ໃນວັນທີ 26 ພະຈິກນີ້,ຢູ່ຫໍປະຊຸມແຫ່ງຊາດ
CNC,ໄດ້ມີພິທີເປີດງານສັບປະດາ ລາວ-ຝຣັ່ງ ຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ
ສົມສະ ຫວາດ ເລັ່ງສະຫວັດ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ,
ຜູ້ຊີ້ນຳວຽກງານເສດຖະກິດ,ໃນພິທີທ່ານ ສຸກັນ ມະຫາລາດ ເຈົ້າຄອງນະ ຄອນຫຼວງວຽງຈັນ
ແລະ ທ່ານ Thierry MARIANI ສະມາຊິກສະພາແຫ່ງຊາດ ສ.ຝຣັ່ງ,ຫົວໜ້າຄະນະຜູ້ແທນຂັ້ນສູງຂອງ
ສ.ຝຣັ່ງ ແລະ ມວນຊົນເຂົ້າຮ່ວມເປັນຈຳ ນວນຫຼາຍ. ທ່ານ ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ມີຄຳເຫັນ
ວ່າ: ເພື່ອເປັນການຜັນຂະຫຍາຍຜົນກອງປະຊຸມຫ້ອງການສະມາ ຄົມສາກົນ AIMF ຄັ້ງທີ
75 ຢູ່ນະ ຄອນຫຼວງວຽງຈັນທີ່ຜ່ານມາທັງເປັນການໂຄສະນາເຜີຍແຜ່ຜົນ ສຳເລັດຂອງການຢ້ຽມຢາມຢ່າງເປັນທາງການຂອງພະນະທ່ານ
ຈູມມະລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ຄັ້ງວັນທີ 20-26 ຕຸລາ 2013, ດັ່ງນັ້ນ,
ຄະນະຮັບຜິດຊອບຝ່າຍລາວ ແລະ ຝຣັ່ງ ໄດ້ເປັນເອກະພາບກັນຈັດງານສັບປະດາດັ່ງກ່າວຂື້ນໃນວັນທີ
26-29 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນໂດຍມີການເຄື່ອນໄຫວກິດຈະກຳຕ່າງໆຄື:
ການວາງສະແດງສິນຄ້າລາວ-ຝຣັ່ງ,
ການຈັດງານສຳມະນາວິທະຍາສາດໃນຫຼາຍຫົວຂໍ້ເຊັ່ນ: “ການລົງທືນໃນ ສປປ ລາວ ຈຸດໃຈກາງຂອງອາຊຽນ”
, “ການເກີດຂຶ້ນຢ່າງວ່ອງໄວຂອງຕົວເມືອງໃໝ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້”
, “ການດຳລົງຊີ ວິດທີ່ມີຄວາມສຸກໃນຕົວເມືອງ”; ການແຂ່ງຂັນກິລາມິດ ຕະພາບ
(ກິລາເປຕັງ), ການສະແດງສີລະປະວັນນະຄະດີ-ການເຕັ້ນສະໃໝ່ ຂອງລາວ-ຝຣັ່ງ ແລະ ການສາຍຮູບເງົາຂອງຝຣັ່ງ
ແລະ ຂອງລາວ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້ທ່ານ ສົມສະຫວາດ ໄດ້ມີຄຳເຫັນວ່າ: ຂ້າພະເຈົ້າມີຄວາມປິຕິຊື່ນຊົມເປັນຢ່າງຍິ່ງ
ແລະ ຮູ້ສືກເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ລັດຖະບານລາວເຂົ້າຮ່ວມກັບບັນດາທ່ານ
ໃນພິທີເປີດງານສັບປະດາ ລາວ-ຝຣັ່ງ ຢູ່ລາວໃນຄັ້ງນີ້, ເຊີ່ງເປັນການເອົາໃຈໃສ່ຂອງລັດຖະບານ
ແລະ ສະພາແຫ່ງຊາດຝຣັ່ງ ທີ່ມີສາຍພົວ ພັນມິດຕະພາບ,ການຮ່ວມມືທີ່ດີ ແລະ ຊ່ວຍເຫຼືອເຊິ່ງກັນ
ແລະ ກັນມາເປັນເວລາອັນຍາວນານທັງໃນລະດັບທະວິພາຄີ ແລະ ພະຫຸພາຄີ. ເຫດການດັ່ງກ່າວໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນລາວ-ຝຣັ່ງໃຫ້ຂື້ນສູ່ລະດັບສູງໃນໄລຍະໃໝ່ເພື່ອເປັນການຜັນຂະຫຍາຍຄວາມມຸ້ງຫວັງຂອງປະຊາຊົນສອງຊາດເຮົາໃຫ້ປະກົດຜົນເປັນຈີງ.
