Ad

Ad

27 November 2013

CRI FM.93 ປະກອບສ່ວນສຳຄັນເຂົ້າໃນການຮັດແຫນ້ນສາຍພົວພັນຮ່ວມມືລາວ-ຈີນ



          FM.93 CRI ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວ ພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ ລາວ- ຈີນ ໃຫ້ ເຕີບໃຫຍ່ຂະຫຍາຍຕົວ, ນັບແຕ່ໄດ້ມີການສ້າງຕັ້ງ ແລະ ອອກອາກາດລາຍການຕ່າງໆ ເປັນຕົ້ນມາ CRI ກໍໄດ້ ກາຍເປັນເປັນສື່ວິທະຍຸທີ່ເຮັດ ບົດບາດໃຫ້ປະຊາຊົນລາວ ແລະ ຈີນ ໄດ້ມີການຮ່ວມ ແລກປ່ຽນວັດທະນະ ທຳລະຫວ່າງສອງ ປະເທດໄດ້ດີຍິ່ງຂຶ້ນບົນພື້ນຖານຄວາມ ສາມັກຄີ ແບບພິເສດຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນໂດຍດີຕະຫຼອດມາ.
        ຮອງອຳນວຍການສະຖານີວິທະຍຸດັ່ງກ່າວ ໃຫ້ຮູ້ວ່າ: ວິທະຍຸສາກົນແຫ່ງປະເທດຈີນ CRI ສ້າງຕັ້ງຂຶ້ນໃນວັນທີ 3 ທັນວາປີ 1941 ເປັນວິທະຍຸລະດັບຊາດຂອງຈີນທີ່ກະຈາຍສຽງຕໍ່ທົ່ວໂລກ ໂດຍມີຈຸດປະສົງ “ ແນະນຳຈີນສູ່ໂລກ, ແນະນຳໂລກ ສູ່ຈີນ ແລະ ແນະນຳ ໂລກສູ່ ໂລກ, ເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນຈີນກັບທົ່ວໂລກ. ປັດຈຸບັນ CRI ອອກອາກາດຕໍ່ທົ່ວໂລກ ດ້ວຍ 61 ພາສາໃນທຸກໆວັນ ແລະ ມີບໍລິການທາງວິທະຍຸ, ໂທລະພາບ, ໜັງສືພິມ, ອິນເຕີເນັດ ແລະ ໂທລະສັບມືຖື ຊຶ່ງມີລາຍການທັງໝົດ 2700 ກວ່າຊົ່ວໂມງ.

