ພິທີມອບ-ຮັບ ອຸປະກອນ
ການແພດຈາກໂຄງການໂຮງໝໍ ລາວ-ສະວິດ ໃຫ້ແກ່ໂຮງໝໍ
ແມ່ ແລະ ເດັກ ມູນຄ່າກ່ວາ 1 ລ້ານ ໂດ ລາ ໄດ້ມີຂື້ນໃນວັນທີ 26 ພະຈິກນີ້ ລະຫວ່າງ ທ່ານ ດຣ ລ໋ອບ ເປີ ປະທານໂຄງການໂຮງໝໍ
ລາວ-ສະວິດ ແລະ ທ່ານ ຮສ ດຣ ບົວວັນ ແສນສະຖິດ ຜູ້ອຳນວຍ ການໂຮງໝໍແມ່ ແລະ ເດັກ, ຢູ່ ໂຮງໝໍແມ່
ແລະ ເດັກແດງ ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງ ຈັນ ໂດຍມີ
ທ່ານ ນາງ ມາລີນ ເຄັງຮອບ ຮອງປະທານໂຄງການໂຮງໝໍລາວ-ສະ ວິດ ແລະ ບັນດາພະນັກງານແພດໝໍຈາກໂຮງ ໝໍດັ່ງກ່າວ ເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ຮສ ດຣ ບົວວັນ ແສນສະຖິດ ຜູ້ອຳນວຍການໂຮງ
ໝໍແມ່ ແລະ ເດັກ ກ່າວວ່າ: ເຄື່ອງ ອຸປະກອນທີ່ໄດ້ຮັບ ການຊ່ວຍ ເຫຼືອດັ່ງ ກ່າວປະກອບມີ ເຄື່ອງ
ຜ່າຕັດທໍ່, ເຄື່ອງອົບເດັກນ້ອຍທັນ ສະໃໝ, ເຄື່ອງເອັກໂກຫົວໃຈເດັກນ້ອຍ, ເຄື່ອງ ເອັກໂກທົ່ວໄປ, ເຄື່ອງ ສາຍແສງແລະປິ່ນປົວເດັກເຫຼືອງ, ຊຸດໂຕະ-ຕັ່ງແພດ ແລະ ອື່ນໆ ຊຶ່ງ ລວມເປັນມູນຄ່າຫຼາຍກ່ວາ 1
ລ້ານໂດລາ,
ເພື່ອຊ່ວຍໃຫ້ການ ປິ່ນ ປົວ ແລະ ຊ່ວຍຫຼຸດຜ່ອນອັດ
ຕາການເສຍຊີວິດຂອງ ແມ່ ແລະ ເດັກ ໃນລາວຫຼຸດຜ່ອນລົງ.
ທ່ານ ຮສ ດຣ ບົວວັນ ແສນສະຖິດ ກ່າວວ່າ:
ໂຮງໝໍແມ່ ແລະ ເດັກ ເປັນໂຮງໝໍໜຶ່ງ ທີ່ໃຫ້ ການ ປິ່ນປົວແມ່ ຍິງຖືພາ ແລະ ການຊ່ວຍເກີດລູກ ແລະ ຟື້ນຟູ ເດັກແດງ ຊຶ່ງຕັ້ງຢູ່ຕິດກັບໂຮງ ໝໍມະໂຫສົດ ປະຈຸບັນອີງໃສ່ສະ
ພາບການພັດທະນາ ແລະ ຈຳນວນ ຄົນເຈັບທີ່ເພີ່ມຂື້ນທາງລັດຖະບານຈຶ່ງໄດ້ມີໂຄງການສ້າງອາຄານໂຮງໝໍແມ່ ແລະ ເດັກ ຫຼັງໃໝ່ຂື້ນ
ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປັດຈຸບັນໂຄງການກໍ່
ສ້າງ ຕຶກອາຄານແມ່ນສຳເລັດ ແລ້ວ, ສ່ວນການປະກອບອຸປະກອນການແພດ ແລະ
ເຄື່ອງມື ຕ່າງໆແມ່ນຍັງບໍ່ທັນພຽງພໍ ເຮັດໃຫ້ແຜນການເປີດໂຮງໝໍຫຼັງໃໝ່ດັ່ງກ່າວອາດຈະມີຂື້ນໃນ ທ້າຍປີ 2014 ນີ້, ຈະສາມາດຮອງ ຮັບຈຳ ນວນຄົນເຈັບ ຊື່ງມີຕຽງນອນ 250 ຕຽງ ແລະ ມີຄວາມທັນສະໃໝ່ທັງຈະຊ່ວຍໃຫ້ການປິ່ນປົວຄົນເຈັບມີຄວາມສະດວກຫຼາຍຂຶ້ນ.
No comments:
Post a Comment