Ad

Ad

28 November 2013

ສານນະຄອນຫລວງວຽງຈັນຕັດສິນຜູ້ຄ້າຂາຍຢາເສບຕິດຈຳຄຸກ 13 ປີ



            ນາງ ສອນ ນັ່ງກົ້ມໜ້າ ດ້ວຍຄວາມໂສກເສົ້າພາຍຫຼັງໄດ້ຮັບຟັງຄຳຕັດສິນ ຂອງສານໃຫ້ຈຳຄຸກເປັນເວລາ 13 ປີ ພ້ອມ ທັງປັບໃໝ  200 ກວ່າລ້ານກີບ ຈາກທີ່ ຜູ້ກ່ຽວຄ້າຂາຍຢາເສບຕິດຊຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ພ້ອມຂອງກາງຢາບ້າ 2 ພັນ ກວ່າ ເມັດ ແລະ ຢາໄອ 3 ຖົງ, ສ່ວນ ນາງ ອວນ ຖືກສານຕັດສິນລົງໂທດຕັດອິດ ສະຫຼະພາບ  6 ເດືອນ ໃນຂໍ້ຫາສົມຮູ້, ປິດບັງການ ກະທຳຜິດ.
         ໃນວັນທີ 25 ພະຈິກນີ້ ສານ ຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ເປີດ ທີ່ປະ ຊຸມສານເພື່ອຕັດສິນຄະ ດີເລກທີ 727/ຂຕ,ອ ລົງວັນທີ 5 ພະຈິກ 2013 ຊຶ່ງມີຈຳເລີຍຄື: ນາງ ສອນ ອາຍຸ 25 ປີ ອາຊີບຄ້າ ຂາຍຢູ່ບ້ານ ດົງໂພສີ ເມືອງ ຫາດ ຊາຍຟອງ ນະຄອນຫຼວງວຽງຈັນ (ຈຳເລີຍ ທີ1)  ແລະ ນາງ ອວນ ອາຍຸ 48 ປີ ອາຊີບ ຄ້າ ຂາຍ ຢູ່ ບ້ານ ດົງໂພສີ ເມືອງ ຫາດ ຊາຍ ຟອງ ນະຄອນຫຼວງວຽງຈັນ (ຈຳ ເລີຍທີ2) ຖືກຫາວ່າ ຄ້າຂາຍຢາ ເສບຕິດ, ປິດ ບັງການກະທຳຜິດ ແລະ ທຳລາຍຫຼັກ ຖານ ຊຶ່ງຖືກ ເຈົ້າໜ້າທີ່ຕຳຫຼວດ ຈັບຕົວມາດຳ ເນີນຄະດີໄດ້ ໃນວັນທີ 5 ພະ ຈິກ 2013.

          ຕາມເນື້ອຄະດີຂອງ ໄອຍະ ການ ນະຄອນຫຼວງວຽງຈັນ ໃຫ້ ຮູ້ວ່າ: ນາງ ສອນ ໄດ້ເລີ່ມຂາຍ ຢາບ້າຮ່ວມກັບ ທ້າວ ຕູບີ ມາແຕ່ ຊ່ວງ ເດືອນເມສາ 2013, ຕໍ່ມາໃນ ວັນທີ 8 ພຶດສະພາ ເວລາປະມານ 12 ໂມງ ທ້າວ ຕູບີ ໄດ້ເອົາຢາບ້າ ໃຫ້ ນາງ ສອນ ໄປຂາຍໃຫ້ລູກຄ້າແຕ່ບໍ່ ທັນໄດ້ຂາຍ ແລະ ຕໍ່ມາເຈົ້າ ໜ້າທີ່ໄດ້ເຂົ້າມາຈັບຕົວ ທ້າວ ຕູບີ ແຕ່ຜູ້ກ່ຽວຮູ້ຕົວກ່ອນ ຈຶ່ງຫຼົບໜີ ອອກທາງຫຼັງບ້ານ, ສ່ວນ ນາງ ສອນຢ້ານກົວ ຈຶ່ງໄດ້ຈັບກະເປົາທີ່ ມີຢາບ້າ ເຂົ້າໄປໃນຫ້ອງນອນ ຂອງ ນາງ ອວນ ພ້ອມທັງ ໄດ້ຊື່ມ ບອກວ່າ: ເກັບມ້ຽນກະເປົາໄວ້ ໃຫ້ແດ່, ຈາກນັ້ນ ນາງ ອວນ ຈຶ່ງ ເຂົ້າໄປໃນຫ້ອງນອນຜູ້ກ່ຽວແລ້ວ ເອົາກະເປົາເຊື່ອງ ໄວ້ກ້ອງຕຽງນອນ, ໃນເວລານັ້ນເຈົ້າໜ້າທີ່ໄດ້ ກວດຄົ້ນຫ້ອງ ແລະ ພົບເຫັນຢາ ບ້າ 2 ພັນ ກ່ວາເມັດ, ຢາໄອ 3 ຖົງ, ພ້ອມ ເງີນອີກຈຳນວນໜຶ່ງເພື່ອມາດຳເນີນຄະດີ.
           ຜ່ານການຄົ້ນຄ້ວາເອກະ ສານບັນດາຫຼັກຖານຕ່າງໆທີ່ມີຢູ່ ໃນສຳນວນຄະດີ ແລະ ອີງຕາມຜົນຂອງການໄຕ່ສວນ ໃນທີ່ປະຊຸມສານ ແລ້ວ ເຫັນວ່າ: ການກະທຳຜິດຂອງ ນາງ ສອນ ເປັນການກະທຳຜິດທາງອາຍາໃນສະຖານຄ້າຂາຍ ຢາເສບ ຕິດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂໍ້ 2 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງ, ສ່ວນການກະທຳຜິດ ຂອງ ນາງ ອວນ ເປັນການກະ ທຳ ຜິດທາງອາຍາໃນສະຖານປິດບັງ ການກະທຳຜິດ ແລະ ທຳລາຍຫຼັກຖານຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 165 ແລະ 167, ສ່ວນຈຳເລີຍ 2 ກໍຮູ້ດີວ່າ: ຈຳເລີຍ 1 ແລະ ທ້າວ ຕູບີ ໄດ້ເຄື່ອນໄຫວຄ້າຂາຍຢາບ້າຢູ່ເຮືອນຂອງຕົນ ແຕ່ບໍ່ໄດ້ ລາຍງານເຈົ້າໜ້າທີ່ນອກຈາກນັ້ນເວລາເຈົ້າໜ້າທີ່ເຂົ້າກວດຄົ້ນເຮືອນ ຈຳເລີຍ 2 ຍັງໄດ້ ເອົາຢາບ້າຈຳນວນດັ່ງກ່າວໄປຊຸກເຊື່ອງ, ສະນັ້ນສານຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ນາງ ສອນ 13 ປີ ພ້ອມປັບໃໝເງີນ 220 ລ້ານກີບ, ລົງໂທດຕັດອິດສະ ຫຼະພາບນາງ ອວນ ຫົກເດືອນປັບໃໝ 6ແສນກີບ.

No comments:

Post a Comment