Ad

Ad

26 November 2013

ສານຕັດສິນລົງໂທດຄາດຕະກອນໃຈໂຫດຈຳຄຸກ 10 ປີ



        ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ສານ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ຄະດີທ້າວ ດາ​ວັນ ອາຍຸ 27 ປີ ຢູ່​ບ້ານ​ໂພນ​ສະຫວ່າງ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ​ເປັນ​ເວລາ 10 ປີ ​ແລະ ປັບ​ໄໝ​ເງິນ​ຈຳນວນ 1 ລ້ານ​ກີບ, ພາຍຫລັງ​ຜູ້ກ່ຽວ​ໄດ້​ລົງມື​ກໍ່​ເຫດ​ຄາດ​ຕະກຳ​ນາງ ກິດ​ຕິ​ໃຈ (ສັນຊາດ​ໄທ) ​ເຊິ່ງ​ເປັນ​ແຟນຜູ້ກ່ຽວ ​ເມື່ອ​ວັນ​ທີ 15 ສິງຫາ 2012, ຫລັງ​ຈາກ​ນັ້ນໄດ້​ນຳ​ສົບ​ຜູ້​ຕາຍ​ໄປ​ເຊື່ອງ​ໄວ້​ຢູ່​ຂຸມ​ວິດ​ໃນ​ເຮືອນ​ຂອງ​ທັງ​ສອງ​ທີ່​ພວມ​ປຸກ​ສ້າງ​ຮ່ວມ​ກັນ​ຢູ່​ເຂດ​ບ້ານ​ດອນ​ກອຍ ​ເມືອງ ​ສີ​ສັດຕະນາກ ນະຄອນຫລວງ​ວຽງ​ຈັນ ​ ເຊິ່ງຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້ເມື່ອວັນ​ທີ 19 ສິງຫາ 2012 ຜ່ານມາ.

No comments:

Post a Comment