ຫ້ອງວ່າການສະພາ ແຫ່ງຊາດມີຄວາມຍິນດີ ແລະ
ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາ ຊົນລາວບັນດາເຜົ່າທົ່ວປະເທດຊາບວ່າ:
ກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາແຫ່ງຊາດຊຸດ ທີ VII ຈະໄດ້ໄຂຂຶ້ນແຕ່ວັນທີ 09-27
ທັນວາ 2013 ທີ່ຫໍສະພາແຫ່ງຊາດນະຄອນຫລວງວຽງຈັນ. ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6
ຂອງ ສະພາແຫ່ງຊາດຊຸດທີ VII ໃນ ຄັ້ງນີ້ແມ່ນປະຕິບັດຕາມມາດ ຕາ 57 ຂອງລັດຖະທຳມະນູນ ແຫ່ງສາທາລະນະລັດ
ປະຊາ ທິປະໄຕ ປະຊາຊົນລາວ ແລະ ມາດຕາ 9 ຂອງກົດໝາຍວ່າດ້ວຍສະພາ ແຫ່ງຊາດແລະປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ
ສະບັບເລກທີ 130/ຄປຈ, ລົງ ວັນ ທີ 22 ພະຈິກ 2013.
No comments:
Post a Comment