Ad

Ad

26 November 2013

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ- ເດັກນ້ອຍເປັນບັນຫາຕ້ອງໄດ້ເອົາໃຈໃສ່ແກ້ໄຂ



     ການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ, ເກີດຂຶ້ນໃນສັງຄົມມະນຸດມາ ເປັນເວລາຫລາຍສະຕະວັດ ແລະ ຫລາຍເຊັ່ນຄົນ, ບໍ່ໄດ້ ເກີດຂຶ້ນສະເພາະເຈາະຈົງແຕ່ປະເທດໃດປະເທດໜຶ່ງ, ວັດທະນະ ທຳໃດວັດທະນະທຳໜຶ່ງ, ມັນສາມາດເກີດຂຶ້ນໄດ້ທຸກ ເວລາ, ທຸກສະຖານທີ່ ໂດຍບໍ່ເລືອດຊົນຊັ້ນ ວັນນະ, ເຊື້ອຊາດ, ສາສະໜາ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ເກີດຂຶ້ນໂດຍບໍ່ຈຳແນກ ວັດທະນະທຳ. ສຳລັບ ສປປ. ລາວ ຄວາມຮັບຮູ້ຕໍ່ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຍັງບໍ່ທັນ ເລິກເຊິ່ງ, ບາງກໍລະ ນີຖືວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍເປັນເລື່ອງທຳມະດາ, ເປັນເລື່ອງປົກກະຕິ ແລະ ເປັນສິ່ງທ້າທາຍທີ່ຈະ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ.
     ທ່ານນາງ ທຸມມາລີ ວົງພະຈັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າສູນ ໃຫ້ຄຳປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ ໃຫ້ຮູ້ ວ່າ: ນັບແຕ່ເດືອນມັງກອນ 2006 ເຖິງ ເດືອນຕຸລາ 2013 ສູນໃຫ້ຄຳ ປຶກສາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍໄດ້ໃຫ້ຄຳປຶກສາ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍເປັນ ຕົ້ນແມ່ນບັນຫາກ່ຽວກັບການ ຢ່າຮ້າງຈາກສາຍພົວພັນຜົວ- ເມຍ, ການທຳມິດສະຈານ, ການ ທຳຮ້າຍຮ່າງກາຍ, ຂ່ົມຂືນທຳ ສຳເລົາ, ການຮ່ວມປະເວນີ ກ່ອນແຕ່ງດອງ, ສຸຂະພາບຈະ ເລີນພັນ, ຢາເສບຕິດ, ການ ທຳ ອານາຈານເດັກ, ເຜີຍແຜ່ສິ່ງ ລາມົກ, ການສໍ້ໂກງຊັບພົນລະ ເມືອງ, ການແຕ່ງງານກັບຄົນ ຕ່າງປະເທດ, ຂໍ້ຂັດແຍ່ງການ ແບ່ງປັນສິນສົມສ້າງ, ບັນຫາຄ່າ
ດອງຄ້າງບໍ່ປະຕິບັດຕາມສັນ ຍາສູ່ຂໍ ແລະ ອື່ນໆ. ໃນນັ້ນ ມີແມ່ ຍິງ-ເດັກນ້ອຍມາຂໍຄຳປຶກສາ 42.800 ກວ່າຄົນ, ຍິງ 13.800 ກວ່າຄົນ, ໄດ້ໃຫ້ຄຳປຶກສາທັງໝົດ 92.200 ກວ່າ ຄັ້ງ; ມີຜູ້ ຖືກເຄາະຮ້າຍຈາກຄວາມຮຸນແຮງເຂົ້າມາບຳບັດຟື້ນຟູຈຳນວນ 300 ຄົນ, ຍິງ 270 ຄົນ ໃນນັ້ນອາ ຍຸຕ່ຳກວ່າ 18 ປີມີ 192 ຄົນ ແລະ ມີຜູ້ຖືກເຄາະຮ້າຍທີ່ບໍ່ສາມາດ ກັບຄືນຄອບຄົວເດີມ ຈຳນວນ 9 ຄົນ.
     ພ້ອມດຽວກັນນີ້, ທ່ານຍັງໄດ້ ຍົກໃຫ້ເຫັນສິ່ງທ້າທາຍທີ່ຈະ ຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນ ຕົ້ນແມ່ນຄວາມຮັບຮູ້, ເຂົ້າໃຈ ຂອງສັງຄົມກ່ຽວກັບບົດບາດ ຍິງ-ຊາຍ, ສິດສະເໝີພາບລະ ຫວ່າງຍິງ-ຊາຍບໍ່ທັນເລິກເຊິ່ງ ເຖິງຖອງ; ສັງຄົມ, ຄອບຄົວຍັງ ຖືເບົາຕໍ່ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ;ຮີດຄອງປະເພນີ, ທັດ ສະນະຄະຕິ, ຄວາມເຊື່ອຖື, ຄວາມຊິນເຄີຍອັນເກົ່າແກ່ຫລ້າ ຫລັງຍັງເປັນອຸປະສັກອັນໃຫຍ່ ຫລວງໃຫ້ແກ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ; ການ ຈັດຕັ້ງປະຕິບັດແນວທາງນະໂຍ ບາຍ, ລະບຽບກົດໝາຍທີ່ສົ່ງ ເສີມ-ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງບໍ່ທັນໄດ້ຮັບການ ປະຕິບັດຢ່າງເຂັ້ມງວດ, ເງື່ອນໄຂ ເອື້ອອຳນວຍ, ງົບປະມານຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກນ້ອຍໂດຍສະເພາະແມ່ນການຊ່ວຍເຫລືອ ຜູ້ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ຈາກການຄ້າມະນຸດ, ການກົດຂີ່ຂູດຮີດທາງເພດຍັງຈຳກັດນັບທັງສູນກາງ ແລະ ທ້ອງຖິ່ນ; ນິຕິກຳກ່ຽວກັບການຕ້ານ ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຍັງມີລັກສະນະກວມລວມ,ບໍ່ທັນລະອຽດຈະແຈ້ງເຮັດໃຫ້ພາກປະຕິບັດມີຄວາມຫຍຸ້ງ ຍາກ;ການປະສານງານຂອງແຕ່ລະ ພາກສ່ວນໃນການພັດທະນາ ແລະປົກປ້ອງແມ່ຍິງຈາກການໃຊ້ຄວາມຮຸນແຮງຍັງບໍ່ທັນ ໄດ້ດີ ເທົ່າທີ່ຄວນ; ສະຖານທີ່ບຳບັດ ຟື້ນຟູ, ດູແລແມ່ຍິງ ແລະ ເດັກ ນ້ອຍທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງ ໃນຄອບຄົວຍັງມີໜ້ອຍ, ບໍ່ທັນມີບ່ອນ ຮອງຮັບໄລຍະຍາວທັງບໍ່ມີບ່ອນສົ່ງຕໍ່ເພື່ອຊ່ວຍເຫລືອຜູ້ເຄາະຮ້າຍແບບຄົບວົງຈອນ ແລະ ທີ່ສຳຄັນ ແມ່ຍິງຈຳນວນໜຶ່ງຍັງບໍ່ທັນເປັນເຈົ້າການໃນການພັດທະນາຕົນ ເອງໃນທຸກດ້ານ, ສະຕິເຄົາລົບ ແລະ ປະຕິບັດ ກົດໝາຍຍັງບໍ່ທັນ ສູງ ແລະ ອື່ນໆ.

No comments:

Post a Comment