ໃນງານສັບປະດາດັ່ງ ກ່າວໄດ້ດຳເນີນໄປດ້ວຍຄວາມບັນຍາກາດຟົດຟື້ນຈາກການເຂົ້າຮ່ວມຂອງບັນດາບໍລິສັດ,
ຫ້າງຮ້ານຕ່າງໆຈຳນວນ 219 ບໍລິສັດ,ໃນນັ້ນມີບໍລິສັດຂອງລາວຈຳ ນວນ 49 ບໍລິສັດ,
ຂອງຝຣັ່ງ 101 ບໍລິສັດ ແລະ ບໍລິສັດ ຮ່ວມມືລາວ-ຝຣັ່ງ 60 ບໍລິສັດ. ສີນຄ້າທີ່ນຳມາວາງສະແດງ
ແລະ ຈຳ ໜ່າຍສ່ວນຫຼາຍແມ່ນ: ຜະລິດຕະພັນອາຫານ, ເຄື່ອງດື່ມ, ເຄື່ອງສຳອາງ, ຜະລິດຕະພັນຫັດຖະກຳພື້ນ
ເມືອງຂອງລາວພ້ອມນີ້ຍັງມີບັນດາບໍລິສັດ ອອກໂຄສະນາ, ໂຮງງານປຸງແຕ່ງອຸດສະຫະກຳ,
ທະນາຄານ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ. ນອກຈາກວາງສະແດງສີນຄ້າແລ້ວພາຍໃນງານຍັງມີການຈັດງານສຳມະນາວິທະຍາສາດໃນຫົວຂໍ້ຕ່າງໆເຊັ່ນ:
ການລົງທືນໃນ ສປປ ລາວ ຈຸດໃຈກາງຂອງອາຊຽນ, ການເກີດຂື້ນຢ່າງວ່ອງໄວຂອງຕົວເມືອງໃໝ່ໃນເຂດອາຊີຕາເວັນອອກສ່ຽງໃຕ້,
ການດຳລົງຊີວິດທີ່ມີຄວາມສຸກໃນຕົວເມືອງ ແລະ ຍັງມີການແຂ່ງຂັນກິລາມິດຕະພາບ,ການສະແດງສິລະປະວັນນະຄະ
ດີ ແລະ ອື່ນໆ. ງານດັ່ງກ່າວຈະດຳເນີນໄປຈົນເຖິງ ວັນທີ 29 ພະຈິກ 2013 ເຊິ່ງເປັນໂອກາດອັນດີທີ່ບັນດານັກທຸລະກິດລາວ-
ຝຣັ່ງ ໄດ້ແລກປ່ຽນຄຳຄິດເຫັນໃນບັນຫາຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ແລະ ທັງເປັນການເປີດໂອກາດໃຫ້ນັກລົງທຶນຈາກປະເທດຝຣັ່ງໄດ້ສືກສາຄວາມເປັນໄປໄດ້ດ້ານການລົງທືນຢູ່ປະເທດລາວ.
No comments:
Post a Comment