Ad

Ad

6 October 2014

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເຄື່ອນໄຫວຕິດຕາມກວດກາ ແລະ ຢ້ຽມຢາມປະຊາຊົນໄດ້ຮັບຜົນກະທົບໄພພິບັດນ້ຳ ຖ້ວມຢູ່ແຂວງຫລວງພະບາງ



     ຍ້ອນຄວາມເປັນຫ່ວງເປັນໃຍຈາກພັກ ແລະ ລັດຖະບານທີ່ມີຕໍ່ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມວັນ ທີ 3 ຕຸລານີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມກວດກາ ສະພາບ ຫລັງໄພພິບັດນ້ຳຖ້ວມຢູ່ແຂວງຫລວງພະບາງ, ເພື່ອເປັນການປຸກລະດົມປົວແປງ ແນວຄິດຈິດໃຈຂອງປະຊາຊົນໃຫ້ມີຄວາມສະຫງົບ, ປອດໄພ ແລະ ເຮັດໃຫ້ຊີວິດ ການເປັນຢູ່ກັບຄືນສູ່ປົກກະຕິໂດຍໄວ.
   ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີໄດ້ຮັບຟັງລາຍງານໂດຍຫຍໍ້ ກ່ຽວກັບຜົນກະທົບຈາກໄພພິບັດນ້ຳ ຖ້ວມທີ່ເກີດຂຶ້ນໃນບັນດາເມືອງພາຍໃນແຂວງຈາກທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງໆຫລວງພະບາງໂດຍຊີ້ໃຫ້ເຫັນ ວ່າ: ໃນລະຫວ່າງວັນທີ 5 ສິງຫາ ຫາ 22 ກັນຍາທີ່ຜ່ານມານີ້ ຢູ່ບັນດາເມືອງພາຍໃນແຂວງຫລວງພະບາງ ໄດ້ເກີດມີຝົນຕົກ ໜັກ ແລະ ລົມພັດແຮງ ຈິ່ງເກີດໄພນ້ຳຖ້ວມຢູ່ໃນບາງພື້ນທີ່ຂອງແຂວງຄື ເມືອງຫລວງພະບາງ, ໂພນໄຊ, ນານ, ນ້ຳບາກ,
ພູຄູນ, ຈອມເພັດ ແລະ ເມືອງຊຽງເງິນ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ມີເສັ້ນທາງ 12 ແຫ່ງ, ເຮືອນຊານປະຊາຊົນ ຈຳ ນວນ 1.575 ຄອບຄົວ, ເນື້ອ ທີ່ນາ 85,7 ເຮັກຕາ, ເນື້ອທີ່ສວນ ພືດ 142,77 ເຮັກຕາ, ໄຮ່ 51,95 ເຮັກຕາ, ໜອງປາ 41 ໜອງ ໄດ້ ຮັບຄວາມເສຍຫາຍລວມມູນຄ່າ ທັງໝົດ 170 ຕື້ກວ່າກີບ. ຕໍ່ກັບສະພາບການດັ່ງກ່າວຄະນະອຳນາດການປົກຄອງ ແຂວງໄດ້ລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫລືອໃນເບື້ອງຕົ້ນ ເຊັ່ນ: ໄດ້ນຳເອົາກຳລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບລົງໄປຊ່ວຍເຫລືອບັນດາ ຄອບຄົວເຮືອນ, ປົວແປງຖະໜົນຫົນທາງເພື່ອເຮັດໃຫ້ສະພາບຊີວິດການເປັນ ຢູ່ຂອງປະຊາ ຊົນເຂົ້າສູ່ປົກກະຕິໂດຍໄວ. ພ້ອມກັນນັ້ນກໍໄດ້ປຸກລະດົມທົ່ວສັງຄົມໃຫ້ການຊ່ວຍເຫລືອຜູ້ປະສົບໄພ ເປັນຕົ້ນເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງເພື່ອບັນເທົາທຸກໃນເບື້ອງຕົ້ນ.
     ຈາກນັ້ນ ທ່ານນາຍົກລັດ ຖະມົນຕີ ກໍໄດ້ລັງໄປຕິດຕາມກວດກາເພື່ອເບິ່ງສະພາບຜົນ ເສຍຫາຍຕົວຈິງຫລັງນ້ຳຖ້ວມຢູ່ບ້ານ ນາສ້າງເຫວີຍ, ນາສຳພັນ ແລະ ບ້ານກົກງິ້ວ ເມືອງຫລວງ ພະບາງ, ເຊິ່ງເປັນອີກກຸ່ມບ້ານ ໜຶ່ງຈາກບ້ານທັງໝົດທີ່ໄດ້ຮັບຜົນ ກະທົບຈາກໄພພິບັດຄັ້ງນີ້. ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ພົບປະໂອ້ລົມ ແລະ ກວດເບິ່ງສະພາບຄອບຄົວທີ່ໄດ້ຮັບ ຜົນກະທົບຈາກເຫດການດັ່ງກ່າວເພື່ອຊຸກຍູ້ລະດົມແນວຄິດຈິດໃຈບັນດາຄອບຄົວທີ່ໄດ້ຮັບ ຜົນກະທົບຄັ້ງນີ້ໃຫ້ເຂົ້າສູ່ສະພາບ ປົກກະຕິໂດຍໄວ. ໃນໂອກາດດຽວກັນນີ້, ທ່ານ ທອງສິງ ທຳມະວົງ ຍັງໄດ້ມອບເງິນ, ເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນ ໜຶ່ງໃຫ້ກັບແຂວງຫລວງພະບາງ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນໃຫ້ກັບບັນດາເມືອງທີ່ໄດ້ຮັບຜົນກະທົບດັ່ງ ກ່າວ.
    ເພື່ອເປັນທິດທາງໃນການແກ້ບັນຫາດັ່ງກ່າວນັ້ນທ່ານາຍົກລັດຖະມົນຕີໄດ້ເນັ້ນໃຫ້ອຳນາດການປົກຄອງແຂວງຈົ່ງເອົາໃຈໃສ່ ເບິ່ງຄືນໃນການພັດທະນາພື້ນຖານໂຄງລ່າງຢູ່ບັນດາເມືອງ ແລະ ບ້ານຕ່າງໆ, ໂດຍສະເພາະ ການອະນຸຍາດປຸກສ້າງ, ສະພາບ ທີ່ຢູ່ອາໄສເຮືອນຊານຂອງປະຊາຊົນລວມທັງອອກແບບ ຮ່ອງລະບາຍນ້ຳ ແລະ ຄອງລະ ບາຍນ້ຳຄວນອອກແບບໃຫ້ ເໝາະ ສົມເພື່ອຮອງຮັບໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ ເປັນຕົ້ນຝົນຕົກແຮງອາດກໍໃຫ້ ເກີດນ້ຳປ່າໄຫລຊຸເນື່ອງຈາກວ່າ ໃນປັດຈຸບັນສະພາບບາງຈຸດ ຮ່ອງຄອງລະບາຍ ແລະ ການປຸກສ້າງເຮືອນຊານຂອງປະຊາ ຊົນໃນບາງພື້ນທີ່ເຫັນວ່າຍັງມີ ຄວາມສ່ຽງຈາກໄພພິບັດທຳມະຊາດໃນອະນາຄົດທັງນີ້ ກໍເພື່ອຮັບປະກັນຄວາມປອດໄພຊີວິດ ແລະ ຊັບສິນຂອງປະຊາຊົນ.

No comments:

Post a Comment