ກົມຮູບເງົາ ກະຊວງຖະແຫລງ ຂ່າວວັດທະນະທຳ ແລະ
ທ່ອງທ່ຽວ ຈະຈັດງານບຸນມະໂຫລານຮູບເງົາ ຄັ້ງທີ 4 ຂຶ້ນຢູ່ແຂວງຫລວງພະບາງ ໃນວັນທີ
7-11 ທັນວາທີ່ ຈະເຖິງນີ້, ເພື່ອເປັນການສະເຫລີມສະຫລອງວັນ ຊາດທີ 2 ທັນວາຄົບຮອບ
38 ປີ, ສະຫລອງຮູບເງົາອາຊຽນ, ສົ່ງເສີມຮູບເງົາລາວໃຫ້ພັດທະນາຂຶ້ນໄປເລື້ອຍໆທັງເປັນການດຶງດູດເອົານັກທ່ອງທ່ຽວທັງພາຍໃນ
ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວລາວ ຫລາຍຂຶ້ນ.
ການຈັດງານບຸນມະໂຫລານຮູບເງົາດັ່ງກ່າວ
ມີຮູບເງົາເລື່ອງສັ້ນສົ່ງເຂົ້າສາຍຮ່ວມທັງໝົດ 30 ເລື່ອງ ໃນ 10 ປະເທດ ເຊັ່ນ:ປະເທດ
ລາວ 5 ເລື່ອງ ໃນນັ້ນຮູບເງົາຮ່ວມມືກັບປະເທດໄທ 1 ເລື່ອງ, ບຣູໄນ 1 ເລື່ອງ, ກຳປູເຈຍ
3 ເລື່ອງ, ອິນໂດເນເຊຍ 3 ເລື່ອງ, ມາເລເຊຍ 3 ເລື່ອງ, ມຽນ ມາ 1 ເລື່ອງ, ພີລີປິນ
3 ເລື່ອງ, ສິງກະໂປ 1 ເລື່ອງ, ໄທ 8 ເລື່ອງ ແລະ ຫວຽດ ນາມ 2 ເລື່ອງ ນອກນັ້ນຍັງມີສາລະຄະດີ
ແລະ ຮູບເງົາສັ້ນຂອງລາວ ແລະ ຕ່າງປະເທດຈຳນວນໜຶ່ງເຂົ້າຮ່ວມສະແດງ ທັງນີ້ກໍເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະ
ພາບ ແລະ ການຮ່ວມມືຮອບ ດ້ານກັບບັນດາປະເທດເພື່ອນມິດດັ່ງກ່າວໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫລອດໄປ.
ສຳລັບສະຖານທີ່ຈັດງານບຸນດັ່ງກ່າວແມ່ນຈະຈັດຂຶ້ນຢູ່
3 ແຫ່ງ ໃນແຂວງຫລວງພະບາງ ເຊັ່ນ: ສູນຈັດງານບຸນ LPFF Visitor Center ສາຍກາງເວັນ
ບັນຈຸຄົນໄດ້ 25 ຄົນ; ໂຮງແຮມ ອາມັນຕາກາສາຍກາງເວັນບັນ ຈຸຄົນໄດ້ 50 ຄົນ ແລະ
ບໍລິເວນຕະຫລາດຫັດຖະ ກຳສາຍກາງ ຄືນ ບັນຈຸຄົນໄດ້ 1.500 ຄົນ. ນອກນັ້ນໃນວັນທີ
7 ທັນວາ ຍັງຈະໄດ້ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ ພັດທະນາຮູບເງົາລາວກ້າວເຂົ້າສູ່ການເຊື່ອມໂຍງ
” ເພື່ອແລກປຽນຄຳຄິດຄຳເຫັນໃນຫົວຂໍ້ດັ່ງກ່າວໃຫ້ມີຄວາມກະຈ່າງແຈ້ງ ແລະ ປະກົດຜົນເປັນຈິງ.
ເນື່ອງໃນໂອກາດຈັດງານບຸນດັ່ງກ່າວ, ທ່ານ ບຸນເຈົ້າ ພິຈິດ ຫົວໜ້າກົມຮູບເງົາ ກະຊວງຖະແຫລງ
ຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານຖະແຫລງຂ່າວກ່ຽວກັບການຈັດງານມະໂຫລານດັ່ງກ່າວຂຶ້ນ
ໃນວັນທີ 26 ພະຈິກ 2013 ນີ້ ທີ່ກົມຮູບເງົາ ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
No comments:
Post a Comment