບຮອງເອົາແຜນພັດ ທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ IV (2016 -2025) ແລະ ວິໃສທັດ ຮອດປີ 2030, ກອງປະຊຸມໄດ້ຮັບ ຮອງວຽກງານ ແຮງງານ ແລະ ສະຫວັດດີການສັງຄົມໃນໄລຍະມ້ວນທ້າຍການຈັດຕັ້ງປະຕິບັດ ແຜນພັດທະນາສີມືແຮງງານ ແລະ ສະຫວັດດີ ການສັງຄົມ 5 ປີ ຄັ້ງທີ III ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII, ພ້ອມດຽວກັນນັ້ນ ກໍໄດ້ຮັບ ຮອງເອົາມະຕິກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານບຳນານ, ພະນັກງານ ອາວຸໂສ, ການພັດທະນາສີມື ແຮງ ງານ ແລະ ການຈັດຫາງານ, ການຄຸ້ມຄອງແຮງງານລາວ ແລະ ແຮງງານຕ່າງປະ ເທດທີ່ມາເຮັດວຽກຢູ່ ສປປ ລາວ ພ້ອມທັງ ວຽກງານປະກັນສັງຄົມ, ວຽກງານສັງຄົມສົງເຄາະ ແລະ ວຽກງານອື່ນໆ.
     ທ່ານ ຮອງນາຍົກ ດຣ. ພັນຄຳ ວິພາວັນ ໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດຂອງການຈັດ ຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມໃນ ໄລຍະຜ່ານ, ພ້ອມທັງເນັ້ນໃຫ້ຜູ້ ຊີ້ນຳວຽກງານວັດທະນະທຳ- ສັງຄົມເອົາໃຈໃສ່ພັດທະນາ ແລະ ສ້າງກຳລັງແຮງງານລາວໃຫ້ມີສີມືດີ, ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງຄຸ້ມຄອງ ແລະ ໄດ້ຮັບສະຫວັດດີການ ທີ່ດີກວ່າເກົ່າ, ປະຕິບັດນະໂຍບາຍ ຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີອຸທິດໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ທົ່ວເຖິງ, ພັດທະນາລະບົບສະຫວັດດີການສັງຄົມໃຫ້ ເຂັ້ມແຂງ, ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມໃນການເບິ່ງແຍງຊ່ວຍ ເຫລືອຜູ້ດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍ ຈາກໄພພິບັດຕ່າງໆ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ແນໃສ່ຮັບປະກັນ ໃຫ້ຖັນແຖວພະນັກງານ-ລັດຖະກອນທີ່ຮັບຜິດ ຊອບວຽກງານແຮງງານ ແລະ ສະຫວັດດີການສັງຄົມແຕ່ລະຂັ້ນໃຫ້ມີຄວາມ ຮູ້, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງ ພັກ ແລະ ລະບຽບກົດໝາຍ ຂອງລັດ, ມີທັດສະນະຫລັກໝັ້ນທີ່ຖືກ ຕ້ອງ, ເພີ່ມທະວີເອົາໃຈໃສ່ຫລາຍກວ່າເກົ່າໃນວຽກງານພັດທະນາແຮງງານຕິດພັນກັບການຈັດຫາວຽກເຮັດງານທຳ ແລະ ຮັບ ປະກັນການດຸ່ນດ່ຽງລະຫວ່າງຄວາມຕ້ອງການ ແລະ ການສະໜອງກຳລັງໃນຕະຫລາດແຮງງານ, ຕ້ອງປະສານສົມທົບກັບຂະ ແໜງການຂອງສູນກາງ ແລະ ທ້ອງຖິ່ນລວມທັງ ພາກເອກະຊົນສ້າງແຜນຄວາມຕ້ອງການນຳໃຊ້ກຳລັງແຮງງານໃນແຕ່ລະ ຂົງເຂດ ແລະ ແຕ່ລະສາຂາວິຊາຊີບໃຫ້ຊັດເຈນເພື່ອແກ້ໄຂສະພາບເຫລືອບໍ່ພໍ ຂອງກຳລັງແຮງງານ, ຕ້ອງມີ ມາດຕະການສົ່ງ ເສີມ ແລະ ດຶງດູດໃຫ້ຄົນຫັນມາເຂົ້າຮຽນ-ເຝິກວິຊາຊີບດ້ານການຊ່າງເພື່ອໃຫ້ ກາຍເປັນກຳມະກອນອາຊີບ, ນາຍຊ່າງຊຳນານ ງານ ແລະ ພະນັກງານເຕັກນິກ-ວິຊາການໃຫ້ມີຈຳນວນຫລາຍຂຶ້ນທັງຮັບປະກັນລະດັບມາດຖານສີມື ແລະ ສາມາດແຂ່ງຂັນ ໃນອາຊຽນໄດ້, ເອົາໃຈໃສ່ສ້າງ ແລະ ປັບປຸງບັນດາສູນພັດທະນາສີມືແຮງງານໃຫ້ພຽງພໍ, ປັບປຸງຫລັກສູດ, ສ້າງປຶ້ມຕຳລາການ ຮຽນ-ການສອນໃຫ້ໄປຕາມກົດໝາຍວ່າ ດ້ວຍແຮງງານໄດ້ກຳນົດໄວ້, ຍົກລະດັບຄູສອນ ແລະ ລົງທຶນໃສ່ການຈັດຫາອຸປະ ກອນທີ່ຈຳເປັນຮັບໃຊ້ໃນການສາທິດ ແລະ ການລົງມືປະຕິບັດຕົວຈິງຂອງຜູ້ເຂົ້າຝຶກອົບຮົມການພັດທະນາສີມືແຮງງານເຮັດ ໃຫ້ດຳເນີນໄປຢ່າງຕໍ່ເນື່ອງ, ຕ້ອງມີກົນໄກເຮັດໃຫ້ຜູ້ເຝິກອົບຮົມມີຄວາມເຂົ້າໃຈໃນຕຳແໜ່ງງານຕ່າງໆ, ເອົາໃຈໃສ່ປົກປ້ອງສິດ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຕາມລະບຽບກົດໝາຍ, ໂດຍເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ ແກ່ລະບົບພົວພັນສາມຝ່າຍ ແລະ ຫລາຍຝ່າຍໃນການແກ້ໄຂຂໍ້ຂັດແຍ່ງ ແຮງງານລວມທັງສົ່ງເສີມສັນຍາແຮງງານໃຫ້ມີຄວາມ ຮັດກຸມ, ຕ້ອງຄຸ້ມຄອງແຮງງານຕ່າງປ ເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບຫລັກການ, ເອົາໃຈໃສ່ ພັດທະນາວຽກງານປະກັນສັງຄົມຕາມ ກົດໝາຍວ່າດ້ວຍການປະກັນສັງຄົມຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ, ເຊິ່ງ ລັດ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈຕ້ອງປະກອບສ່ວນເຂົ້າກອງ ທຶນປະກັນສັງຄົມເພື່ອຮັບປະກັນການແບ່ງປັນຜົນປະໂຫຍດໃຫ້ແກ່ຜູ້ອອກ ແຮງງານມີຫລັກຄ້ຳປະກັນການດຳລົງຊີວິດເພື່ອ ກ້າວໄປສູ່ການສ້າງສະຫວັດດີການສັງຄົມຂັ້ນພື້ນຖານໃຫ້ປະຊາຊົນທຸກຄົນ.

No comments:

Post a Comment