Ad

Ad

26 November 2013

ໄຟ​ໄໝ້​ຕະຫລາດ​ອຸດສາຫະກຳ​ຊຽງ​ຂວາງ​ເສຍ​ຫາຍເປັນ​ຈຳນວນ​ຫລາຍສ່ວນ​ສາ​ເຫດ​ພວມ​ຢູ່​ໃນ​ຂັ້ນຕອນ​ການ​ສືບສວນ



           ​ແຫ​ລ່ງຂ່າວ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 18 ​ໂມງ 45 ນາທີ ຂອງ​ວັນ​ທີ 24 ພະຈິກ​ນີ້, ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ຕະຫລາດ​ອຸດສາຫະກຳ​ຢູ່ໂພນ​ສະຫວັນ ​ເມືອງ​​ແປກ ​ແຂວງ​ຊຽງ​ຂວາງ. ທ້າວ ກໍ​ຢ່າ ພະນັກງານ​ອະນາ​ໄມ​ຕະຫລາດ​ ຜູ້​ເຫັນ​ເຫດ ການ​ທຳ​ອິດ​ ​ໃຫ້​ຮູ້​ວ່າ: ຫລັງ​ຈາກ​ຊຸກ​ລໍ້​ເຂົ້າມາ​ອະນາ​ໄມ ​ໄດ້​ກິ່ນ​ຂິວ​ໄຟ​ໄໝ້ ​ແລະ ​ເຫັນ​ຄວັນ​ໄຟ​ພຸ່ງ​ອອກ​ມາ ຈຶ່ງ​ໄດ້​ແລ່ນ​ໄປ​ລາຍ​ງານ​ພະນັກງານ​ຮັກສາ​ຄວາມ​ປອດ​ໄພ ​ເພື່ອ​ແຈ້ງ​ຕໍ່​ເຈົ້າໜ້າ​ທີ່ ​ເຊິ່ງ​ເວລາ​ນັ້ນບໍ່​ມີ​ຄົນ​ເຂົ້າ-ອອກ​ແລ້ວ.
        ທ່ານ ພັນ​ຕີ ສຸດທາ ນັນທະ​ວົງ ຮອງ​ກອງ​ຕຳຫລວດ​ຈະລາ ຈອນ, ສະກັດ​ກັ້ນ ​ແລະ ມອດ​ໄຟ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ລາຍ​ງານ​ວ່າ: ຫລັງ​ຈາກ​ໄດ້​ຮັບ​ແຈ້ງ​ເຫດ​ໄຟ​ໄໝ້​ດັ່ງກ່າວ, ກຳລັງ​ເຈົ້າໜ້າ​ທີ່​ພວກ​ເຮົາ​ກໍ​ໄດ້​ຮີບ​ຮ້ອນ​ຈັດ​ລົດ​ມອດ​ໄຟ​ທີ່​ມີ​ຢູ່ 4 ຄັນ ​ແລະ ລົດ​ບັນທຸກ​ນ້ຳ 8 ​ໂຕນ​ອີກ 1 ຄັນ ​ເຂົ້າ​ໄປ​ສຸມ​ໃສ່​ການ​ມອດ​ໄຟ, ​ແຕ່​ເນື່ອງ​ຈາກ​ວ່າ​ແຫ​ລ່ງປະຕູ​ນ້ຳ ປະປາ​ຢູ່​ໄກ​ ຈຶ່ງ​ເຮັດ​ໃຫ້ການ​ໄປ​ເອົາ​ນ້ຳພົບ​ຄວາມ​ຫຍຸ້ງຍາກ. ຈາກ​ນັ້ນ ຈຶ່ງ​ໄດ້​ຕິດຕໍ່​ເອົາ​ລົດ​ມອດ​ໄຟ​ຈາກ​ກອງພັນ​ໃຫຍ່ 702 ​ເຂົ້າມາ​ຊ່ວຍ​ອີກ 2 ຄັນ ​ແລະ ມີ​ກຳລັງ​ມອດ​ໄຟ​ປະມານ 20 ຄົນ, ​ແຕ່​ກໍ​ຕ້ອງ​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ ຈຶ່ງ​ຄວບ​ຄຸມ​ໄຟ​ໄດ້.

        ທ່ານ ຄຳ​ພູ ວັນນະ​ຈັກ ຫົວ ໜ້າ​ລັດ​ວິ​ສາ​ຫະກິດ​ການ​ຄ້າ​ພັດ ທະນາ​ຂາ​ເຂົ້າ-ຂາ​ອອກ​ແຂວງ ​ໃນ​ນາມ​ຜູ້​ຮັບຜິດຊອບ​ຕະ ຫລາດນີ້ ກ່າວ​ວ່າ: ຕົວ​ອາຄານ​ຖືກ​ໄຟ​ໄໝ້​ເສຍ​ຫາຍ​ປະມານ 1 ສ່ວນ 5, ມີ 47 ຫ້ອງ​ຮ້ານ​ຖືກ​ໄຟ​ໄໝ້​ໝົດ​ກ້ຽງ, ສ່ວນ​ສາ​ເຫດ​ຂອງ​ການ​ເກີດ​ອັກຄີ​ໄພ​ເທື່ອ​ນີ້ຍັງ​ຢູ່​ໃນ​ຂັ້ນຕອນ​ການ​ສັນ​ລະ​ສູດ​ຂອງ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ. ປັດຈຸບັນລັດ​ວິ​ສາ​ຫະກິດ​ການ​ຄ້າ​ພັດທະນາ​ຂາ​ເຂົ້າ-ຂາ​ອອກພວມ​ປະສານ​ງານ​ກັບ​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ​ລົງ​ຕິດຕາມ​ກວດກາ.

No comments:

Post a Comment