Ad

Ad

26 November 2013

ຊາວໜຸ່ມຍັງຕ້ອງການເຂົ້າເຖີງການບໍລິການສຸຂະພາບທີ່ເໝາະສົມຫຼາຍຂຶ້ນ



            ບັນຫາປະກົດການຫຍໍ້ທໍ້ທາງສັງຄົມທີ່ເກີດຂື້ນໃນກຸ່ມຊາວໜຸ່ມພົ້ນ ເດັ່ນ ແມ່ນການ ຖືພາກ່ອນໄວອັນຄວນ, ພະຍາດ ຕິດຕໍ່ທາງເພດສຳພັນ ແລະ ອື່ນໆ ທີ່ນັບ ມື້ເພີ່ມຂື້ນເຊິ່ງຈາກຕົວເລກທາງສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມຢູ່ນະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນມີຊາວໜຸ່ມຫຼາຍກວ່າ 4 ພັນຄົນທີ່ມາຂໍຄຳ ປຶກສາ ແລະ ປິ່ນປົວສຸຂະພາບພາຍຫຼັງມີບັນ ຫາພະຍາດຕິດຕໍ່ທາງເພດສຳພັນ ແລະ ບັນຫາສຸຂະພາບຈະເລີນພັນແຕ່ສ່ວນໃຫຍ່ຈຳນວນຊາວໜຸ່ມດັ່ງກ່າວຈະບໍ່ກ້າເຂົ້າໄປ ປິ່ນປົວຕາມໂຮງໝໍ ເນື່ອງຈາກຢ້ານການເປີດເຜີຍ ແລະ ຜົນກະທົບບໍ່ດີທາງສັງຄົມ ສະນັ້ນ ທາງສູນສຸຂະພາບຈະເລີນ ພັນຈຶ່ງ ໄດ້ມີການເຄື່ອນໄຫວວຽກ ງານໂດຍການໃຫ້ຄຳປຶກສາ ແລະ ສົ່ງຕໍ່ໄປຍັງໂຮງໝໍທີ່ຢູ່ໃນການຮ່ວມມືເພື່ອໃຫ້ການບໍລິການສຸ ຂະພາບທີ່ເໝາະສົມແກ່ເຂົາເຈົ້າ.
         ທ່ານ ນາງ ດາໄລວັນ ແກ້ວນະຄອນ ຫົວໜ້າສູນສຸຂະພາບຈະເລີນພັນໃຫ້ຮູ້ໃນກອງປະຊຸມສະຫຼຸບການເຄື່ອນໄຫວ ວຽກງານເຄືອຂ່າຍການໃຫ້ຄຳປຶກສາ ແລະ ສົ່ງຕໍ່ CRN ວ່າ: ເຄືອຂ່າຍໃຫ້ຄຳປຶກສາ ນະຄອນຫຼວງວຽງຈັນ ໄດ້ຖືກສ້າງຕັ້ງຂື້ນ
ໃນປີ 2004  ປະ ກອບມີ 12 ພາກສ່ວນຄື: ໂຮງໝໍ, ສູນ, ກົມກອງທີ່ເຮັດວຽກປິ່ນອ້ອມວຽກງານສຸຂະພາບຈະເລີນພັນ ແລະ ພຕພ ເອດ, ສູນສຸຂະ ພາບພັດທະນາແມ່ຍິງ ແລະ ໄວ ໜຸ່ມເປັນຜູ້ປະສານງານ ເພື່ອແນ ໃສ່ການບໍລິການດ້ານສຸຂະພາບ ຈະເລີນພັນ, ໃຫ້ຄຳປຶກສາ ໂດຍມີການສົ່ງຕໍ່ກໍລະນີກວດ, ບົ່ງມະຕິ, ປິ່ນປົວໃຫ້ຖືກຕ້ອງເໝາະສົມ ແລະ ທັນເວລາ ໃນກໍລະ ນີຫາກມີກຸ່ມຊາວໜຸ່ມມີບັນຫາທາງເພດສຳພັນ ແລະ ສຸຂະພາບຈະເລີນພັນ ເຊິ່ງຈະເກັບຄ່າປິ່ນປົວ ແລະ ກວດພະຍາດ ທີ່ຖືກ ທີ່ສຸດເພື່ອເຮັດໃຫ້ຊາວໜຸ່ມໄດ້ເຂົ້າເຖິງການບໍລິການດັ່ງກ່າວດີຂຶ້ນ.
         ທ່ານ ນາງ ດາໄລວັນ ແກ້ວນະຄອນ ກ່າວວ່າ: ຜ່ານມາມີ ຊາວໜຸ່ມຈຳນວນຫຼາຍທີ່ໄດ້ຮັບຜົນກະທົບດ້ານບັນຫາສຸຂະ ພາບຈະເລີນພັນເປັນຕົ້ນແມ່ນການຖືພາກ່ອນໄວອັນຄວນ, ພະຍາດຕິດຕໍ່ທາງເພດສຳພັນ ແລະ ອື່ນໆນັບວ່າເປັນຈຳນວນຫຼາຍ ແລະ ບໍ່ກ້າທີ່ຈະເຂົ້າໄປພົບແພດໝໍ ແລະ ກວດຕາມໂຮງໝໍຕ່າງໆເນື່ອງຈາກມີຄວາມຢ້ານຖືກເປີດເຜີຍ ແລະ ບໍ່ເປັນທີ່ຍອມ ຮັບຂອງສັງຄົມເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ແລະ ເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ໃນກຸ່ມຊາວໜຸ່ມຫຼຸດຜ່ອນລົງຈຶ່ງໄດ້ສ້າງສູນ ສຸຂະພາບແຫ່ງນີ້ຂຶ້ນເພື່ອໃຫ້ຄຳປຶກສາ ແລະ ສົ່ງຕໍ່ເຊິ່ງມາຮອດປັດຈຸບັນວຽກງານດັ່ງກ່າວພວມໄດ້ຮັບຄວາມສົນໃຈຈາກກຸ່ມ ຊາວໜຸ່ມໂດຍສະເພາະການໃຫ້ຄຳປຶກສາ ແລະ ສົ່ງຕໍ່ປິ່ນປົວກໍລະນີຕ່າງໆ ເຊິ່ງປັດຈຸບັນມີຈຳນວນຊາວ ໜຸ່ມເຂົ້າມາຮັບການບໍ ລິການ ຫຼາຍກ່ວາ 4 ພັນຄົນເຊິ່ງພວກເຮົາ ກໍເກັບຄ່າບໍລິການໃນລາຄາຖືກພ້ອມທັງມີການປິດເປັນຄວາມລັບເພື່ອເຮັດໃຫ້ ຊາວໜຸ່ມດັ່ງກ່າວມີຄວາມເຊື່ອໝັ້ນໃນການປິ່ນປົວ ແລະ ປຶກສາ.

No comments:

Post a Comment