Ad

Ad

27 November 2013

ຕັດອິດສະຫລະພາບໂຈນປຸ້ນ ແລະ ຊີງຊັບ ຕົວອັນຕະລາຍ ຈຳຄຸກ 13 ປີ



            ທ້າວ ສຸລິໂຍ ອາຍຸ 22 ປີ ຢູ່ບ້ານ ໂພນສະຫວັນ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ໄດ້ ຖືກສານຂັ້ນຕົ້ນ ນະຄອນ ຫຼວງວຽງຈັນ  ຕັດອິດສະຫຼະ ພາບ 13 ປີ ພ້ອມປັບ ໃໝເງິນ 10 ລ້ານກີບ ໃນຄະດີປຸ້ນ-ຊີງຊັບ, ລັກຊັບພົນລະ ເມືອງ ຕົວອັນຕະລາຍ.
           ໃນວັນທີ 26 ພະຈິກນີ້ ສານນະຄອນຫຼວງວຽງຈັນ ໄດ້ເປີດທີ່ປະຊຸມສານ ເພື່ອດຳເນີນຄະດີຕັດ ສິນລົງໂທດ ທ້າວ ສຸລິໂຍ ອາຍຸ 22 ປີ ຢູ່ບ້ານ ໂນນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ຊຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນ ຄະດີໃນວັນທີ 29 ເມສານີ້, ພາຍ ຫຼັງຜູ້ ຕ້ອງຫາໄດ້ກະທຳຄວາມຜິດກໍ່ຄະດີປຸ້ນຈີ້-ຊີງຊັບ, ລັກຊັບພົນລະເມືອງ ຢູ່ນະຄອນ ຫຼວງວຽງຈັນ ເຮັດໃຫ້ສັງຄົມບໍ່ມີຄວາມສະ ຫງົບ ຊຶ່ງ ຜ່ານການດຳເນີນຄະດີຢ່າງຄົບຖ້ວນ, ຮອບດ້ານ ແລະ ການໃຫ້ການຕໍ່ ສານຂອງຈຳເລີຍສານນະຄອນຫຼວງວຽງຈັນ ຊີ້ວ່າ: ການກະທຳຜິດ ຂອງ ທ້າວ ສຸລິໂຍ ແມ່ນເປັນການກະທຳຜິດ ຕໍ່ກົດໝາຍ ອາຍາມາດຕາ 45 ປັບປຸງ ໃໝ່, ມາດຕາ 118 ວັກ 2, ມາດຕາ 119 ວັກ 4, ເຮັດໃຫ້ ສັງຄົມບໍ່ມີຄວາມສະຫງົບ ແລະ ມີຄວາມ ເປັນອັນລາຍຕໍ່ຊີວິດ, ຊັບສິນຂອງພົນ ລະ ເມືອງຈຶ່ງລົງຄວາມເຫັນໃຫ້ຕັດອິດສະຫຼະພາບຜູ້ກ່ຽວກະທຳຜິດຈຳຄຸກ 13 ປີ ພ້ອມ ປັບໃໝເງິນ 10 ລ້ານກີບ.

No comments:

Post a Comment