ພິທີຈັດການແຂ່ງຂັນຖາມ- ຕອບບັນຫາເພື່ອພັດທະນາຄວາມຮູ້ຄວາມສາ ມາດ,ໄດ້ຈັດຂື້ນໃນ ວັນທີ 27 ພະຈິກນີ້, ຢູ່ທີ່ໂຮງຮຽນ ມ.ປ ຈັນທະບູລີ, ເມືອງຈັນ ທະບູລີ,
ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມພິທີດັ່ງກ່າວມີ: ທ່ານ ຈັນທະ ຄານລັດຕະນາ ຮອງຫົວໜ້າ
ຫ້ອງການສືກສາທິ ການ ແລະ ກິລາ ເມືອງຈັນທະບູລີ, ທ່ານ ອ.ຈ ພິມມະສອນ ຈັນທະວົງ ຜູ້ອຳນວຍການໂຮງຮຽນ,
ມີຄະນະວິຊາການ ໂຮງຮຽນອ້ອມຂ້າງ, ຄູອາຈານ ແລະ ນັກຮຽນ ແຕ່ລະ ຊັ້ນຮຽນເຂົ້າຮ່ວມເປັນຈຳ ນວນຫຼາຍ.
ການແຂ່ງຂັນດັ່ງກ່າວນີ້ເປັນການຕີລາຄາວັດ ແທກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈຂອງການ ສຶກສາຮ່ຳຮຽນຂອງນັກຮຽນ.
ເປັນການຝຶກສະໝອງລອງປັນຍາ, ພັດ ທະນາ ຄວາມຮູ້,ຄວາມສາມາດ ຂອງນັກຮຽນປະຈຳ ສົກປີ 2013-
2014 ໂດຍໄດ້ເລືອກເອົາຕົວແທນ ຂອງແຕ່ລະຫ້ອງຮຽນ ຫ້ອງລະ 2 ຄົນ ເພື່ອຕອບຄຳຖາມ ແລະ ເອົາຕົວ ແທນຫ້ອງລະ
5 ຄົນ ເພື່ອເປັນ ຂາເຊຍ, ສຳລັບຜູ້ທີ່ເປັນຕົວແທນໃນການຕອບຄຳຖາມຄັ້ງນີ້ຕ້ອງ ໄດ້ຄົ້ນ ຄິດ
ແລະ ໃຊ້
ຄວາມສາມາດຂອງຕົນຢ່າງແທ້ຈິງ ແລະ ການແຂ່ງຂັນຍັງເປັນການປະກອບສ່ວນສ້າງຂະບວນການຂ່ຳ
ນັບຮັບຕ້ອນ 2 ວັນປະ ຫວັດສາດຂອງຊາດຄື: ທີ 2 ທັນວາ 1975 ຄົບຮອບ 38 ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວວັນທີ
20 ມັງກອນ 1949 ຄົບ ຮອບ 64 ປີ, ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.
No comments:
Post a Comment