Ad

Ad

26 November 2013

ຄະນະກຳມະການຄຸ້ມຄອງຫລັກຊັບປັບປຸງບາງວຽກງານສຳຄັນ



          ກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໄດ້ສຳເລັດລົງດ້ວຍ ໝາກຜົນອັນຈົບງາມໃນຕອນທ່ຽງຂອງ ວັນທີ 25 ພະຈິກທີ່ຫ້ອງປະຊຸມທະນາຄານ ແຫ່ງ ສປປລາວ ນະຄອນຫຼວງວຽງຈັນ, ພາຍໃຕ້ການໃຫ້ກຽດເປັນປະທານຂອງ ທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ,ຜູ້ຊີ້ນຳວຽກງານເສດຖະກິດ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ກໍມີຄະນະກຳມະການຄຸ້ມ ຄອງຫຼັກຊັບແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.                      
      ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຄັ່ງຮ້ອນ ແລະ ມີຄວາມຮັບ ຜິດຊອບສູງ ເຊິ່ງໄດ້ມີການສະເໜີປັບປຸງການຈັດຕັ້ງສຳນັກງານຄະນະກຳມະການຄຸ້ມ ຄອງຫຼັກຊັບໂດຍມີການຮ່າງຂໍ້ຕົກ ລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ກໍມີການສະເໜີລະບຽບການຂອງສຳນັກງານຄະນະກຳມະການ ຄຸ້ມຄອງຫຼັກຊັບ 2 ສະບັບ, ລະບຽບກ່ຽວກັບການລາຍງານ ແລະ ການເປີດເຜີຍຂໍ້ມູນແລະບົດແນະນຳວ່າດ້ວຍການຈັດຕັ້ງ
ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈົດທະບຽນ ໃນຕະຫຼາດ ຫຼັກຊັບ,ພ້ອມນີ້ກອງປະຊຸມຍັງໄດ້ສະເໜີແຜນການເຄື່ອນໄຫວປີ 2014 ຂອງຕົນ, ສະເໜີແຜນງົບປະມານ ແລະ ພິຈາລະນາຂໍ້ສະເໜີຂອງຕະຫຼາດຫຼັກຊັບລາວ, ຄົ້ນ ຄ້ວານະໂຍບາຍສຳ ລັບ ບາງບໍລິສັດລະດົມທຶນ ແລະ ຈົດທະບຽນຢູ່ຕ່າງປະເທດ, ການກະກຽມອອກຈຳໜ່າຍຮຸ້ນຂອງບໍລິສັດເອກກະ ຊົນພາຍໃນຈຳ ນວນໜຶ່ງ ແລະ ບັນຫາສຳຄັນອື່ນໆອີກທີ່ປິ່ນອ້ອມວຽກງານຫຼັກຊັບ. 
          ບັນດາຜູ້ແທນກອງປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນ, ຖາມ ແລະ ຕອບບັນຫາຕ່າງໆຢ່າງຕົງໄປ-ຕົງມາ ແລະ ມີຄວາມເປັນເອກກະພາບກັນ, ຈາກນັ້ນທ່ານປະທານຄະນະກຳມະການຄຸ້ມຄອງຫຼັກຊັບກໍໄດ້ຮຽກຮ້ອງໃຫ້ຄະນະກຳມະການ ຄຸ້ມຄອງຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຈົ່ງພ້ອມກັນຮີບຮ້ອນນຳເອົາຜົນສຳເລັດຂອງກອງປະຊຸມໃນເທື່ອນີ້ໄປຈັດຕັ້ງປະຕິບັດ ໃຫ້ມີຜົນຄືບໜ້າ ແລະ ເກີດປະໂຫຍດສູງສຸດ.

No comments:

Post a Comment