Ad

Ad

27 November 2013

ຈັບຜູ້ຕ້ອງຫາຄ້າຢາເສບຕິດພ້ອມຢຶດຂອງກາງປະເພດກັນຊາອັດແທ່ງ 50 ກິໂລ



           ຕອນເຊົ້າວັນທີ 25 ພະຈິກ 2013, ກອງບັນຊາການ ປກສ ແຂວງບໍ ລິຄຳໄຊ ໄດ້ນຳຕົວຜູ້ ຕ້ອງຫາ 2 ຄົນພ້ອມຂອງກາງ ເປັນກັນ ຊາອັດ ແທ່ງ 50 ກິໂລ ມອບໃຫ້ເຈົ້າໜ້າທີ່ຕຳຫລວດພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ປກສ ແຂວງພາຍຫລັງກວດພົບຂອງ ກາງດັ່ງກ່າວຢູ່ເຮືອຂອງ 2 ອ້າຍນ້ອງດັ່ງກ່າວທີ່ກຳລັງ ຈະຂົນໄປສົ່ງໃຫ້ພໍ່ຄ້າຄົນໄທ.   
          ຜູ້ລາວງານຂ່າວໃຫ້ຮູ້ອີກວ່າ: ໃນ ວັນທີ 24 ພະຈິກຜ່ານມາ, ເຈົ້າໜ້າທີ່ ຕຳຫລວດກວດຄົນເຂົ້າ-ອອກເມືອງດ່ານປະເພນີທ່າສະອາດ ເມືອງ, ປາກກະດິງ ແຂວງບໍລິຄຳໄຊ ໄດ້ພົບເຫັນເຮືອລຳໜຶ່ງກຳລັງຈະຂ້າມນ້ຳຂອງ, ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນເຮືອ ແລະ ພົບ ເຫັນ 2 ເປົາທີ່ບັນຈຸກັນຊາ ອັດ ແທ່ງ ເປົາລະ 25 ແທ່ງ ລວມ ນ້ຳ ໜັກ 50 kg. ຈຶ່ງໄດ້ກັກຕົວພວກ ກ່ຽວທັງ 2 ຄົນ ໄວ້ ເພື່ອ ດຳເນີນ ຄະດີ. ຜູ້ຕ້ອງຫາທັງ 2 ມີຊື່ວ່າ: ທ້າວ ຜອງ ພົມມີລາດ ອາຍຸ 50 ປີ ອາຊີບ ຊາວນາ ຢູ່ບ້ານ ທົ່ງນ້ອຍ, ເມືອງ ປາກ ກະດິງ ແຂວງບໍລິຄຳ ໄຊ ແລະ ທ້າວ ພອນ ພົມມີລາດ ອາຍຸ 38 ປີ ອາຊີບ ຊາວນາ ຢູ່ ບ້ານນ້ຳສາງ ເມືອງປາກກະດິງ ແຂວງ ບໍລິຄຳໄຊ ເຊິ່ງເປັນອ້າຍນ້ອງກັນ.        
               
          ຜ່ານການສືບ ສວນ-ສອບ ສວນ ຜູ້ຕ້ອງຫາຮັບສາລະພາບ ວ່າ: ໃນວັນທີ 22/11/2013 ມີ ທ້າວ ໄພ ພ້ອມ ດ້ວຍໝູ່ອີກ 1 ຄົນ ບໍ່ຮູ້ ຊື່, ຢູ່ບ້ານທາງ  ແບ່ງວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳ ໄຊ ໄດ້ຂີ່ລົດຈັກມາຫາ ທ້າວ ພອນ ຢູ່ເຮືອນເພື່ອຖາມຂາຍ ກັນ ຊາ ທ້າວ ພອນ ຈຶ່ງໄດ້ໂທຫາ ທ້າວ ໄກ່ ຢູ່ປະເທດໄທ ແລະ ໄດ້ ຕົກລົງວ່າຈະເອົາ ແລະ ໄດ້ມາ ຈ່າຍເງິນໃຫ້  ທ້າວ ພອນ ຢູ່ກາງ ນ້ຳຂອງຈຳນວນ 40.000 ບາດ   ( ສະກຸນເງິນໄທ) ເມື່ອໄດ້ເງິນ ແລ້ວ ທ້າວ ພອນຈຶ່ງ ໄປຫາ ທ້າວ ໄພ ຢູ່ບ້ານ ທາງແບ່ງ ວຽງຄຳ ເພື່ອໄປເບິ່ງກັນຊາ ແລະ ໄດ້ຕົກລົງ ວ່າຈະເອົາ. ຈາກນັ້ນ ທ້າວ ໄພ ພ້ອມດ້ວຍໝູ່ 1 ຄົນ ບໍ່ຮູ້ຊື່ ໄດ້ເອົາ ກັນຊາຈຳນວນ 50 ກິໂລ ໄປສົ່ງ ໃຫ້ ທ້າວ ຜອງ ຢູ່ເຮືອນ. ມາຮອດວັນ ທີ 24/11/2013, ທ້າວ ຜອງ  ໄດ້ຊວນ ທ້າວ ພອນ ຜູ້ເປັນນ້ອງ ເອົາກັນຊາ ອັດແທ່ງຈຳນວນດັ່ງ ກ່າວ ໄປສົ່ງໃຫ້ ທ້າວ ໄກ່ ຕາມທີ່ ຕົກລົງ ກັນແຕ່ຂະນະທີ່ກຳລັງເອົາກັນຊາລົງເຮືອ, ເຈົ້າໜ້າທີ່ປະຈຳດ່ານກໍໄດ້ເຂົ້າຈັບກຸມພວກກ່ຽວທັງສອງພ້ອມຂອງກາງເພື່ອສົ່ງຕົວໃຫ້ເຈົ້າໜ້າທີ່ຕຳ ຫລວດພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດດຳເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ.

No comments:

Post a Comment