Ad

Ad

26 November 2013

ປະຊາຊົນ​ບາງ​ຄອບຄົວ​ຢູ່​ບ້ານ​ນາທາມ​ບໍ່​ມີ​ທາງ​ເລືອກຕັດສິນ​ໃຈ​ສ່ຽງ​ຫາ​ກິນ​ຢູ່​ໜອງ​ຫານ​ເພື່ອ​ຄວາມ​ຢູ່​ລອດ



         ​ເຖິງ​ວ່າ​ອຳນາດ​ການ​ປົກ ຄອງ​ບ້ານ​ນາທາມ ​ແລະ ບ້ານ​ໃກ້​ຄຽງ ຍັງ​ຫ້າມ​ປະຊາຊົນ​ບໍ່​ໃຫ້​ລົງ​ຫາ​ກິນ​ໃນ​ບໍລິ​ເວນ​ໜອງ​ຫານ ​ເມືອງ​ປາກງື່ມ ນະຄອນຫລວງ​ວຽງ​ຈັນ ພາຍຫລັງ​ເກີດ​ມີ​ສະພາບ​ປາ​ຕາຍ​ເປັນ​ຈຳນວນ​ຫລາຍ​ມາ​ແຕ່​ກາງ​ເດືອນ​ຕຸລາ 2013 ​ແລະ ມາ​ຮອດ​ປັດຈຸບັນ ຍັງ​ບໍ່​ມີ​ພາກສ່ວນ​ກ່ຽວຂ້ອງ​ໃດເຂົ້າມາ​ຊ່ວຍ​ແກ້​ໄຂຈຶ່ງ​ມີ​ປະຊາຊົນ​​ຈຳນວນ​ໜຶ່ງ​ໄດ້​ຕັດສິນ​ໃຈ​ສ່ຽງ​ລົງ​ໄປ​ຫາ​ປາ ​ແລະ ອາຫານ​ຕ່າງໆ​ໃນ​ໜອງ​ນ້ຳດັ່ງກ່າວ​ມາ​ບໍລິໂພກ ​ເພື່ອ​ລ້ຽງ​ຄອບຄົວປະຄອງຊີວິດໄປວັນໆ, ພາຍຫລັງ​ທົນ​ກັບ​ຄວາມ​ອຶດ​ຢາກ​ບໍ່​ໄຫວ ​ເຊິ່ງນັບ​ແຕ່​ມີ​ການ​ຫ້າມ​ບໍ່​ໃຫ້​ລົງ​ຫາ​ກິນ​ກໍ​ເຮັດ​ໃຫ້​ຫລາຍ​ຄອບຄົວ​ພົບ​ຄວາມ​ຫຍຸ້ງຍາກ​ລຳບາກ​.
      ທ່ານ​ນາຍບ້ານ​ນາທາມ ​ໃຫ້​ຮູ້​ວ່າ: ປັດຈຸບັນ ປະຊາຊົນ​ຈຳນວນ​ໜຶ່ງ​ໄດ້​ລົງ​ໄປ​ຊອກ​ຢູ່​ຫາ​ກິນ​ໃນ​ໜອງ​ຫານ​ແລ້ວ, ​ແຕ່​​ສ່ວນ​ຫລາຍ​ພາຍ​ໃນ​ບ້ານ​ນາທາມ ​ແລະ ບ້ານ​ໃກ້​ຄຽງ​ກໍ​ຍັງ​ບໍ່​ກ້າ​ທີ່​ຈະ​ລົງ​ໄປ​ຫາ​ກິນ​ໃນ​ໜອງ​ນ້ຳດັ່ງກ່າວ​ໄດ້​ເທື່ອ ​ເພາະ​ຢ້ານ​ເກີດ​ອັນ ຕະລາຍ​ຕໍ່​ສຸຂະພາບ ​ແລະ ຍັງ​ລໍຖ້າ​ຄຳ​ຕອບ​ຈາກ​ໜ່ວຍ​ງານ​ພະ​ແນກຊັບພະ ຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ທີ່​ໄດ້​ເອົາ​
ຕົວຢ່າງ​ນ້ຳ ໜອງ​ຫານ​ໄປ​ພິສູດ​ວິ​ເຄາະ ​ເພື່ອ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ປາ​ຕາຍ ​ແຕ່​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ ​ແລະ ຍັງ​ບໍ່​ມີ​ຄຳ​ຕອບ​ແຕ່​ຢ່າງ​ໃດ.
         ​ແນວ​ໃດ​ກໍ​ຕາມ, ນາຍບ້ານ​ນາທາມ​ບອກ​ກັບ​ນັກ​ຂ່າວ​ວ່າ: ຈະ​ລໍຖ້າ​ຄຳ​ຕອບ​ການ​ວິ​ເຄາະ​ນ້ຳ ຈາກ​ພາກສ່ວນ​ກ່ຽວຂ້ອງ​ໄປ​ອີກ 10-20 ວັນ ​ເຊິ່ງຖ້າ​ບໍ່​ມີ​ຄຳ​ຕອບ​ໃດໆ, ອຳນາດ​ການ​ປົກຄອງ​ບ້ານ​ຈະ​ໄປ​ຫາ​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນລາວ-ອິນ​ໂດ​ຊາຍ​ນາ ​ເພື່ອ​ບໍ່​ໃຫ້​ປ່ອຍ​ນ້ຳ​ເສຍ​ຈາກ​ການ​ຜະ ລິດ​ຂອງ​ໂຮງງານ​ລົງ​ສູ່​ຫ້ວຍ​ທຳ​ມະ​ຊາດ​ທີ່​ໄຫລ​ລົງ​ສູ່​ໜອງ​ຫານ​ອີກ.
     ໜອງ​ຫານ​ແມ່ນ​ໜອງ​ນ້ຳທຳ​ມະ​ຊາດ​ກວ້າງ​ໃຫຍ່​ ມີ​ເນື້ອທີ່ 200 ກວ່າ​ເຮັກຕາ. ​ໃນ​ປີ 2009 ໜອງ​ດັ່ງກ່າວ​ເຄີຍ​ເກີດ​ມີ​ປາ​ຕາຍ​ເປັນ​ຈຳນວນ​ຫລາຍ ຍ້ອນ​ການ​ປ່ອຍ​ນ້ຳ​ເປື້ອນຈາກ​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ ລາວ-ອິນ​ໂດ​ຊາຍ​ນາ ​ແລະ ປາ​ຕາຍ​ໃນ​ເທື່ອ​ນີ້ ປະຊາຊົນ​ຍັງ​ເຊື່ອ​ວ່າ​ອາດ​ເກີດ​ຈາກ​ມີ​ສານ​ເຄມີ​ປົນ​ເປື້ອນຈາກ​ໂຮງງານແປ້​ງມັນຕົ້ນອີກ​ກໍ​ເປັນ​ໄດ້.

No comments:

Post a Comment