Ad

Ad

28 November 2013

ໄວຫນຸ່ມປະເທດດ້ອຍພັດທະນາຄວນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ



       ເມື່ອມໍ່ໆມານີ້, ທ່ານ ແຟຣັງ ໂກແຊັງ ຜູ້ປະສານງານໂຄງການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກຸ່ມສະຫະປະຊາຊາດ ຢູ່ນະຄອນ ຫລວງວຽງຈັນ ໄດ້ຖະແຫລງຕໍ່ສື່ ມວນຊົນວ່າ: ປັດຈຸບັນ, ບັນດາ ປະເທດດ້ອຍພັດທະ ນາພວມຜະ ເຊີນ ກັບສິ່ງທ້າທາຍຍ້ອນການ ເພີ່ມຂຶ້ນຂອງປະຊາກອນແບບ ກ້າວກະໂດດ ໂດຍສະເພາະໄວ ໜຸ່ມໃນເກນອາຍຸ 15-24 ປີ ເຊິ່ງຄາດວ່າຈະ ມີຈຳນວນເພີ່ມຂຶ້ນຈາກ 168 ລ້ານຄົນ ໃນປີ 2010 ມາເປັນ 300 ລ້ານຄົນ ໃນປີ 2050. ສະນັ້ນ ຈຶ່ງເປັນບັນຫາຮີບດ່ວນໃນການສົ່ງເສີມ ສ້າງວຽກເຮັດງານທຳທີ່ມີຄຸນນະພາບຢູ່ບັນດາປະເທດດ້ອຍພັດທະນາເພື່ອການພັດທະ ນາຢ່າງຮອບດ້ານ ແລະ ຍືນຍົງ.
      ບົດລາຍງານກ່ຽວກັບ 49 ປະ ເທດພັດທະນາທົ່ວໂລກປີ 2013 ຂອງອົງການສະຫະປະຊາຊາດເພື່ອການພັດທະນາດ້ານ ການປະຊຸມ, ດ້ານການຄ້າ (UNC-TAD) ໃນຫົວຂໍ້ “ການຈະເລີນເຕີບໃຫຍ່ ການຈ້າງວຽກ ເພື່ອການພັດທະ ນາຢ່າງຮອບ ດ້ານ ແລະ ຍືນຍົງ” ເຊິ່ງມີ ຫລາຍບັນຫາທີ່ຜະເຊີນໃນ ສະຕາດຽວກັນ, ເມື່ອຈຳນວນໄວ ໜຸ່ມທີ່ຢູ່ໃນໄວອອກແຮງງານ ເກນອາຍຸລະຫວ່າງ 15-24 ປີ, ໃນປະເທດດ້ອຍ ພັດທະນາມີຈຳນວນ ເພີ່ມຂຶ້ນເຖິງ 16 ລ້ານຄົນ ໃນແຕ່ລະປີ, ແຕ່ປາສະຈາກ ການສ້າງອາຊີບໃຫ້ຫລາຍຂຶ້ນສຳລັບກຸ່ມຄົນດັ່ງກ່າວ ໂດຍອາດຈະສົ່ງຜົນໃຫ້ແກ່ການພັດທະນາເສດຖະກິດຂອງ ປະເທດບໍ່ມີ
ຄວາມໝັ້ນຄົງ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນໃນການສ້າງອາຊີບໃນອັດຕາທີ່ພຽງ ພໍ ເພື່ອຮອງຮັບກັບຈຳນວນທີ່ເພີ່ມຂຶ້ນ ແລະ ອາຊີບຄວນຢູ່ໃນເງື່ອນໄຂທີ່ໄດ້ມາດຕະຖານ, ຖ້າຈຳນວນອາຊີບບໍ່ພຽງພໍແມ່ນຈະເຮັດໃຫ້ຄວາມ ທຸກຍາກທາງດ້ານ ສັງຄົມ ແລະ ອັດຕາການເຄື່ອນ ຍ້າຍຂອງແຮງງານອອກສູ່ຕ່າງປະເທດສູງຂຶ້ນ.
     ທ່ານ ແຟຣັງ ໂກແຊັງ ກ່າວ ອີກວ່າ: ເນື້ອໃນບົດລາຍງານໄດ້ສຸມໃສ່ວິທີສົ່ງເສີມວຽກເຮັດງານທຳທີ່ມີຄຸນນະ ພາບໃນອັດ ຕາທີ່ພຽງພໍໃນປະຊາກອນຢູ່ 49 ປະເທດດ້ອຍພັດທະນາ ເພື່ອແກ້ໄຂບັນຫາດັ່ງກ່າວ. ພ້ອມນັ້ນ ຍັງເປັນການຊ່ວຍເຫລືອປະ ເທດດ້ອຍພັດທະນາໃຫ້ບັນລຸເປົ້າໝາຍຂອງອົງການ ສປຊ ເພື່ອການພັດ ທະນາດ້ານການປະຊຸມ, ດ້ານການຄ້າເຊື່ອວ່າເປັນ ບັນຫາທີ່ຮີບດ່ວນ ແລະ ເປັນເປົ້າໝາຍສຳ ຄັນໃນການຫລຸດຜ່ອນຄວາມທຸກຍາກເພື່ອການພັດທະນາຢ່າງຮອບດ້ານ ແລະ ແບບຍືນຍົງນຳອີກ.

No comments:

Post a Comment