ກອງປະຊຸມສະມັດຊາດໃຫຍ່ອົງການສະຫະປະຊາຊາດ ໄດ້ມີມະຕິ
48/104, ລົງວັນທີ 20 ທັນ ວາ 1993 ຮັບຮອງເອົາ ຖະແຫລງ ການວ່າດ້ວຍການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ
ແລະ ໄດ້ມີມະຕິ 52/86, ລົງວັນທີ 12 ທັນວາ 1997 ວ່າດ້ວຍ ການປ້ອງກັນ ອາດຊະຍາ ກຳ ແລະ ມາດຕະການໃນຂະບວນຍຸຕິທຳດ້ານອາດຊະຍາກຳ
ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ. ໄດ້ມີການຮັບຮອງຖະແຫລງການຈັກ ກະວານກ່ຽວກັບສິດທິມະນຸດ,
ສົນທິສັນຍາວ່າດ້ວຍສິດທິຂອງພົນລະເມືອງ ແລະ ທາງການເມືອງ, ສົນທິສັນຍາວ່າດ້ວຍສິດທິທາງດ້ານ
ເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ສົນທິສັນຍາວ່າດ້ວຍການລຶບ ລ້າງທຸກຮູບການຈຳແນກຕໍ່ແມ່ຍິງ
ແລະ ສົນທິສັນຍາ ວ່າດ້ວຍການ ຕ້ານການທຸບຕີທໍລະມານ, ການກະທຳ ຫລື ການລົງໂທດ ອື່ນໆທີ່ໂຫດຮ້າຍປ່າເຖື່ອນ,
ໄຮ້ມະນຸດສະທຳ ແລະ ເສື່ອມຊາມ.
ສົນທິສັນຍາລະຫວ່າງປະເທດ ໃນທະວີບອາເມລິກາວ່າດ້ວຍ
ການປ້ອງກັນ, ການລົງໂທດ ແລະ ການລຶບລ້າງຄວາມຮຸນ ແຮງຕໍ່ແມ່ຍິງທີ່ໄດ້ຮັບຮອງເອົາໂດຍສະມັດຊາໃຫຍ່ອົງການຈັດຕັ້ງຂອງບັນດາລັດໃນທະວີບອາເມລິກາໃນກອງປະຊຸມສະໄໝສາມັນ
ຄັ້ງທີ 24 ຈັດຂຶ້ນຢູ່ນະ ຄອນເບວເລັມ ປະເທດເບຣຊິນ ແຕ່ວັນ ທີ 6-10 ມິຖຸນາ 1994 ແລະ ຂໍ້ແນະນຳທົ່ວໄປເລກທີ
19 ວ່າ ດ້ວຍຄວາມຮຸນແຮງຕໍ່ແມ່ຍິງທີ່ຮັບ ຮອງໂດຍຄະນະກຳມະການເພື່ອລຶບລ້າງການຈຳແນກຕໍ່ແມ່ຍິງໃນວາລະທີ
11 ຂອງກອງປະ ຊຸມ.
ຍຸດທະສາດໄນໂຣບີ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ
ແລະ ແຜນປະຕິບັດງານຂອງກອງປະຊຸມໂລກກ່ຽວ ກັບແມ່ ຍິງ ຄັ້ງທີ 4 ເຊິ່ງ ໄດ້ແນະນຳມາດຕະການຄົບຊຸດເພື່ອປ້ອງກັນ
ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຮັບປະກັນການ ຈັດຕັ້ງປະຕິບັດສົນທິສັນຍາວ່າ ດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ
(ຊີດໍ) ໄດ້ຢ່າງເຕັມສ່ວນ.
ໃນວັນທີ 19 ຕຸລາ 1999, ໃນ ກອງປະຊຸມ ຄັ້ງທີ
17 ຂອງຄະນະ ກຳມະການທີສາມ ສະໄໝທີ 54 ຂອງສະມັດຊາໃຫຍ່ ສະຫະປະຊາ ຊາດ, ຜູ້ຕາງໜ້າສາທາລະນະລັດ
ໂດມີນີແກນ ໃນນາມຂອງປະ ເທດຕົນ ແລະ ປະເທດສະມາຊິກ ອີກ 74 ປະ ເທດ ໄດ້ນຳສະເໜີ ຮ່າງຍັດຕິ
(ເອກະສານ A/C.3/54/L.14/Rev.1) ເພື່ອສະ ເໜີຮັບຮອງເອົາວັນທີ 25 ພະຈິກ ເປັນວັນສາ ກົນ ເພື່ອລຶບລ້າງ
ຄວາມຮຸນແຮງຕໍ່ແມ່ຍິງ. ບັນຫາ ດັ່ງກ່າວໄດ້ຖືກສະເໜີຄືນອີກ ໂດຍ 79 ປະເທດ ຢູ່ກອງປະຊຸມ ຄັ້ງທີ
30 ຂອງຄະນະກຳມະການ ທີສາມ ຄັ້ງວັນທີ 3 ພະຈິກ 1999 ເຊິ່ງໄດ້ພິຈາລະນາຮ່າງຍັດຕິ ກ່ຽວກັບ
“ວັນສາກົນເພື່ອລຶບ ລ້າງ ຄວາມຮຸນແຮງຕໍ່ແມ່ຍິງ” ເພື່ອນຳສະເໜີໃຫ້ສະມັດຊາໃຫຍ່ ພິຈາລະນາ.
