Ad

Ad

28 November 2013

ທາດແທ້ຂອງສານປະຊາຊົນ



ໂດຍ : ຜູ້ພິພາກສາ ສານປະຊາຊົນສູງສຸດ
     ເມື່ອຫວນຄືນມູນເຊື້ອ ແລະ ປະຫວັດການເຕີບໃຫຍ່ຂະຫຍາຍຕົວຂອງສານ ປະຊາຊົນຈະເຫັນໄດ້ວ່າແມ່ນຜ່ານ ບາດລ້ຽວ ປະຫວັດ ສາດທີ່ລະອິດລະອ້ຽວ, ທໍລະຫົດອົດທົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ, ແຕ່ດ້ວຍ ການຢຶດຖືອຸ ດົມການເພື່ອການປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງລັດ ແລະ ຂອງປະຊາຊົນ, ຢືນຢູ່ຄຽງຂ້າງປະຊາຊົນຕະຫລອດມາ.
     ການຈັດຕັ້ງຂອງສານກໍຄືການເລືອກຕັ້ງປະທານສານປະຊາຊົນສູງສຸດແມ່ນ ກອງປະຊຸມສະພາແຫ່ງຊາດຕາມກົດໝາຍວ່າດ້ວຍສານປະຊາຊົນ. ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ຜູ້ພິ ພາກສາ ຂອງສານປະຊາຊົນທ້ອງຖິ່ນຖືກແຕ່ງຕັ້ງ, ຍົກ ຍ້າຍ ແລະ ປົດຕຳແໜ່ງ ໂດຍຄະນະປະຈຳສະພາແຫ່ງຊາດຕາມກຳນົດໄວ້ໃນ ມາດຕາ 82 ຂອງລັດຖະທຳມະນູນ, ມາດຕາ 37 ຂອງກົດ ໝາຍວ່າດ້ວຍສານປະຊາຊົນເຊິ່ງຄະນະປະຈຳສະພາແຫ່ງຊາດ ເປັນຕົວແທນປະຈຳການຂອງສະມາຊິກສະພາແຫ່ງຊາດ. ດັ່ງນັ້ນ, ການທີ່ຄະນະປະຈຳສະພາແຫ່ງຊາດແຕ່ງຕັ້ງຜູ້ພິພາກສາ ນັ້ນແມ່ນໃຊ້ສິດອຳນາດຂອງປະຊາຊົນ.
ສານປະຊາຊົນປະຕິບັດໜ້າທີ່ໂດຍປະຊາຊົນສະແດງອອກການເຂົ້າຮ່ວມໃນການພິຈາລະນາຕັດສິນຄະດີຂອງສານແມ່ນການມີສ່ວນຮ່ວ ມການເຄື່ອນໄຫວດຳເນີນຄະດີຂອງປະຊາຊົນເນື່ອງຈາກວ່າສານຈະບໍ່ສາມາດເຄື່ອນໄຫວໂດຍຕົນເອງໄດ້ ຖ້າບໍ່ມີການສະເໜີ, ການຮ້ອງຟ້ອງ ຂອງປະຊາຊົນຕໍ່ສານຕາມມາດຕາ 165 ຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງສະບັບປັບປຸງປີ 2012 ເມື່ອມີການຮ້ອງຟ້ອງແລ້ວກໍ ແມ່ນປະຊາຊົນ ຫລື ຄູ່ຄວາມມີສ່ວນຮ່ວມໃນການເຄື່ອນໄຫວດຳເນີນຄະດີ ແລະ ມີພັນທະໃນ ການປະກອບ ແລະ ສະໜອງຂໍ້ມູນຫລັກ ຖານໃຫ້ແກ່ສານຕາມທີ່ໄດ້ກຳນົດໃນມາດຕາ 2 ແລະ ມາດຕາ 102 ຂອງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງສະບັບປັບປຸງປີ 2012. ພ້ອມນັ້ນ ການທີ່ຈະລົງເກັບກຳຂໍ້ມູນຫລັກຖານ, ອອກຄຳສັ່ງຢຶດ, ອາຍັດຊັບໃນເວລາດຳເນີນຄະດີກໍລ້ວນແຕ່ແມ່ນປະຊາຊົນເປັນຜູ້ສະເໜີ ຫລື ຮ້ອງຂໍຜູ້ພິພາກສາຈຶ່ງສາມາດ ເຄື່ອນໄຫວໄດ້, ເພາະສະນັ້ນ ຈຶ່ງຖືວ່າການເຄື່ອນໄຫວຂອງສານ ແມ່ນບົນພື້ນຖານສິດອຳນາດ ຂອງປະ ຊາຊົນ, ສານພຽງແຕ່ເປັນເຄື່ອງມືຂອງ ລັດເຄື່ອນໄຫວດຳເນີນຄະດີໃນນາມປະຊາຊົນໂດຍອຳນາດຂອງປະຊາຊົນທີ່ມອບໃຫ້ສານ.
    ເພື່ອປະຊາຊົນການພິຈາລະນາຕັດສິນຂອງສານແມ່ນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນຕາມທີ່ກຳນົດ ໄວ້ໃນມາດຕາ 1 ຂອງກົດໝາຍ ວ່າດ້ວຍສານປະຊາຊົນ. ດັ່ງນັ້ນ, ພະນັກງານຂອງສານຕ້ອງຢຶດຖືໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການບໍລິການຮັບໃຊ້ປະ ຊາຊົນ ດ້ວຍຄວາມຈິງອົກຈິງໃຈ, ສ້າງຄວາມສະດວກສະບາຍໃຫ້ປະຊາຊົນ ເຮັດໃຫ້ເຂົາເຈົ້າມີຄວາມສະບາຍໃຈ, ມີຄວາມເຊື່ອຖື ສັດທາ ສະຖາບັນສານ.
     ສະຫລຸບລວມແລ້ວ ສານປະຊາຊົນ ແມ່ນເຄື່ອງມືການປົກຄອງຂອງລະບອບປະຊາທິປະໄຕປະຊາຊົນ ເຊິ່ງແມ່ນປະຊາຊົນເປັນຜູ້ສ້າງ ຂຶ້ນເພື່ອເປັນຕົວແທນອຳນາດຂອງປະຊາຊົນໃນການທ່ວງດຶງ, ດັດສົມ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆຂອງປະຊາຊົນ. ດັ່ງນັ້ນ, ພະນັກ ງານຂອງສານຕ້ອງຢຶດຖືສະເໝີວ່າ: ສານຂອງພວກເຮົາແມ່ນສານປະຊາຊົນທີ່ມາຈາກປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງ ປະຊາຊົນຢ່າງແທ້ຈິງ.

No comments:

Post a Comment