            ຢູ່ໃນລາວວິທະຍຸສາກົນແຫ່ງນີ້ ຖືວ່າກຳລັງໄດ້ຮັບຄວາມນິຍົມໃນຖານະເປັນສື່ຕ່າງປະເທດແຕ່ບົນເນື້ອໃນແຫ່ງ ການພົວພັນຮ່ວມ ມືລະຫວ່າງລາວ-ຈີນ ທີ່ມີມາຍາວນານ CRI ໄດ້ຊຸກຍູ້ເສີມສ້າງສາຍພົວພັນໃຫ້ນັບມື້ແໜ້ນແຟ້ນຍິ່ງຂື້ນ, ໂດຍສະເພາະພາຍຫຼັງວັນທີ 19 ພະຈິກ 2006, ທ່ານ ຫູຈີນທ່າວ ປະທານປະເທດຈີນ ແລະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວໄດ້ຮ່ວມກັນກົດປຸ່ມອອກອາ ກາດໃຫ້ແກ່ CRI FM 93 MHz, ຊຶ່ງໄດ້ເປີດສັງກາດໃໝ່ແຫ່ງການ ແລກປ່ຽນ ແລະ ຮ່ວມມືຂົງເຂດສື່ມວນຊົນລະຫວ່າງສອງປະເທດ ລາວ-ຈີນ. ຂະນະດຽວກັນໃນປີ 2011, ເພື່ອເຂົ້າໃກ້ຊິດກັບ ຜູ້ຟັງລາວ ແລະ ເສີມສ້າງບົດບາດຂອງຕົນນັບມື້ຫຼາຍຂຶ້ນ ຊຶ່ງໄດ້ມີການສ້າງຕັ້ງ ສຳນັກງານຜູ້ຕາງໜ້າ CRI ປະຈຳລາວ ຢູ່ບ້ານ ໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງໄດ້ເຊື່ອມໂຍງເຂົ້າກັບສັງຄົມ ແລະ ເປັນສື່ທີ່ເຮັດບົດບາດການພົວພັ ນຮ່ວມມືຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
          ທ່ານ ນາງ ແສງແກ້ວ ຫົວໜ້າສຳນັກງານວິທະຍຸສາກົນແຫ່ງປະເທດຈີນປະຈຳລາວໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ ລາວພັດທະນາ ເນື່ອງໃນໂອກາດ ສະຫຼອງ 7 ປີການສ້າງຕັ້ງວິທະຍຸ ດັ່ງກ່າວວ່າ: ນັບແຕ່ໄດ້ມາສ້າງ ຕັ້ງສຳນັກງານຜູ້ຕາງໜ້າ CRI ເລີ່ມມີລາຍການສົດເປັນ 2 ຊົ່ວ ໂມງ, ນອກນັ້ນທີ່ເຫຼືອແມ່ນລາຍ ການທີ່ສົ່ງມາແຕ່ປັກກິ່ງຂອງຈີນ, ຊຶ່ງມີທັງພາສາລາວ, ພາສາຈີນ ແລະ ພາສາອັງກິດສະຫຼັບຊັບຊ້ອນ ໄປ ແລະ ກະຈາຍສຽງດ້ວຍຄວາມແຮງສູງ 10 KW ຫຼັງຈາກ ອອກລາຍການສົດ 3 ເທື່ອ, ໄດ້ປັບປຸງລາຍການອອກອາກາດດ້ວຍພາສາລາວ ໝົດ, ສະເພາະໃນວັນຄົບຮອບ 7ປີ ກໍຄື: ວັນທີ 19 ພະຈິກ 20013 ນີ້, ລາຍການ CRI FM93.0 MHz ໄດ້ຂະຫຍາຍເວລາອອກອາ ກາດດ້ວຍພາສາລາວເປັນເວລາ 19 ຊົ່ວໂມງ (5:00 ຫາ 24:00) ນີ້ມີຄວາມໝາຍສຳຄັນໃນການຍົກລະດັບຂອງຄື້ນໃຫ້ສູງຂຶ້ນ ແລະ ສະ ໜອງຂໍ້ມູນຂ່າວສານ, ສະຖານະການ, ສາລະໜ້າຮູ້ແກ່ຜູ້ຟັງທີ່ນັບມື້ມີລະດັບສູງຂຶ້ນ, ໂດຍສະເພາະໄດ້ອອກລາຍການບັນເທີງ, ລາຍການຍຸ້ມ ເປີ້ຍຕໍ່ອາຍຸ, ລາຍການສາລະໜ້າຮູ້ ແລະ ລາຍການເບິ່ງເມືອງຈີນທີ່ຜູ້ຟັງໃຫ້ຄວາມສົນໃຈຫຼາຍ, ເຮັດໃຫ້ຜູ້ຟັງສາມາດພັກຜ່ອນຢ່ອນໃຈທັງມີ ຄວາມຮູ້ເພີ່ມຫຼາຍຂຶ້ນຫຼັງການເຮັດວຽກໝົດມື້, ນອກນັ້ນ, CRI ຍັງໄດ້ຈັດກິດຈະກຳຕ່າງໆເຊັ່ນ:  ພົບປະເພື່ອນມິດລາຍການ, ຕັ້ງເວທີປະ ກວດນັກຮ້ອງມວນຊົນສຽງດີຢູ່ບຸນນະມັດສະການພະທາດຫຼວງ ແລະ ອື່ນໆ ຊຶ່ງເຮັດໃຫ້ມວນຊົນລາວໄດ້ຜ່ານການສຳຜັດຫຼາຍຮູບແບບຂອງ CRI, ສຳພັດເຖີງໄມຕີຈິດມິດຕະພາບທີ່ດີຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດທີ່ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອກັນເປັນ ເວລາຍາວນານ ແລະ ເພື່ອເປັນ ການ ຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂໍ້ມູນຂ່າວສານ ແລະ ສາ ລະນະຮູ້ຕ່າງໆສຳລັບປະຊາຊົນ ລາວ. ໃນອານາຄົດ CRI ໄດ້ເພີ່ມການອອກອາກາດ ຈາກ 12 ຊົ່ວໂມງເຄິ່ງມາເປັນ 19 ຊົ່ວໂມງຕໍ່ວັນ ແລະ ຍັງມີແຜນຂະຫຍາຍສະຖານ ນີຮັບສັນຍານໃຫ້ໄປທົ່ວເຖິງຕ່າງແຂວງເປັນ ຕົ້ນແຂວງສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ ແລະ ຍັງຈະມີການຮ່ວມມືແລກປ່ຽນບົດ ຮຽນຂ່າວສານ ແລະ ການຈັດ ລາຍການກັບວິທະຍຸກະຈາຍສຽງ ແຫ່ງຊາດລາວ ເພື່ອຍົກບົດບາດ ການພົວພັນດ້ານສື່ມວນຊົນໃຫ້ນັບມື້ເຕີບ ໃຫຍ່.

No comments:

Post a Comment