ອີງຕາມຮ່າງຍັດຕິ ດັ່ງກ່າວ ສະມັດຊາໃຫຍ່ຈະເຊີນ ຊວນໃຫ້ທຸກອົງການຈັດຕັ້ງໃນ ທົ່ວໂລກ ດຳເນີນກິດຈະກຳ
ຕ່າງໆໃນວັນດັ່ງກ່າວ ເພື່ອສ້າງ ຈິດສຳນຶກໃຫ້ປວງຊົນຮັບຮູ້ເຖິງ ບັນຫາຄວາມຮຸນແຮງຕໍ່ແມ່ຍິງທີ່
ເປັນອຸປະສັກກີດຂວາງບໍ່ໃຫ້ແມ່ ຍິງມີໂອກາດ ເພື່ອບັນລຸຄວາມສະ ເໝີພາບທາງດ້ານ ກົດໝາຍ, ສັງ
ຄົມ, ການເມືອງ ແລະ ເສດຖະກິດ ໃນສັງຄົມ. ສະມັດຊາໃຫຍ່ຈະຢັ້ງ ຢືນການອະທິບາຍຄຳສັບຄວາມ ຮຸນແຮງຕໍ່ແມ່ຍິງ
ໝາຍເຖິງການ ກະທຳທີ່ສາມາດກໍ່ໃຫ້ເກີດຄວາມ ເສຍຫາຍທາງຮ່າງກາຍ, ທາງ ເພດ ຫລື ທາງຈິດໃຈ ບໍ່ວ່າໃນຊີ
ວິດສ່ວນລວມ ຫລື ຊີວິດສ່ວນ ຕົວ. ຄະນະກຳມະການທີສາມ ໄດ້ຮັບຮອງເອົາຮ່າງຍັດຕິ ໂດຍ ປາສະຈາກການ ລົງຄະແນນສຽງ.
ໃນວັນທີ 17 ທັນວາ 1999, ອີງຕາມບົດລາຍງານຂອງກຳມະ
ການທີສາມ (A/54/598 and Corr. 1 and 2) ກອງປະຊຸມຄັ້ງທີ 83 ຂອງສະມັດຊາໃຫຍ່ ວາລະທີ
54 ໄດ້ຮັບຮອງເອົາຍັດຕິ 54/134 ກ່ຽວກັບວັນສາກົນເພື່ອລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ.
ໃນປີ 2008, ເລຂາທິການໃຫຍ່ ສປຊ ທ່ານ ບັນກີມູນ
ໄດ້ເປີດຂະ ບວນສາມັກຄີ ເພື່ອຢຸດຕິຄວາມ ຮຸນແຮງຕໍ່ແມ່ຍິງ ເຊິ່ງຕາມປະເພ ນີແລ້ວ ວັນດັ່ງກ່າວແມ່ນວັນເລີ່ມ
ຕົ້ນການເຄື່ອນໄຫວ 16 ວັນ ຕ້ານ ຄວາມຮຸນແຮງ ແຕ່ວັນທີ 25 ພະ ຈິກ ເຖິງ 10 ທັນວາ (ວັນສິດທິມະ
ນຸດ) ເພື່ອຈຸດປະສົງຈັດຕັ້ງ ແລະ ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງຖືວ່າແມ່ນການລ່ວງລະເມີດ
ສິດທິມະນຸດຢ່າງຮ້າຍແຮງ. ສຳລັບປີ 2013 ນີ້, ຂະບວນດັ່ງກ່າວ ແມ່ນແນໃສ່ສ້າງຈິດສຳນຶກ ໂດຍ
ການໃສ່ສີນ້ຳໝາກກ້ຽງ ເພື່ອ ເປັນສັນຍະລັກແຫ່ງຄວາມໝາຍໝັ້ນຕໍ່ພາລະກິດດັ່ງ ກ່າວ.
No comments:
Post a Comment