Ad

Ad

7 October 2014

ປະກາດຫາຍາດຜູ້ເສຍຊີວິດ



    ພາຍຫລັງ, ມີປະຊາຊົນໄດ້ພົບ ເຫັນສົບຄົນຟູໄຫລຢູ່ນ້ຳຂອງຢູ່ ເຂດບ້ານຊອດ, ເມືອງປາກກະ ດິງ, ແຂວງບໍລິຄຳໄຊ, ເມື່ອ ວັນທີ 2 ຕຸລາຜ່ານມາ, ຈຶ່ງໄດ້ຮີບຮ້ອນ ແຈ້ງໃຫ້ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງຮັບຊາບ ແລະ ນຳ ສົບດັ່ງກ່າວຂຶ້ນ ມ າກວດກາຊັນນະສູດພົບວ່າ: ເປັນເພດຍິງອາຍຸປະມານ 20 ປີ, ລວງສູງປະມານ 1.45 ຊັງຕີແມັດ, ນ້ຳໜັກປະມານ 40 ກິໂລ, ຜົມສີ ນ້ຳຕານຍາວ, ໃສ່ເສື້ອແຂນສັ້ນສີ ເຫລືອງ, ມີແຫວນຄຳສອງວົງຢູ່ນິ້ວມື, ບໍ່ມີ ເອກະສານໃດໆຕິດຕົວ ແລະ ບໍລິເວນໜ້າ ຜາກມີຮອຍບວມຊ້ຳເຊິ່ງຄາດວ່າອາດຖືກກະທົບຈາກຂອງແຂງ ແລະ ອາດເສຍຊີວິດ ມາໄດ້ປະມານ 3 ວັນ, ປັດຈຸບັນສົບແມ່ນ ເຈົ້າໜ້າທີ່ໄດ້ນຳໄປເກັບຮັກສາໄວ້ຢູ່ໂຮງ ໝໍແຂວງບໍລິຄຳໄຊເພື່ອພິສູດຫາສາເຫດການເສຍຊີວິດ ແລະ ລໍຖ້າຍາດພີ່ນ້ອງມາພົວ ພັນເອົາໄປທຳພິທີທາງສາສະໜາຕໍ່ໄປ.

No comments:

Post a Comment